Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 3:12 - ພຣະຄຳພີສັກສິ

12 ດັ່ງນັ້ນ ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ທີໜຶ່ງ ຮາມານ​ຈຶ່ງ​ເອີ້ນ​ພວກ​ເລຂາທິການ​ຂອງ​ກະສັດ​ມາ ແລະ​ໃຫ້​ພວກເຂົາ​ຂຽນ ແລະ​ແປ​ປະກາດ​ນັ້ນ​ອອກ​ເປັນ​ຫລາຍ​ພາສາ ຕາມ​ແບບ​ຂຽນ​ທີ່​ມີ​ໃຊ້​ໃນ​ອານາຈັກ ແລະ​ສົ່ງ​ໃຫ້​ພວກ​ຜູ້ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ທຸກຄົນ. ປະກາດ​ນີ້​ໄດ້​ອອກ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບຕາ​ໃສ່​ດ້ວຍ​ແຫວນ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ເອສະເທີ 3:12
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ ນາງ​ຈຶ່ງ​ຂຽນ​ຈົດໝາຍ​ບາງສະບັບ​ເຊັນຊື່​ຂອງ​ກະສັດ​ອາຮາບ​ລົງ ຕີ​ຕາປະທັບ​ຂອງ​ເພິ່ນ​ໃສ່ ແລ້ວ​ກໍ​ສົ່ງ​ຈົດໝາຍ​ນີ້​ໄປ​ຫາ​ພວກ​ຂ້າຣາຊການ​ພ້ອມ​ທັງ​ປະຊາຊົນ​ຊັ້ນ​ຜູ້ນຳ​ໃນ​ເມືອງ​ຢິດຊະເຣນ.


ພວກເຂົາ​ຍັງ​ໄດ້​ເອົາ​ເອກະສານ​ທີ່​ກະສັດ​ມອບ​ໃຫ້​ນັ້ນ ໄປ​ໃຫ້​ຜູ້​ປົກຄອງ​ແລະ​ບັນດາ​ຂ້າຣາຊການ ຂອງ​ແຂວງ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ. ສະນັ້ນ ພວກເຂົາ​ຈຶ່ງ​ໃຫ້​ຄວາມ​ຊ່ວຍເຫຼືອ​ປະຊາຊົນ ແລະ​ເພື່ອ​ວິຫານ​ຂອງ​ພຣະເຈົ້າ.


ເພິ່ນ​ໄດ້ສົ່ງ​ຈົດໝາຍ​ອອກ​ໄປ​ຕາມ​ແຕ່ລະ​ແຂວງ​ໃນ​ຣາຊອານາຈັກ ເປັນ​ພາສາ ແລະ​ວິທີ​ຂຽນ​ທີ່​ໃຊ້​ກັນ​ຕາມ​ແຂວງ​ນັ້ນໆ ໂດຍ​ບອກ​ວ່າ, ຜົວ​ທຸກຄົນ​ຈະ​ຕ້ອງ​ເປັນ​ນາຍ​ຢູ່​ໃນ​ເຮືອນ​ຂອງຕົນ ແລະ​ເວົ້າ​ຈາ​ດ້ວຍ​ອຳນາດ​ອັນ​ເດັດຂາດ.


ກະສັດ​ໄດ້​ບອກ​ລາວ​ວ່າ, “ປະຊາຊົນ ແລະ​ເງິນ​ຂອງ​ພວກເຂົາ​ກໍ​ເປັນ​ຂອງ​ເຈົ້າ ຈົ່ງ​ເຮັດ​ກັບ​ພວກເຂົາ​ຕາມ​ໃຈຊອບ​ເທີ້ນ.”


ກະສັດ​ຈຶ່ງ​ຖອດ​ແຫວນ​ທີ່​ມີ​ກາປະທັບ​ມອບ​ໃຫ້​ມໍເດໄກ (ແຫວນ​ນີ້​ໄດ້​ເອົາ​ຄືນ​ມາ​ຈາກ​ຮາມານ). ຣາຊີນີ​ເອສະເທີ​ຍັງ​ໄດ້​ມອບ​ຊັບສິນ​ຂອງ​ຮາມານ​ໃຫ້​ມໍເດໄກ​ເປັນ​ຜູ້​ຮັບຜິດຊອບ.


ຊາວຢິວ​ຈຶ່ງ​ໄດ້​ຕັ້ງ​ກົດລະບຽບ​ໄວ້​ສຳລັບ​ພວກເຂົາ​ເອງ, ສຳລັບ​ເຊື້ອສາຍ​ຂອງ​ພວກເຂົາ ແລະ​ສຳລັບ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ກັບ​ພວກເຂົາ ໃນ​ທຸກ​ປີ​ໃດ ເມື່ອ​ເຖິງ​ກຳນົດ​ຂອງ​ສອງ​ວັນ​ນີ້​ແລ້ວ ໃຫ້​ມີ​ການ​ຢຶດຖື​ຢ່າງ​ສະໝໍ່າ​ສະເໝີ ຕາມ​ຄຳແນະນຳ​ຂອງ​ມໍເດໄກ.


ພະຣາຊາ​ໄດ້​ອອກ​ຄຳສັ່ງ​ວ່າ ພໍ​ສຽງ​ດົນຕຼີ​ເລີ່ມ​ດັງ​ຂຶ້ນ ທຸກໆ​ຄົນ​ຈະ​ຕ້ອງ​ກົ້ມ​ລົງ ແລະ​ຂາບໄຫວ້​ຮູບປັ້ນ​ເປັນ​ຄຳ


ພວກເຂົາ​ທັງໝົດ​ຈຶ່ງ​ໄປ​ຫາ​ກະສັດ ແລະ​ຟ້ອງ​ດານີເອນ​ວ່າ, “ຂ້າແດ່​ພະຣາຊາ ທ່ານ​ໄດ້​ເຊັນ​ຊື່​ລົງ​ໃນ​ໜັງສື​ຄຳສັ່ງ​ແລ້ວ​ວ່າ​ໃນ​ລະຫວ່າງ​ສາມສິບ​ວັນ​ຕໍ່ໄປ ຖ້າ​ບຸກຄົນ​ໜຶ່ງ​ຄົນໃດ ພາວັນນາ​ອະທິຖານ​ຂໍ​ສິ່ງໜຶ່ງ​ສິ່ງໃດ​ຈາກ​ພຣະ ຫລື​ຄົນ​ໃດໆ​ເວັ້ນໄວ້​ແຕ່​ຂໍ​ຈາກ​ທ່ານ ບຸກຄົນ​ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ຖໍ້າ​ສິງ.” ກະສັດ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ເປັນ​ຄຳສັ່ງ​ທີ່​ເດັດຂາດ ເປັນ​ກົດໝາຍ​ຂອງ​ເມເດຍ ແລະ​ເປີເຊຍ​ຊຶ່ງ​ຖືກ​ປ່ຽນແປງ​ບໍ່ໄດ້.”


ແລ້ວ​ຊາຍ​ເຫຼົ່ານັ້ນ​ກໍ​ກັບ​ມາ​ຫາ​ກະສັດ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ພະຣາຊາ​ກໍ​ຮູ້​ຢູ່​ວ່າ​ຕາມ​ກົດໝາຍ​ຂອງ​ເມເດຍ ແລະ​ເປີເຊຍ​ນັ້ນ ບໍ່ມີ​ຄຳສັ່ງ​ໃດໆ​ທີ່​ພະຣາຊາ​ປະກາດ​ອອກ​ໄປ​ແລ້ວ​ຖືກ​ປ່ຽນແປງ​ໄດ້.”


ແລ້ວ​ກະສັດ​ດາຣິອຸດ​ກໍໄດ້​ຂຽນ​ຂໍ້ຄວາມ​ສົ່ງ​ໄປ​ເຖິງ​ປະຊາຊົນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໃນ​ແຜ່ນດິນ​ໂລກ​ວ່າ: “ຂໍ​ຄວາມສຸກ​ສຳລານ ຈົ່ງ​ມີ​ແກ່​ທ່ານ​ທັງຫລາຍ​ເທີ້ນ


ສະນັ້ນ ຂໍ​ໃຫ້​ພະຣາຊາ​ອອກ​ຄຳສັ່ງ​ນີ້​ແລະ​ເຊັນ​ຊື່​ລົງ​ໃນ​ໜັງສື​ໝາຍສຳຄັນ ເພື່ອ​ຈະ​ໄດ້​ນຳ​ອອກ​ໄປ​ໃຊ້​ບັງຄັບ​ເປັນ​ກົດໝາຍ​ຂອງ​ເມເດຍ​ແລະ​ເປີເຊຍ ຊຶ່ງ​ເປັນ​ກົດໝາຍ​ທີ່​ປ່ຽນແປງ​ບໍ່ໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka