Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 4:1 - ພຣະຄຳພີສັກສິ

1 ເມື່ອ​ມໍເດໄກ​ໄດ້​ຮູ້​ເຖິງ​ເລື່ອງ​ທັງໝົດ​ນັ້ນ​ແລ້ວ ລາວ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ຂົມຂື່ນ​ໃຈ. ແລ້ວ​ລາວ​ກໍ​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ, ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ ແລະ​ຍ່າງ​ຜ່ານ​ເມືອງ​ໄປ ທັງ​ຄໍ່າຄວນ​ດ້ວຍ​ສຽງດັງ ແລະ​ຢ່າງ​ຂົມຂື່ນ

Uka jalj uñjjattʼäta Copia luraña




ເອສະເທີ 4:1
27 Jak'a apnaqawi uñst'ayäwi  

ເມື່ອ​ເອຊາວ​ໄດ້ຍິນ​ຢ່າງ​ນັ້ນ ລາວ​ຈຶ່ງ​ຮ້ອງໄຫ້​ຂຶ້ນ​ຢ່າງ​ຂົມຂື່ນ ແລະ​ເວົ້າ​ວ່າ, “ພໍ່​ເອີຍ ຈົ່ງ​ອວຍພອນ​ລູກ​ເໝືອນກັນ​ແດ່ທ້ອນ.”


ຢາໂຄບ​ຈີກ​ເສື້ອ​ຕົນເອງ​ໄວ້ທຸກ ແລະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.


ດາວິດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທຸກຄົນ​ກໍ​ເຮັດ​ຄືກັນ.


ນາງ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ, ຈີກ​ເສື້ອຄຸມ​ຂອງຕົນ, ເອົາ​ມື​ອັດ​ໜ້າ ແລະ​ແລ່ນ​ໜີໄປ​ທັງ​ຮ້ອງໄຫ້.


ຈົນ​ມາ​ຮອດ​ປະຕູ​ທາງ​ເຂົ້າ​ວັງ. ລາວ​ເຂົ້າ​ໄປ​ຂ້າງ​ໃນ​ວັງ​ບໍ່ໄດ້ ເພາະ​ຜູ້​ນຸ່ງເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ວັງ.


ທົ່ວ​ທຸກ​ແຂວງ ບ່ອນ​ໃດ​ທີ່​ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງ​ກະສັດ ກໍ​ມີ​ສຽງ​ຮ້ອງໄຫ້​ໄວ້ທຸກ​ຢູ່​ໃນ​ທ່າມ​ກາງ​ຊາວຢິວ. ພວກເຂົາ​ອົດອາຫານ ຮ້ອງໄຫ້, ຄໍ່າຄວນ ແລະ​ເກືອບ​ທຸກຄົນ​ໃນ​ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ນອນ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ.


ແລ້ວ​ໂຢບ​ກໍ​ລຸກ​ຂຶ້ນ ແລະ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ທຸກໃຈ. ເພິ່ນ​ແຖ​ຜົມ ແລະ​ກົ້ມຂາບ​ລົງ​ດິນ.


ໂຢບ​ໄປ​ນັ່ງ​ຢູ່​ໃກ້ໆ​ກອງ​ຂີ້ເຖົ່າ ແລະ​ເອົາ​ກະບີ້ງ​ໝໍ້​ແຕກ​ຂູດ​ຕາມ​ເນື້ອຕົວ​ຕົນເອງ.


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ອັບອາຍ​ຕໍ່​ສິ່ງ​ທີ່​ໄດ້​ກ່າວ​ຈາ ຂ້ານ້ອຍ​ເສຍໃຈ ຈຶ່ງ​ນັ່ງ​ທີ່​ຂີ້ຝຸ່ນ​ດິນ​ແລະ​ຂີ້ເຖົ່າ.”


ປະຊາຊົນ​ແຫ່ງ​ເມືອງ​ເຮັດຊະໂບນ​ແລະ​ເມືອງ​ເອເລອາເລ ຮ້ອງໄຫ້​ແຮງ​ຈົນ​ສຽງດັງ​ໄປ​ກາຍ​ເມືອງ​ຢາຮາດ. ແມ່ນແຕ່​ພວກ​ທະຫານ​ກໍ​ສັ່ນເຊັນ​ຈົນ​ໝົດ​ຄວາມ​ກ້າຫານ.


ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.


ພໍ​ເມື່ອ​ກະສັດ​ເຮເຊກີຢາ​ໄດ້​ຟັງ​ຄຳ​ລາຍງານ​ນັ້ນ ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ, ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ເພິ່ນ​ໄດ້​ໃຊ້​ເອລີອາກິມ ຜູ້​ຮັບຜິດຊອບ​ວັງ, ເຊັບນາ​ເລຂາທິການ ແລະ​ພວກ​ປະໂຣຫິດ​ອາວຸໂສ​ໄປ​ຫາ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ. ພວກເຂົາ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ​ເຊັ່ນກັນ.


ເມື່ອ​ຖືສິນ​ອົດອາຫານ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າເອງ​ເປັນທຸກ; ພວກເຈົ້າ​ກົ້ມ​ຫົວ​ລົງ​ຕໍ່າໆ​ດັ່ງ​ໃບ​ຫຍ້າ​ອ່ອນໂນ້ມ ແລະ​ປູ​ກະສອບ​ເຂົ້າ​ເທິງ​ຂີ້ເຖົ່າ​ເນີ້ງຕົວ​ລົງນອນ. ອັນນັ້ນ​ບໍ​ທີ່​ພວກເຈົ້າ​ເອີ້ນ​ວ່າ​ຖືສິນ​ອົດອາຫານ? ພວກເຈົ້າ​ຄິດວ່າ​ພຣະເຈົ້າຢາເວ​ຈະ​ພໍໃຈ​ນຳ​ການ​ກະທຳ​ເຊັ່ນນັ້ນ​ບໍ?


ດາບ​ຖືກ​ຂັດ​ໃຫ້​ເຫລື້ອມ​ຕຽມ​ລົງ​ມື​ທຳງານ ຖືກ​ຝົນ​ໃຫ້​ຄົມ​ແວວວັບ​ຢູ່​ໃນ​ມື​ນັກສັງຫານ​ແລ້ວ.


ມະນຸດ​ເອີຍ ຈົ່ງ​ຄໍ່າຄວນ​ເໝືອນ​ຄົນ​ທີ່​ກຳລັງ​ອົກຫັກ​ດ້ວຍ​ຄວາມ​ສິ້ນຫວັງ​ສາ. ຈົ່ງ​ຄໍ່າຄວນ​ດ້ວຍ​ຄວາມທຸກໃຈ​ໃນ​ບ່ອນ​ທີ່​ທຸກຄົນ​ສາມາດ​ເຫັນ​ເຈົ້າ​ໄດ້.


ຂ້າພະເຈົ້າ​ຕັ້ງໜ້າ​ພາວັນນາ​ອະທິຖານ​ຂໍ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ, ຖືສິນ​ອົດອາຫານ, ນຸ່ງ​ເສື້ອ​ຜ້າ​ກະສອບເຂົ້າ ແລະ​ນັ່ງ​ໃນ​ຂີ້ເຖົ່າ​ໄຟ.


ແລ້ວ​ມີກາ​ກໍໄດ້​ກ່າວ​ວ່າ, “ຍ້ອນ​ເຫດການ​ເຫຼົ່ານີ້​ແຫຼະ ຂ້ອຍ​ຈຶ່ງ​ໂສກເສົ້າ​ແລະ​ຄໍ່າຄວນ. ເພື່ອ​ສະແດງ​ເຖິງ​ຄວາມທຸກໃຈ, ຂ້ອຍ​ຈະ​ຍ່າງ​ໄປ​ຕີນ​ເປົ່າ​ແລະ​ເປືອຍຕົວ. ຂ້ອຍ​ຈະ​ຫອນ​ເໝືອນ​ດັ່ງ​ໝາປ່າ ແລະ​ອືດຄາງ​ເໝືອນ​ດັ່ງ​ນົກ​ກະຈອກເທດ.


ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ​ຫຍັບເຂົ້າ​ມາ​ໃກ້​ແລ້ວ ຄື​ຫຍັບເຂົ້າ​ມາ​ໃກ້​ທີ່ສຸດ ແລະ​ມາ​ໄວ​ທີ່ສຸດ ໃນ​ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ເປັນ​ວັນ​ທີ່​ຂົມຂື່ນ ແມ່ນແຕ່ ບັນດາ​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ ກໍ​ຈະ​ຮ້ອງ​ອອກ​ມາ​ດ້ວຍ​ຄວາມ​ໝົດຫວັງ.


ວ່າ, “ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ​ເອີຍ ວິບັດ​ແກ່​ເຈົ້າ ເມືອງ​ເບັດສາອີດາ​ກໍ​ເໝືອນກັນ ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ຖ້າ​ໄດ້​ຖືກ​ກະທຳ​ທີ່​ເມືອງ​ຕີເຣ​ແລະ​ເມືອງ​ຊີໂດນ​ແລ້ວ ປະຊາຊົນ​ໃນ​ເມືອງ​ທັງສອງ​ນີ້​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ເອົາ​ຂີ້ເຖົ່າ​ໂຮຍ​ໃສ່​ຫົວ​ແຕ່​ດົນນານ​ແລ້ວ


ແຕ່​ເມື່ອ​ອັກຄະສາວົກ​ບາຣະນາບາ​ກັບ​ໂປໂລ​ໄດ້ຍິນ​ດັ່ງນັ້ນ, ກໍ​ຈີກ​ເສື້ອຜ້າ​ຂອງຕົນ ແລ້ວ​ຟ້າວ​ແລ່ນ​ເຂົ້າ​ໄປ​ທ່າມກາງ​ປະຊາຊົນ​ນັ້ນ​ທັນທີ ແລະ​ຮ້ອງ​ຂຶ້ນ​ວ່າ,


ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.


ເຮົາ​ຈະ​ໃຊ້​ພະຍານ​ທັງສອງ​ຂອງເຮົາ​ມາ ພວກເຂົາ​ຈະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ແລະ​ຈະ​ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka