4 ແລ້ວກໍໃຫ້ທ່ານເອົາຍິງຜູ້ໜຶ່ງທີ່ທ່ານມັກທີ່ສຸດ ມາເປັນຣາຊີນີແທນນາງວາຊະຕີ.” ກະສັດເຫັນວ່າເປັນການແນະນຳທີ່ດີ; ສະນັ້ນ ເພິ່ນຈຶ່ງປະຕິບັດຕາມ.
ຄຳສະເໜີນີ້ເປັນທີ່ພໍໃຈອັບຊາໂລມ ແລະພວກເຈົ້ານາຍຊາວອິດສະຣາເອນທຸກຄົນ.
ກະສັດກັບພວກຂ້າຣາຊການກໍເຫັນພ້ອມໃນຄວາມຄິດຢ່າງນີ້ ແລະກະສັດກໍໄດ້ເຮັດຕາມທີ່ເມມູການແນະນຳ.
ໃນເວລາດຽວກັນນັ້ນ ກະສັດກໍແຕ່ງຕັ້ງມໍເດໄກໃຫ້ຮັບຕຳແໜ່ງບໍລິຫານຣາຊການ.
ທ່ານອາດແຕ່ງຕັ້ງພວກຂ້າຣາຊການໃນທຸກໆແຂວງຂອງອານາຈັກນີ້ ແລະສັ່ງໃຫ້ພວກເຂົານຳເອົາຍິງສາວທັງຫລາຍທີ່ສວຍງາມກວ່າໝູ່ ມາທີ່ບ່ອນຢູ່ຂອງພວກນາງສະໜົມ ທີ່ນະຄອນຊູຊາ ເມືອງເອກນີ້. ເຮໄກ ຊາຍຕອນຈະເປັນຜູ້ເບິ່ງແຍງພວກເຂົາ ແລະໃຫ້ພວກເຂົາແຕ່ງໜ້ານວດຕົວຢ່າງສວຍງາມ.
ໃນນະຄອນຊູຊານີ້ ມີຄົນຢິວຜູ້ໜຶ່ງຊື່ວ່າມໍເດໄກລູກຊາຍຂອງຢາອີ; ລາວເປັນຄົນມາຈາກເຜົ່າເບັນຢາມິນ ແລະເປັນເຊື້ອສາຍຂອງກີເຊແລະຊີເມອີ.
ໃນວັນສະຫລອງວັນເກີດຂອງເຮໂຣດ ລູກສາວຂອງນາງເຮໂຣເດຍໄດ້ຟ້ອນລຳຕໍ່ໜ້າບັນດາແຂກທີ່ຖືກເຊີນມາ ເຮໂຣດພໍໃຈຫລາຍ
“ດັ່ງນັ້ນແຫລະ ຄົນທີ່ເປັນຜູ້ປາຍ ຈະກັບເປັນຜູ້ຕົ້ນ ແລະຜູ້ທີ່ເປັນຜູ້ຕົ້ນ ກໍຈະກັບເປັນຜູ້ປາຍ.”
“ດ້ວຍວ່າມີຫລາຍຄົນຖືກເຊີນມາ ແຕ່ມີໜ້ອຍຄົນທີ່ຖືກເລືອກໄວ້.”