Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 3:5 - ພຣະຄຳພີສັກສິ

5 ເມື່ອ​ຮາມານ​ຮູ້​ວ່າ​ມໍເດໄກ​ບໍ່​ຄຸເຂົ່າ​ກົ້ມຂາບ​ຕົນ ລາວ​ກໍ​ໂກດຮ້າຍ​ຫຼາຍ

Uka jalj uñjjattʼäta Copia luraña




ເອສະເທີ 3:5
13 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ບັນດາ​ຄົນ​ຮັບໃຊ້​ບອກ​ຣາຊີນີ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລ້ວ ຍານາງ​ກໍ​ປະຕິເສດ​ທີ່​ຈະ​ມາ. ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ກະສັດ​ຄຽດຮ້າຍ​ຢ່າງໜັກ.


ກະສັດ​ໄດ້​ສັ່ງ​ໃຫ້​ບັນດາ​ຂ້າຣາຊການ​ທັງໝົດ​ຂອງຕົນ ສະແດງ​ຄວາມ​ເຄົາຣົບ​ຕໍ່​ຮາມານ​ໂດຍ​ໃຫ້​ຄຸເຂົ່າ​ກົ້ມຂາບ​ລາວ. ທຸກຄົນ​ກໍໄດ້​ເຮັດ​ຕາມ, ແຕ່​ມໍເດໄກ​ບໍ່ຍອມ​ເຮັດ​ຕາມ.


ທຸກໆ​ມື້​ໃດ ພວກເຂົາ​ກໍ​ຊັກຊວນ​ລາວ​ໃຫ້​ຍອມ​ເຮັດ​ຕາມ ແຕ່​ລາວ​ບໍ່​ຍອມ​ຟັງຄວາມ​ຂອງ​ພວກເຂົາ. ລາວ​ອະທິບາຍ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ ຂ້ອຍ​ບໍ່​ອາດ​ກົ້ມຂາບ​ຮາມານ​ໄດ້​ດອກ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ບອກ​ໃຫ້​ຮາມານ​ຮູ້​ໃນ​ເລື່ອງ​ນີ້ ເພື່ອ​ຢາກ​ຈະ​ຮູ້​ວ່າ​ລາວ​ຈະ​ທົນ​ຕໍ່​ການ​ທີ່​ມໍເດໄກ​ປະພຶດ​ໄດ້​ຢ່າງໃດ.


ເມື່ອ​ຮາມານ​ອອກ​ຈາກ​ງານ​ກິນລ້ຽງ​ໄປ ລາວ​ກໍ​ດີໃຈ ແລະ​ມີ​ອາຣົມ​ດີ. ແຕ່​ແລ້ວ​ລາວ​ກໍ​ເຫັນ​ມໍເດໄກ​ຢູ່​ທາງ​ເຂົ້າ​ວັງ. ໃນ​ຂະນະທີ່​ລາວ​ຍ່າງ​ຜ່ານ​ໄປ​ນັ້ນ ມໍເດໄກ​ບໍ່ໄດ້​ລຸກ​ຂຶ້ນ ຫລື​ສະແດງ​ຄວາມ​ເຄົາຣົບ​ແຕ່​ຢ່າງໃດ ລາວ​ຈຶ່ງ​ໂກດຮ້າຍ​ມໍເດໄກ​ທີ່ສຸດ.


ຄວາມຮ້າຍ​ຂ້າ​ຄົນ​ເບົາປັນຍາ, ຄວາມ​ອິດສາ​ຂ້າ​ຄົນໂງ່.


ຄົນຊົ່ວຮ້າຍ​ວາງ​ອຸບາຍ​ເພື່ອ​ປອງຮ້າຍ​ຄົນ​ຊອບທຳ ພວກເຂົາ​ກຶ້ງຕາ​ເບິ່ງ​ລາວ​ດ້ວຍ​ຄວາມ​ກຽດຊັງ​ຍິ່ງ.


ຄົນ​ໂງ່ຈ້າ​ສະແດງ​ຄວາມຮ້າຍ​ອອກ​ໃຫ້​ເຫັນ​ຢ່າງ​ໄວວາ, ແຕ່​ຄົນມີ​ປັນຍາ​ບໍ່​ສົນໃຈ​ຕໍ່​ຄຳ​ຄົນ​ໝິ່ນປະໝາດ.


ປ່ອຍ​ໃຫ້​ຄົນ​ໂມໂຫ​ຮັບ​ຜົນ​ກຳ​ທີ່​ລາວ​ເຮັດ ເພາະ​ຖ້າ​ເຈົ້າ​ຊ່ວຍ​ລາວ​ເທື່ອໜຶ່ງ​ແລ້ວ ເຈົ້າ​ກໍ​ຈະ​ຊ່ວຍ​ລາວ​ອີກ​ໃນ​ຄັ້ງ​ຕໍ່ໄປ.


ຄົນ​ໂອຫັງ​ອວດດີ​ດູຖູກ​ທຸກ​ແນວ ການ​ປະພຶດ​ຂອງ​ລາວ​ກໍ​ລ້ວນແຕ່​ຂີ້ສະຫາວ​ທັງນັ້ນ.


ຄົນໂງ່ຈ້າ​ໄດ້​ຮັບ​ຕຳແໜ່ງ​ສູງ ແຕ່​ຄົນ​ຮັ່ງມີ​ພັດ​ໄດ້​ຮັບ​ຕຳແໜ່ງ​ຕໍ່າຕ້ອຍ.


ແລ້ວ​ເຈົ້າ​ເນບູ​ກາດເນັດຊາ​ກໍ​ໂກດຮ້າຍ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ຢ່າງ​ສຸດຂີດ​ຈົນ​ໜ້າດຳ​ຕາແດງ. ສະນັ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຄົນ​ຂອງຕົນ ໄປ​ດັງ​ໄຟ​ໃນ​ເຕົາ​ໃຫ້​ຮ້ອນ​ຂຶ້ນ​ກວ່າເກົ່າ​ເຖິງ​ເຈັດ​ເທົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka