Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 2:7 - ພຣະຄຳພີສັກສິ

7 ລາວ​ມີ​ພີ່ນ້ອງ​ຄົນ​ໜຶ່ງ​ຊື່​ວ່າ ເອສະເທີ ແລະ​ນາງ​ມີ​ຊື່​ເປັນ​ພາສາ​ເຮັບເຣີ​ວ່າ ຮາດາສາ; ນາງ​ເປັນ​ຍິງສາວ​ທີ່​ມີ​ຮູບຮ່າງ​ສວຍງາມ. ເມື່ອ​ພໍ່​ແມ່​ນາງ​ຕາຍໄປ ມໍເດໄກ​ໄດ້​ຮັບ​ເອົາ​ນາງ​ມາ​ລ້ຽງ​ເປັນ​ດັ່ງ​ລູກສາວ​ຂອງ​ຕົນເອງ.

Uka jalj uñjjattʼäta Copia luraña




ເອສະເທີ 2:7
12 Jak'a apnaqawi uñst'ayäwi  

ຢາໂຄບ​ກ່າວ​ຕໍ່ໄປ​ວ່າ, “ໂຢເຊັບ​ເອີຍ ລູກຊາຍ​ຂອງ​ເຈົ້າ​ສອງ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ປະເທດ​ເອຢິບ ກ່ອນ​ພໍ່​ມາ​ຢູ່​ນີ້​ເປັນ​ລູກ​ຂອງ​ພໍ່. ເອຟຣາອິມ​ແລະ​ມານາເຊ​ກໍ​ເທົ່າໆ​ກັບ​ຣູເບັນ​ແລະ​ຊີເມໂອນ.


ເພິ່ນ​ໄດ້​ສັ່ງ​ພວກເຂົາ​ໃຫ້​ພາ​ນາງ​ວາຊະຕີ ທີ່​ກຳລັງ​ໃສ່​ມົງກຸດ​ແຫ່ງ​ຣາຊີນີ​ຢູ່​ນັ້ນ​ມາ​ຫາ​ຕົນ. ຣາຊີນີ​ເປັນ​ຍິງ​ທີ່​ງາມ​ຫລາຍ ແລະ​ກະສັດ​ຢາກ​ສະແດງ​ໃຫ້​ບັນດາ​ຂ້າຣາຊການ ແລະ​ແຂກ​ທຸກໆ​ຄົນ​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເຫັນ​ຄວາມງາມ​ຂອງ​ຣາຊີນີ.


ເວລາ​ຂອງ​ເອສະເທີ​ທີ່​ຈະ​ເຂົ້າ​ໄປ​ຫາ​ກະສັດ​ກໍໄດ້​ມາ​ເຖິງ. ເອສະເທີ​ເປັນ​ລູກສາວ​ຂອງ​ອາບີໄຮ ແລະ​ເປັນ​ຍາດຕິພີ່ນ້ອງ​ຂອງ​ມໍເດໄກ ພໍ່​ລ້ຽງ​ຂອງ​ນາງ. ເມື່ອ​ທຸກຄົນ​ເຫັນ​ເອສະເທີ​ຕ່າງ​ກໍ​ຊົມເຊີຍ​ນາງ. ເມື່ອ​ຜຽນ​ຂອງ​ນາງ​ມາ​ເຖິງ ນາງ​ໄດ້​ນຸ່ງ​ເຄື່ອງ​ຕາມ​ຄຳແນະນຳ​ຂອງ​ເຮໄກ ຊາຍ​ຕອນ​ຜູ້​ທີ່​ຮັບຜິດຊອບ​ໂຮງ​ຂອງ​ພວກ​ນາງ​ສະໜົມ.


ສ່ວນ​ເອສະເທີ ນາງ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຜູ້ໃດ​ຮູ້​ວ່າ​ຕົນ​ເປັນ​ຄົນ​ຢິວ. ມໍເດໄກ​ບອກ​ນາງ​ບໍ່​ໃຫ້​ບອກ​ຜູ້ໃດ​ໝົດ ແລະ​ນາງ​ກໍ​ຟັງຄວາມ​ຂອງ​ມໍເດໄກ​ໃນ​ເລື່ອງ​ນີ້ ດັ່ງ​ນາງ​ໄດ້​ເຄີຍ​ຟັງຄວາມ​ຂອງ​ລາວ​ມາ​ຕັ້ງແຕ່​ຍັງ​ນ້ອຍ ໃນ​ຄາວ​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ລາວ​ນັ້ນ.


ໃນ​ມື້​ດຽວກັນ​ນັ້ນ ກະສັດ​ເຊເຊັດ​ໄດ້​ມອບ​ຊັບສິນ​ທັງໝົດ​ຂອງ​ຮາມານ ສັດຕູ​ຂອງ​ຊາວຢິວ​ໃຫ້​ແກ່​ຣາຊີນີ​ເອສະເທີ. ຣາຊີນີ​ເອສະເທີ​ບອກ​ກະສັດ​ວ່າ ມໍເດໄກ​ເປັນ​ຍາດພີ່ນ້ອງ​ຂອງ​ຕົນ ແລະ​ຕັ້ງແຕ່​ນັ້ນ​ມາ​ມໍເດໄກ​ກໍໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ພົບ​ກະສັດ​ໄດ້.


ຫລື​ຂ້ອຍ​ກິນ​ເຂົ້າ​ແລະ​ອາຫານ​ແຕ່​ຄົນດຽວ ໂດຍ​ບໍ່​ຍອມ​ຫລຽວແລ​ພວກ​ລູກກຳພ້າ.


ລູກກຳພ້າ​ໄວ​ໜຸ່ມ​ໃຫ້ກຽດ​ຂ້ອຍ​ດັ່ງ​ພໍ່​ຜູ້ໜຶ່ງ ຊຶ່ງ​ຂ້ອຍ​ໄດ້​ໜູນຫລັງ​ພວກເຂົາ​ມາ​ຕະຫລອດ.


ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.


ຝ່າຍ​ພໍ່​ແມ່​ຢ່າ​ເຮັດ​ໃຫ້​ລູກ​ຂອງຕົນ​ຂັດເຄືອງ​ໃຈ ແຕ່​ຈົ່ງ​ອົບຮົມ​ສັ່ງສອນ​ພວກເຂົາ​ຕາມ​ລະບຽບ ແລະ​ຫລັກ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ​ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka