Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 2:8 - ພຣະຄຳພີສັກສິ

8 ເມື່ອ​ກະສັດ​ໄດ້​ອອກ​ດຳລັດ​ໃໝ່​ແລ້ວ ກໍໄດ້​ມີ​ຍິງສາວ​ຫລາຍ​ຄົນ​ຖືກ​ນຳ​ຕົວ​ມາ​ທີ່​ນະຄອນ​ຊູຊາ ແລະ​ເອສະເທີ​ກໍ​ຮ່ວມ​ຢູ່​ກັບ​ພວກເຂົາ​ດ້ວຍ. ນາງ​ຖືກ​ພາ​ມາ​ຢູ່​ໃນ​ວັງ ພາຍໃຕ້​ຄວາມ​ດູແລ​ຂອງ​ເຮໄກ ຜູ້​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.

Uka jalj uñjjattʼäta Copia luraña




ເອສະເທີ 2:8
3 Jak'a apnaqawi uñst'ayäwi  

ເວລາ​ຂອງ​ເອສະເທີ​ທີ່​ຈະ​ເຂົ້າ​ໄປ​ຫາ​ກະສັດ​ກໍໄດ້​ມາ​ເຖິງ. ເອສະເທີ​ເປັນ​ລູກສາວ​ຂອງ​ອາບີໄຮ ແລະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ມໍເດໄກ ພໍ່​ລ້ຽງ​ຂອງ​ນາງ. ເມື່ອ​ທຸກຄົນ​ເຫັນ​ເອສະເທີ​ຕ່າງ​ກໍ​ຊົມເຊີຍ​ນາງ. ເມື່ອ​ຜຽນ​ຂອງ​ນາງ​ມາ​ເຖິງ ນາງ​ໄດ້​ນຸ່ງ​ເຄື່ອງ​ຕາມ​ຄຳແນະນຳ​ຂອງ​ເຮໄກ ຊາຍ​ຕອນ​ຜູ້​ທີ່​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.


ທ່ານ​ອາດ​ແຕ່ງຕັ້ງ​ພວກ​ຂ້າຣາຊການ​ໃນ​ທຸກໆ​ແຂວງ​ຂອງ​ອານາຈັກ​ນີ້ ແລະ​ສັ່ງ​ໃຫ້​ພວກເຂົາ​ນຳ​ເອົາ​ຍິງສາວ​ທັງຫລາຍ​ທີ່​ສວຍງາມ​ກວ່າໝູ່ ມາ​ທີ່​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ ທີ່​ນະຄອນ​ຊູຊາ ເມືອງ​ເອກ​ນີ້. ເຮໄກ ຊາຍ​ຕອນ​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ແຕ່ງໜ້າ​ນວດ​ຕົວ​ຢ່າງ​ສວຍງາມ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka