6 ແລະເມື່ອຮູ້ອີກວ່າມໍເດໄກເປັນຄົນຢິວ ລາວຈຶ່ງຕັດສິນໃຈລົງໂທດບໍ່ແມ່ນແຕ່ມໍເດໄກຄົນດຽວເທົ່ານັ້ນ ແຕ່ລົງໂທດຫລາຍຄົນ. ລາວວາງແຜນຂ້າຊາວຢິວທຸກຄົນທີ່ຢູ່ທົ່ວໄປໃນອານາຈັກເປີເຊຍ.
ໃນຣາຊການຂອງກະສັດເຊເຊັດ ເຫຼົ່າສັດຕູຂອງປະຊາຊົນທີ່ຢູ່ໃນຢູດາຍແລະນະຄອນເຢຣູຊາເລັມ ໄດ້ນຳຂໍ້ກ່າວຫາຂຽນເປັນລາຍລັກອັກສອນມາຕໍ່ສູ້ພວກເຂົາ.
ແຕ່ເອສະເທີໄດ້ເຂົ້າໄປຫາກະສັດ ແລະກະສັດໄດ້ອອກຄຳສັ່ງເປັນລາຍລັກອັກສອນ ໃຫ້ຮາມານໄດ້ຮັບໂທດດ້ວຍເຄາະກຳທີ່ລາວໄດ້ວາງແຜນການໄວ້ສຳລັບຊາວຢິວ ຄືລາວພ້ອມດ້ວຍລູກຊາຍສິບຄົນຂອງລາວຖືກແຂວນຄໍເທິງຫລັກ.
ພວກເຂົາເວົ້າກັນວ່າ, “ມາເຖີດ ມາທຳລາຍຊາດນີ້, ຢ່າໃຫ້ມີຊື່ຊາດອິດສະຣາເອນຕໍ່ໄປອີກ.”
ແລ້ວພວກເຂົາກໍເຫັນພ້ອມຕາມແຜນການ ໂດຍເຕົ້າໂຮມກັນເປັນພັນທະມິດຕໍ່ສູ້ພຣະອົງ.
“ພວກເຈົ້າບໍ່ໄດ້ສັງເກດເບິ່ງບໍສິ່ງທີ່ຄົນກຳລັງເວົ້າກັນວ່າ ພຣະເຈົ້າຢາເວໄດ້ປະຖິ້ມອິດສະຣາເອນ ແລະຢູດາ ສອງຄອບຄົວທີ່ເຮົາໄດ້ເລືອກເອົານັ້ນ? ສະນັ້ນ ພວກເຂົາຈຶ່ງໝິ່ນປະໝາດຄົນຂອງເຮົາ ແລະບໍ່ໄດ້ຖືວ່າພວກເຂົາເປັນຊົນຊາດໜຶ່ງອີກຕໍ່ໄປ.
ເພາະສະນັ້ນ ສະຫວັນກັບບັນດາຜູ້ທີ່ຢູ່ໃນສະຫວັນ ຈົ່ງຊື່ນຊົມຍິນດີ ແຕ່ວິບັດຈະມີແກ່ແຜ່ນດິນໂລກແລະນໍ້າທະເລ ເພາະວ່າມານຮ້າຍໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ.”