Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 3:13 - ພຣະຄຳພີສັກສິ

13 ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ປະກາດ​ນີ້ ໄປ​ທົ່ວ​ທຸກ​ແຂວງ​ໃນ​ອານາຈັກ. ໃນ​ປະກາດ​ນັ້ນ​ມີ​ເນື້ອຄວາມ​ວ່າ ໃນ​ວັນ​ທີ່​ກຳນົດ​ໄວ້​ຄື​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄົນ​ຢິວ​ທຸກຄົນ​ບໍ່​ວ່າ​ໜຸ່ມ​ຫລື​ເຖົ້າ ແມ່ຍິງ​ຫລື​ເດັກນ້ອຍ​ຕ້ອງ​ຖືກ​ຂ້າ​ຖິ້ມ​ໝົດ. ພວກເຂົາ​ຈະ​ຕ້ອງ​ຖືກ​ປະຫານໝູ່​ຢ່າງ​ບໍ່​ປານີ ແລະ​ສິ່ງຂອງ​ຂອງ​ພວກເຂົາ​ຈະ​ຕ້ອງ​ຖືກ​ຢຶດ.

Uka jalj uñjjattʼäta Copia luraña




ເອສະເທີ 3:13
14 Jak'a apnaqawi uñst'ayäwi  

ພວກ​ຜູ້​ສົ່ງຂ່າວ​ກໍໄດ້​ອອກ​ໄປ​ທົ່ວ​ທັງ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ, ໃນ​ບັດ​ເຊີນ​ນັ້ນ​ມີ​ຖ້ອຍຄຳ​ດັ່ງນີ້: “ປະຊາຊົນ​ອິດສະຣາເອນ​ເອີຍ ພວກທ່ານ​ຜູ້​ທີ່​ໄດ້​ລອດ​ຈາກ​ການ​ຮຸກຮານ​ຂອງ​ກອງທັບ​ອັດຊີເຣຍ; ບັດນີ້ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ແລະ​ພຣະອົງ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກທ່ານ.


ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”


“ຂ້າແດ່​ພະຣາຊາ ຖ້າ​ທ່ານ​ພໍໃຈ ແລະ​ເປັນຫ່ວງ​ຂ້ານ້ອຍ ແລະ​ຖ້າ​ທ່ານ​ເຫັນ​ວ່າ​ເປັນ​ການ​ຖືກຕ້ອງ ກໍ​ຂໍ​ທ່ານ​ອອກ​ຄຳສັ່ງ​ເປັນ​ທາງການ ເພື່ອ​ກີດກັ້ນ​ບໍ່​ໃຫ້​ຄຳສັ່ງ​ຂອງ​ຮາມານ​ຖືກ​ນຳ​ໄປ​ປະຕິບັດ ຄື​ຄຳສັ່ງ​ຂອງ​ລູກຊາຍ​ຂອງ​ຮາມເມດາທາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອາກັກ ເພື່ອ​ທຳລາຍ​ລ້າງຜານ​ຊາວຢິວ​ທຸກຄົນ​ໃນ​ອານາຈັກ​ນີ້.


ເມື່ອ​ຮອດ​ວັນ​ທີ​ສິບສາມ​ຂອງ​ເດືອນ​ອາດາກ ຄື​ວັນ​ທີ່​ປະກາດ​ເປັນ​ທາງການ​ຂອງ​ກະສັດ​ມີ​ຜົນ​ໃຊ້​ໄດ້ ແມ່ນ​ວັນ​ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຢິວ​ຫວັງ​ຈະ​ມີ​ອຳນາດ​ເໜືອ​ພວກເຂົາ. ແຕ່​ພວກ​ຢິວ​ກັບ​ມີ​ອຳນາດ​ເໜືອ​ພວກ​ສັດຕູ.


ລວມ​ຢູ່​ໃນ​ພວກ​ນີ້ ມີ​ລູກຊາຍ​ສິບ​ຄົນ​ຂອງ​ຮາມານ ຜູ້​ເປັນ​ລູກຊາຍ​ຂອງ​ຮາມເມດາທາ. ແຕ່​ການ​ປຸ້ນສະດົມ​ບໍ່ມີ​ເກີດຂຶ້ນ​ເລີຍ.


ດັ່ງນັ້ນ ຊາວຢິວ​ຈຶ່ງ​ປະຕິບັດ​ຕໍ່​ສັດຕູ​ຕາມໃຈ​ມັກ. ພວກເຂົາ​ໄດ້​ໃຊ້​ດາບ​ໂຈມຕີ​ພວກ​ສັດຕູ ແລະ​ສັງຫານ​ພວກເຂົາ.


ວັນ​ຂອງຂ້ອຍ​ຜ່ານ​ໄປ​ໄວ ດັ່ງ​ນັກ​ແລ່ນແຂ່ງ ຜ່ານ​ໄປແຮງ​ຢ່າງ​ນັ້ນ​ຫາ​ອັນດີ​ໄວ້​ບໍ່ມີ​ເລີຍ.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ບັນດາ​ຜູ້​ສົ່ງ​ຂ່າວ​ປ່ຽນຜຽນກັນ ແລ່ນ​ໄປ​ບອກ​ກະສັດ​ແຫ່ງ​ບາບີໂລນ​ວ່າ ເມືອງ​ຂອງ​ເພິ່ນ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ທະລາຍ​ລົງ​ຮອບດ້ານ.


“ຕີນ​ຂອງ​ພວກເຂົາ​ວ່ອງ​ໄວ ໃນ​ການ​ເຮັດ​ໃຫ້​ນອງ​ເລືອດ,


ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.


ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’


ກະສັດ​ໂຊນ​ຍັງ​ໄດ້​ສັ່ງ​ໃຫ້​ຂ້າ​ຊາວ​ເມືອງ​ໂນບ​ທັງໝົດ​ຖິ້ມ ຊຶ່ງ​ເປັນ​ເມືອງ​ຂອງ​ບັນດາ​ປະໂຣຫິດ ເຊັ່ນ: ຊາຍ​ແລະ​ຍິງ, ເດັກ​ເກີດ​ໃໝ່​ແລະ​ເດັກນ້ອຍ, ງົວ, ລໍ ແລະ​ແກະ​ທັງໝົດ​ໄດ້​ຖືກ​ຂ້າ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka