Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 3:4 - ພຣະຄຳພີສັກສິ

4 ທຸກໆ​ມື້​ໃດ ພວກເຂົາ​ກໍ​ຊັກຊວນ​ລາວ​ໃຫ້​ຍອມ​ເຮັດ​ຕາມ ແຕ່​ລາວ​ບໍ່​ຍອມ​ຟັງຄວາມ​ຂອງ​ພວກເຂົາ. ລາວ​ອະທິບາຍ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ ຂ້ອຍ​ບໍ່​ອາດ​ກົ້ມຂາບ​ຮາມານ​ໄດ້​ດອກ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ບອກ​ໃຫ້​ຮາມານ​ຮູ້​ໃນ​ເລື່ອງ​ນີ້ ເພື່ອ​ຢາກ​ຈະ​ຮູ້​ວ່າ​ລາວ​ຈະ​ທົນ​ຕໍ່​ການ​ທີ່​ມໍເດໄກ​ປະພຶດ​ໄດ້​ຢ່າງໃດ.

Uka jalj uñjjattʼäta Copia luraña




ເອສະເທີ 3:4
11 Jak'a apnaqawi uñst'ayäwi  

ເຖິງ​ແມ່ນ​ວ່າ​ນາງ​ຂໍຮ້ອງ​ໂຢເຊັບ​ທຸກມື້​ທຸກວັນ, ແຕ່​ໂຢເຊັບ​ກໍ​ບໍ່​ຍອມ​ໄປ​ນອນ​ນຳ​ນາງ.


ຂໍ​ໃຫ້​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກທ່ານ ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພວກທ່ານ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ຄື​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ສະຖິດ​ໃນ​ນະຄອນ​ເຢຣູຊາເລັມ.


ຂ້າຣາຊການ​ຄົນອື່ນ​ຈຶ່ງ​ຖາມ​ລາວ​ວ່າ, “ເປັນຫຍັງ​ເຈົ້າ​ບໍ່​ຍອມ​ຟັງ​ຄຳສັ່ງ​ຂອງ​ກະສັດ?”


ເມື່ອ​ຮາມານ​ຮູ້​ວ່າ​ມໍເດໄກ​ບໍ່​ຄຸເຂົ່າ​ກົ້ມຂາບ​ຕົນ ລາວ​ກໍ​ໂກດຮ້າຍ​ຫຼາຍ


ແຕ່​ມີ​ຊາວຢິວ​ບາງຄົນ ທີ່​ທ່ານ​ໄດ້​ແຕ່ງຕັ້ງ​ໃຫ້​ຮັບ​ຣາຊການ​ໃນ​ແຂວງ​ບາບີໂລນ ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພະຣາຊາ; ພວກ​ນັ້ນ​ແມ່ນ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ. ພວກເຂົາ​ບໍ່​ຂາບໄຫວ້​ພະ​ຂອງທ່ານ ຫລື​ກົ້ມຂາບ​ຕໍ່​ຮູບພະ​ທີ່​ທ່ານ​ໄດ້​ຕັ້ງ​ຂຶ້ນ​ນັ້ນ.”


ແລ້ວ​ພວກເຂົາ​ກໍ​ເວົ້າ​ຕໍ່​ກະສັດ​ວ່າ, “ດານີເອນ​ຜູ້​ເປັນ​ຊະເລີຍ​ຄົນ​ໜຶ່ງ​ຈາກ​ຢູດາຍ ລາວ​ບໍ່ໄດ້​ເຄົາຣົບ​ນັບຖື​ພະຣາຊາ ຫລື​ເຊື່ອຟັງ​ຄຳສັ່ງ​ທີ່​ທ່ານ​ໄດ້​ປະກາດ​ອອກ​ໄປ​ນັ້ນ. ລາວ​ໄດ້​ພາວັນນາ​ອະທິຖານ​ເປັນ​ປະຈຳ ວັນລະ​ສາມ​ເທື່ອ.”


ໂຢນາ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ເຮັບເຣີ ຂ້ອຍ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ຜູ້​ໄດ້​ສ້າງ​ນໍ້າ​ທະເລ​ແລະ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka