Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 2:21 - ພຣະຄຳພີສັກສິ

21 ໃນ​ລະຫວ່າງ​ທີ່​ມໍເດໄກ​ຮັບ​ຕຳແໜ່ງ​ຢູ່​ໃນ​ວັງ​ນັ້ນ​ກໍ​ມີ​ຊາຍ​ຕອນ​ສອງ​ຄົນ​ຄື: ບິກທານ ແລະ​ເຕເຣເຊ ເປັນ​ຄົນ​ເຝົ້າ​ປະຕູ​ຫ້ອງ​ນອນ​ຂອງ​ກະສັດ. ພວກເຂົາ​ເປັນ​ສັດຕູ​ຕໍ່​ກະສັດ​ເຊເຊັດ ແລະ​ວາງແຜນ​ທີ່​ຈະ​ຂ້າ​ເພິ່ນ.

Uka jalj uñjjattʼäta Copia luraña




ເອສະເທີ 2:21
13 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ດາວິດ​ກໍ​ກ່າວ​ແກ່​ອາບີໄຊ​ກັບ​ພວກ​ຂ້າຣາຊການ​ທຸກຄົນ​ວ່າ, “ລູກຊາຍ​ຂອງເຮົາ​ເອງ​ພະຍາຍາມ​ຈະ​ຂ້າ​ເຮົາ​ຢູ່; ສະນັ້ນ ເປັນຫຍັງ​ຈຶ່ງ​ປະຫລາດ​ໃຈ​ກັບ​ຄົນ​ເບັນຢາມິນ​ຜູ້​ນີ້? ປ່ອຍ​ໃຫ້​ລາວ​ດ່າ​ເຮົາ​ຢູ່​ຢ່າງ​ນັ້ນ​ແຫຼະ ແລະ​ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ​ເລີຍ ເພາະ​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ລາວ​ເຮັດ​ຢ່າງ​ນັ້ນ.


ແຕ່​ວ່າ​ຊິມຣີ ນາຍ​ທະຫານ​ຄົນ​ໜຶ່ງ​ທີ່​ເປັນ​ຜູ້​ຄວບຄຸມ​ລົດຮົບ​ໄດ້​ວາງ​ອຸບາຍ​ຕໍ່ສູ້​ເພິ່ນ. ໃນ​ມື້​ໜຶ່ງ​ທີ່​ນະຄອນ​ຕີຣະຊາ ກະສັດ​ເອລາ​ພວມ​ນັ່ງ​ດື່ມ​ເຫຼົ້າ​ຈົນ​ເມົາ​ຢູ່​ໃນ​ເຮືອນ​ຂອງ​ອາຣະຊາ ຜູ້ເບິ່ງແຍງ​ຮັກສາ​ວັງ.


ບັນດາ​ຂ້າຣາຊການ​ຂອງ​ກະສັດ​ໄດ້​ວາງແຜນ​ກະບົດ​ຕໍ່​ເພິ່ນ ແລ້ວ​ມີ​ສອງ​ຄົນ​ໃນ​ພວກເຂົາ ຄື​ໂຢຊາການ​ລູກຊາຍ​ຂອງ​ຊີເມອາດ ແລະ​ເຢໂຮຊາບັດ​ລູກຊາຍ​ຂອງ​ໂຊເມ ໄດ້​ຂ້າ​ກະສັດ​ໂຢອາດ​ຢູ່​ໃນ​ວັງ ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ດິນແດນ​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ເສັ້ນທາງ​ໄປ​ເມືອງ​ສິນລາ. ຊາກສົບ​ຂອງ​ກະສັດ​ໂຢອາດ​ໄດ້​ຖືກ​ຝັງ​ໄວ້​ທີ່​ອຸບມຸງ​ແຫ່ງ​ກະສັດ ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາມາຊີຢາ ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ບັນດາ​ຂ້າຣາຊການ​ຂອງ​ກະສັດ​ອາໂມນ​ໄດ້​ວາງແຜນ​ກະບົດ​ຕໍ່​ເພິ່ນ ແລະ​ໄດ້​ຂ້າ​ເພິ່ນ​ເສຍ​ຢູ່​ໃນ​ວັງ.


ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ຂໍ້​ກ່າວຫາ​ຂຽນ​ເປັນ​ລາຍລັກອັກສອນ​ມາ​ຕໍ່ສູ້​ພວກເຂົາ.


ໃນ​ເວລາ​ດຽວກັນ​ນັ້ນ ກະສັດ​ກໍ​ແຕ່ງຕັ້ງ​ມໍເດໄກ​ໃຫ້​ຮັບ​ຕຳແໜ່ງ​ບໍລິຫານ​ຣາຊການ.


ໃນຄືນນັ້ນ ກະສັດ​ນອນ​ບໍ່​ຫລັບ ເພິ່ນ​ຈຶ່ງ​ໃຫ້​ຂ້າຣາຊການ​ນຳ​ເອົາ​ປຶ້ມ​ບັນທຶກ​ລາຍງານ​ຂອງ​ກະສັດ ມາ​ອ່ານ​ສູ່​ຟັງ.


ຕອນ​ທີ່​ພວກເຂົາ​ໄດ້​ອ່ານ​ນັ້ນ ມີ​ທັງ​ເລື່ອງ​ຂອງ​ມໍເດໄກ ທີ່​ຮູ້​ເຖິງ​ການ​ວາງແຜນ​ສັງຫານ​ກະສັດ ຄື​ການ​ປອງຮ້າຍ​ຊຶ່ງ​ຊາຍ​ຕອນ​ສອງ​ຄົນ ຄື​ບິກທານາ ແລະ​ເຕເຣເຊ ຄົນ​ເຝົ້າ​ຫ້ອງ​ຂອງ​ກະສັດ​ໄດ້​ເຮັດ​ຂຶ້ນ​ໃນ​ວັງ.


ພຣະອົງ​ໃຫ້​ໄຊຊະນະ​ແກ່​ກະສັດ​ທັງຫລາຍ ແລະ​ຊ່ວຍກູ້​ເອົາ​ດາວິດ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄວ້.


ຕາມ​ຄຳ​ຮ້ອງຂໍ​ຂອງ​ດານີເອນ ກະສັດ​ໄດ້​ແຕ່ງຕັ້ງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ​ໃຫ້​ຮັບ​ຣາຊການ​ຢູ່​ໃນ​ແຂວງ​ບາບີໂລນ, ແຕ່​ດານີເອນ​ຍັງ​ໄດ້​ຮັບ​ຕຳແໜ່ງ​ຢູ່​ໃນ​ຣາຊສຳນັກ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka