Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 2:9 - ພຣະຄຳພີສັກສິ

9 ເຮໄກ​ພໍໃຈ​ໃນ​ຕົວ​ນາງ​ເອສະເທີ ແລະ​ໃຫ້​ຄວາມ​ກະລຸນາ​ແກ່​ນາງ. ເຮໄກ​ຈຶ່ງ​ເລີ່ມ​ຕົບແຕ່ງ​ຄວາມງາມ​ຂອງ​ນາງ​ໂດຍ​ການ​ນວດ​ຮ່າງກາຍ ແລະ​ໃຫ້​ນາງ​ກິນ​ອາຫານ​ພິເສດ. ລາວ​ໃຫ້​ນາງ​ຢູ່​ໃນ​ບ່ອນ​ດີທີ່ສຸດ​ໃນ​ໂຮງ​ຂອງ​ພວກ​ນາງ​ສະໜົມ ແລະ​ແຕ່ງຕັ້ງ​ຜູ້ຍິງ​ເຈັດ​ຄົນ​ເປັນ​ພິເສດ​ຈາກ​ວັງ​ໃຫ້​ເປັນ​ຜູ້ຮັບໃຊ້​ນາງ.

Uka jalj uñjjattʼäta Copia luraña




ເອສະເທີ 2:9
12 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ໂຢເຊັບ​ແລະ​ເມດຕາ​ລາວ. ດັ່ງນັ້ນ ຫົວໜ້າ​ຜູ້ຄຸມຄຸກ​ຈຶ່ງ​ພໍອົກ​ພໍໃຈ​ນຳ​ໂຢເຊັບ.


ໂປຕີຟາ​ພໍໃຈ​ກັບ​ວຽກງານ​ທີ່​ໂຢເຊັບ​ໄດ້​ເຮັດ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຄົນ​ຮັບໃຊ້​ປະຈຳ​ຕົນ; ສະນັ້ນ ເພິ່ນ​ຈຶ່ງ​ມອບ​ທຸກໆ​ສິ່ງ​ທີ່​ເພິ່ນ​ມີ ໃຫ້​ໂຢເຊັບ​ເປັນ​ຜູ້​ເບິ່ງແຍງ​ແລະ​ຮັບຜິດຊອບ​ແທນ​ຕົນ.


ຂໍໂຜດ​ຍົກ​ບາບ​ທັງໝົດ​ກັບ​ການ​ກະບົດ​ຕ່າງໆ​ຂອງ​ພວກເຂົາ​ທີ່​ຕໍ່ສູ້​ພຣະອົງ ຂໍ​ໃຫ້​ເຫຼົ່າ​ສັດຕູ​ປະຕິບັດ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເມດຕາ​ດ້ວຍ​ເທີ້ນ


ເອຊະຣາ​ເປັນ​ຜູ້​ຮອບຮູ້​ດ້ານ​ກົດບັນຍັດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ມອບ​ໃຫ້​ໂມເຊ. ຍ້ອນ​ເອຊະຣາ​ເປັນ​ຜູ້​ມີ​ພຣະພອນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເພິ່ນ ກະສັດ​ຈຶ່ງ​ໃຫ້​ທຸກສິ່ງ​ຕາມ​ທີ່​ລາວ​ຂໍຮ້ອງ. ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ອາກຕາເຊເຊັດ ເອຊະຣາ​ໄດ້​ເດີນທາງ​ຈາກ​ບາບີໂລນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ພ້ອມ​ທັງ​ຊາວ​ອິດສະຣາເອນ​ພວກ​ໜຶ່ງ ທີ່​ປະກອບ​ດ້ວຍ​ບັນດາ​ປະໂຣຫິດ​ຊາວ​ເລວີ, ພວກ​ນັກດົນຕຼີ​ປະຈຳ​ວິຫານ, ພວກ​ເຝົ້າຍາມ​ພຣະວິຫານ ແລະ​ພວກ​ຄົນງານ.


ຂ້າພະເຈົ້າ​ຍັງ​ຂໍຮ້ອງ​ເພິ່ນ​ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ອາສັບ ຜູ້​ຮັກສາ​ປ່າໄມ້​ຂອງ​ກະສັດ ໂດຍ​ແນະນຳ​ເພິ່ນ​ໃຫ້​ຈັດຫາ​ໄມ້ ສຳລັບ​ສ້າງ​ປະຕູ​ປ້ອມ​ທີ່​ຮັກສາ​ພຣະວິຫານ, ສຳລັບ​ສ້າງ​ກຳແພງ​ເມືອງ ແລະ​ສຳລັບ​ສ້າງ​ເຮືອນ​ທີ່​ຂ້າພະເຈົ້າ​ຈະ​ຢູ່​ດ້ວຍ. ກະສັດ​ກໍໄດ້​ອະນຸຍາດ​ໃຫ້​ທຸກສິ່ງ ຕາມ​ທີ່​ຂ້າພະເຈົ້າ​ຂໍຮ້ອງ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ.


ຕາມ​ທຳມະດາ​ແລ້ວ ການ​ຕົບແຕ່ງ​ຄວາມງາມ​ຂອງ​ຜູ້ຍິງ​ມີ​ກຳນົດ​ໄດ້​ໜຶ່ງ​ປີ​ຄື: ຫົກ​ເດືອນ​ເປັນ​ການ​ນວດກາຍ​ດ້ວຍ​ນໍ້າມັນ​ກຳຍານ ແລະ​ອີກ​ຫົກ​ເດືອນ​ຕໍ່ມາ ເປັນ​ການ​ນວດ​ດ້ວຍ​ນໍ້າມັນ​ຫອມ. ຫລັງຈາກ​ນີ້ ຍິງ​ແຕ່ລະຄົນ​ແມ່ນ​ຈະ​ຖືກ​ນຳ​ຕົວ​ເປັນ​ຜຽນ​ເຂົ້າ​ໄປ​ຫາ​ກະສັດ​ເຊເຊັດ.


ທ່ານ​ອາດ​ແຕ່ງຕັ້ງ​ພວກ​ຂ້າຣາຊການ​ໃນ​ທຸກໆ​ແຂວງ​ຂອງ​ອານາຈັກ​ນີ້ ແລະ​ສັ່ງ​ໃຫ້​ພວກເຂົາ​ນຳ​ເອົາ​ຍິງສາວ​ທັງຫລາຍ​ທີ່​ສວຍງາມ​ກວ່າໝູ່ ມາ​ທີ່​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ ທີ່​ນະຄອນ​ຊູຊາ ເມືອງ​ເອກ​ນີ້. ເຮໄກ ຊາຍ​ຕອນ​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ແຕ່ງໜ້າ​ນວດ​ຕົວ​ຢ່າງ​ສວຍງາມ.


ເມື່ອ​ກະສັດ​ຫລຽວເຫັນ​ຣາຊີນີ​ເອສະເທີ​ຢືນ​ຢູ່​ຂ້າງ​ນອກ ເພິ່ນ​ກໍ​ມີ​ຄວາມ​ເມດຕາ ແລະ​ເດ່​ໄມ້ຄ້ອນເທົ້າ​ຄຳ​ຂອງ​ເພິ່ນ​ໃສ່​ຣາຊີນີ. ແລ້ວ​ຣາຊີນີ​ກໍ​ຂຶ້ນ​ມາ​ຈັບ​ສົ້ນ​ໄມ້ຄ້ອນເທົ້າ​ນັ້ນ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ທີ່​ກົດຂີ່​ພວກເຂົາ ເມດຕາ​ສົງສານ​ພວກເຂົາ​ດ້ວຍ.


ເມື່ອ​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ​ເຈົ້າ​ກໍ​ເຮັດ​ໃຫ້ ສັດຕູ​ກາຍເປັນ​ມິດ.


ແລະ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ອັດຊະເປນັດ​ມີ​ໃຈ​ເມດຕາ​ຕໍ່​ດານີເອນ.


ແລະ​ຊ່ວຍ​ເພິ່ນ​ໃຫ້​ຜ່ານ​ພົ້ນ​ຄວາມ​ຍາກ​ລຳບາກ​ທັງ​ສິ້ນ, ພຣະເຈົ້າ​ກໍ​ໂຜດ​ໃຫ້​ເພິ່ນ​ເປັນ​ທີ່​ພໍໃຈ ແລະ​ມີ​ສະຕິປັນຍາ ເມື່ອ​ໂຢເຊັບ​ໄດ້​ປາກົດ​ຕົວ​ຕໍ່ໜ້າ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກະສັດ​ໄດ້​ແຕ່ງຕັ້ງ​ໂຢເຊັບ ໃຫ້​ເປັນ​ຜູ້​ປົກຄອງ​ເອຢິບ​ຕະຫລອດ​ທັງ​ວັງ​ຂອງ​ເພິ່ນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka