Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 2:6 - ພຣະຄຳພີສັກສິ

6 ເມື່ອ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຈົ້າ​ເຢໂຮຍອາກິນ ກະສັດ​ແຫ່ງ​ຢູດາຍ​ຈາກ​ນະຄອນ​ເຢຣູຊາເລັມ ມາ​ເປັນ​ຊະເລີຍ​ພ້ອມທັງ​ກຸ່ມ​ຊະເລີຍ​ອື່ນ​ນັ້ນ ມໍເດໄກ​ກໍ​ຖືກ​ຈັບ​ມາ​ກັບ​ພວກເຂົາ​ດ້ວຍ.

Uka jalj uñjjattʼäta Copia luraña




ເອສະເທີ 2:6
8 Jak'a apnaqawi uñst'ayäwi  

ກະສັດ​ເຢໂຮຍອາກິນ​ພ້ອມ​ທັງ​ແມ່, ພວກ​ລູກຊາຍ, ພວກ​ນາຍ​ທະຫານ ແລະ​ພວກ​ຂ້າຣາຊການ​ປະຈຳວັງ​ກໍ​ພາກັນ​ຈຳນົນ​ຕໍ່​ກະສັດ​ແຫ່ງ​ບາບີໂລນ. ໃນ​ຣາຊການ​ປີ​ທີ​ແປດ​ຂອງ​ກະສັດ​ເນບູ​ກາດເນັດຊາ ເພິ່ນ​ໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ


ກະສັດ​ເຢໂຮຍອາກິມ​ໄດ້​ຕາຍໄປ; ແລ້ວ​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ເພິ່ນ​ໄດ້​ນຳ​ພວກ​ທີ່​ລອດຊີວິດ​ໄປ​ສູ່​ນະຄອນ​ບາບີໂລນ ເພື່ອ​ເອົາ​ໄປ​ເປັນ​ທາດຮັບໃຊ້​ເພິ່ນ ແລະ​ເຊື້ອສາຍ​ຂອງ​ເພິ່ນ ຈົນ​ອານາຈັກ​ເປີເຊຍ​ຮຸ່ງເຮືອງ​ຂຶ້ນ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ ເຖິງ​ແມ່ນ​ເຈົ້າ​ເປັນ​ແຫວນ​ສຸບ​ຢູ່​ໃນ​ມື​ຂວາ​ຂອງເຮົາ ເຮົາ​ກໍ​ຈະ​ດຶງ​ເຈົ້າ​ອອກ​ໄປ​ສັນນັ້ນ


ຂ້າພະເຈົ້າ​ຖາມ​ວ່າ, “ກະສັດ​ເຢໂຮຍອາກິນ​ຜູ້​ນີ້​ເປັນ​ດັ່ງ​ໝໍ້​ແຕກ ທີ່​ຖືກ​ໂຍນ​ຖິ້ມ ແລະ​ບໍ່ມີ​ຜູ້ໃດ​ຕ້ອງການ​ນັ້ນ​ບໍ? ດ້ວຍເຫດນັ້ນ ລາວ​ເອງ​ແລະ​ລູກ​ຂອງ​ລາວ​ຈຶ່ງ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ ຊຶ່ງ​ພວກເຂົາ​ບໍ່​ຮູ້ຈັກ​ແມ່ນ​ຫລືບໍ່?”


ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ໝາກເດື່ອ​ສອງ​ກະຕ່າ ຊຶ່ງ​ວາງ​ໄວ້​ຢູ່​ຕໍ່ໜ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ. (ເລື່ອງ​ນີ້​ໄດ້​ເກີດຂຶ້ນ ຫລັງຈາກ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຈັບ​ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເຈົ້າ​ເຢໂຮຍອາກິມ ກະສັດ​ແຫ່ງ​ຢູດາຍ​ຈາກ​ນະຄອນ​ເຢຣູຊາເລັມ ໄປ​ຍັງ​ບາບີໂລນ​ພ້ອມ​ກັບ​ພວກ​ຜູ້ນຳ​ຂອງ​ຢູດາຍ, ພວກ​ຊ່າງສີມື ແລະ​ພວກ​ຄົນງານ​ທີ່​ຊຳນິ​ຊຳນານ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka