ເອສະເທີ 3:11 - ພຣະຄຳພີສັກສິ11 ກະສັດໄດ້ບອກລາວວ່າ, “ປະຊາຊົນ ແລະເງິນຂອງພວກເຂົາກໍເປັນຂອງເຈົ້າ ຈົ່ງເຮັດກັບພວກເຂົາຕາມໃຈຊອບເທີ້ນ.” Uka jalj uñjjattʼäta |
ດັ່ງນັ້ນ ໃນວັນທີສິບສາມຂອງເດືອນທີໜຶ່ງ ຮາມານຈຶ່ງເອີ້ນພວກເລຂາທິການຂອງກະສັດມາ ແລະໃຫ້ພວກເຂົາຂຽນ ແລະແປປະກາດນັ້ນອອກເປັນຫລາຍພາສາ ຕາມແບບຂຽນທີ່ມີໃຊ້ໃນອານາຈັກ ແລະສົ່ງໃຫ້ພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການທຸກຄົນ. ປະກາດນີ້ໄດ້ອອກໃນນາມຂອງກະສັດເຊເຊັດ ແລະປະທັບຕາໃສ່ດ້ວຍແຫວນຂອງເພິ່ນ.