Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 4:11 - ພຣະຄຳພີສັກສິ

11 “ຖ້າ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຊາຍ​ຫລື​ຍິງ​ທີ່​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ວັງ ເພື່ອ​ພົບ​ກະສັດ​ໂດຍ​ບໍ່ໄດ້​ຖືກ​ເອີ້ນ​ມາ ຈະ​ຕ້ອງ​ຕາຍ. ນັ້ນແຫລະ ຄື​ກົດໝາຍ; ທຸກໆ​ຄົນ​ນັບ​ຕັ້ງແຕ່​ພວກ​ທີ່ປຶກສາ​ຂອງ​ກະສັດ ຈົນເຖິງ​ປະຊາຊົນ​ຕາມ​ແຂວງ​ຕ່າງໆ ກໍ​ຮູ້ຈັກ​ກົດໝາຍ​ນີ້. ມີ​ທາງດຽວ​ທີ່​ເວັ້ນຈາກ​ກົດໝາຍ​ນີ້​ໄດ້ ຄື​ຖ້າ​ກະສັດ​ຍື່ນ​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຜູ້ໃດ ເພິ່ນ​ຈະ​ໄວ້​ຊີວິດ​ຂອງ​ຜູ້ນັ້ນ. ແຕ່​ເປັນ​ເວລາ​ໜຶ່ງ​ເດືອນ​ແລ້ວ ທີ່​ກະສັດ​ບໍ່ໄດ້​ເອີ້ນ​ຂ້ອຍ​ເຂົ້າ​ໄປ​ຫາ​ເພິ່ນ.”

Uka jalj uñjjattʼäta Copia luraña




ເອສະເທີ 4:11
9 Jak'a apnaqawi uñst'ayäwi  

ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ຂໍ​ຈົ່ງ​ອອກ​ດຳລັດ​ປະກາດ​ເປັນ​ທາງການ​ວ່າ ຣາຊີນີ​ວາຊະຕີ​ຈະ​ເຂົ້າ​ມາ​ຫາ​ກະສັດ​ບໍ່ໄດ້​ອີກ​ຕໍ່ໄປ. ຈົ່ງ​ຂຽນ​ຄຳ​ປະກາດ​ນີ້​ໄວ້​ໃນ​ກົດໝາຍ​ຂອງ​ເປີເຊຍ​ແລະ​ເມເດຍ ເພື່ອ​ວ່າ​ຈະ​ບໍ່ມີ​ການ​ລົບລ້າງ​ໄດ້​ຈັກເທື່ອ. ແລ້ວ​ໃຫ້​ຍົກ​ຕຳແໜ່ງ​ຣາຊີນີ​ແກ່​ຍິງ​ອື່ນ​ທີ່​ດີກວ່າ​ນາງ.


ນາງ​ໄປ​ທີ່​ນັ້ນ​ໃນ​ເວລາ​ຄໍ່າ ແລະ​ເຊົ້າ​ມື້​ໃໝ່​ມາ ນາງ​ຖືກ​ນຳ​ຕົວ​ກັບໄປ​ທີ່​ໂຮງ​ຂອງ​ນາງ​ສະໜົມ​ແຫ່ງ​ອື່ນ ແລະ​ໃຫ້​ຢູ່​ພາຍໃຕ້​ການ​ດູແລ​ຂອງ​ຊາອາຊະກາດ ຊາຍ​ຕອນ​ຜູ້​ກຳກັບ​ບັນດາ​ເມຍນ້ອຍ​ຂອງ​ກະສັດ. ນາງ​ຈະ​ບໍ່ໄດ້​ເຂົ້າ​ໄປ​ຫາ​ກະສັດ​ອີກ ນອກຈາກ​ວ່າ​ກະສັດ​ພໍໃຈ​ໃນ​ຕົວນາງ ແລະ​ເອີ້ນ​ຊື່​ຂອງ​ນາງ​ໃຫ້​ເຂົ້າ​ໄປ​ຫາ.


ແລະ​ເອສະເທີ​ກໍ​ໃຫ້​ລາວ​ນຳ​ເອົາ​ຖ້ອຍຄຳ ຄືນ​ມາ​ບອກ​ມໍເດໄກ​ວ່າ:


ເມື່ອ​ມໍເດໄກ​ຮັບ​ຂ່າວ​ຈາກ​ເອສະເທີ


ກະສັດ​ຖາມ​ວ່າ, “ມີ​ຂ້າຣາຊການ​ຄົນ​ໃດ​ແດ່​ຢູ່​ໃນ​ວັງ?” ໃນ​ເວລາ​ນັ້ນ ຮາມານ​ຫາ​ກໍ​ເຂົ້າ​ມາ​ໃນ​ເດີ່ນ​ຂອງ​ວັງ; ລາວ​ໄດ້​ມາ​ຂໍ​ໃຫ້​ກະສັດ​ແຂວນຄໍ​ມໍເດໄກ​ໃສ່​ເທິງ​ບ່ອນ​ແຂວນຄໍ ທີ່​ຖືກ​ສ້າງ​ໄວ້​ຢ່າງ​ຮຽບຮ້ອຍ​ແລ້ວ.


ກະສັດ​ເດ່​ໄມ້​ເທົ້າ​ຄຳ​ໃສ່​ຣາຊີນີ ຣາຊີນີ​ຈຶ່ງ​ລຸກ​ຂຶ້ນ​ເວົ້າ​ວ່າ,


ທີ່​ຈະ​ລົງໂທດ​ພວກເຈົ້າ​ຢ່າງ​ດຽວກັນ ຖ້າ​ບໍ່​ບອກ​ຄວາມຝັນ​ໃຫ້​ເຮົາ​ຮູ້ຈັກ. ພວກເຈົ້າ​ຕົກລົງ​ກັນ​ຕົວະ​ເຮົາ ໂດຍ​ຫວັງວ່າ​ສິ່ງ​ຕ່າງໆ​ຈະ​ປ່ຽນ​ໄປ​ຕາມ​ກາລະ​ເວລາ. ຈົ່ງ​ເລົ່າ​ຄວາມຝັນ​ໃຫ້​ເຮົາ​ຮູ້​ສາ ແລ້ວ​ເຮົາ​ກໍ​ຈະ​ຮູ້ວ່າ​ພວກເຈົ້າ​ແກ້​ຄວາມຝັນ​ນັ້ນ​ໄດ້.”


ເຈົ້າ​ທັງຫລາຍ​ທີ່​ເປັນ​ຜົວ​ກໍ​ເໝືອນກັນ ຈົ່ງ​ຢູ່​ກິນ​ກັບ​ເມຍ​ດ້ວຍ​ເຂົ້າໃຈ​ວ່າ ນາງ​ເປັນ​ເພດ​ທີ່​ອ່ອນແອ​ກວ່າ ຈົ່ງ​ນັບຖື​ເມຍ ເໝືອນ​ເປັນ​ຜູ້​ຮ່ວມ​ກັນ​ຮັບ​ພຣະຄຸນ​ແຫ່ງ​ຊີວິດ ເປັນ​ມໍຣະດົກ ເພື່ອ​ບໍ່​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ຂັດຂວາງ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka