ເອສະເທີ 2:16 - ພຣະຄຳພີສັກສິ16 ສະນັ້ນ ໃນຣາຊການປີທີເຈັດຂອງກະສັດເຊເຊັດ ໃນເດືອນທີສິບອັນກົງກັບເດືອນເຕເບັດ ນາງເອສະເທີກໍໄດ້ຖືກນຳຕົວເຂົ້າໄປໃນວັງເພື່ອພົບກະສັດ. Uka jalj uñjjattʼäta |
ເວລາຂອງເອສະເທີທີ່ຈະເຂົ້າໄປຫາກະສັດກໍໄດ້ມາເຖິງ. ເອສະເທີເປັນລູກສາວຂອງອາບີໄຮ ແລະເປັນຍາດຕິພີ່ນ້ອງຂອງມໍເດໄກ ພໍ່ລ້ຽງຂອງນາງ. ເມື່ອທຸກຄົນເຫັນເອສະເທີຕ່າງກໍຊົມເຊີຍນາງ. ເມື່ອຜຽນຂອງນາງມາເຖິງ ນາງໄດ້ນຸ່ງເຄື່ອງຕາມຄຳແນະນຳຂອງເຮໄກ ຊາຍຕອນຜູ້ທີ່ຮັບຜິດຊອບໂຮງຂອງພວກນາງສະໜົມ.
ເຫດການນີ້ໄດ້ເກີດຂຶ້ນໃນວັນທີ 23 ຂອງເດືອນທີສາມ ອັນກົງກັບເດືອນຊີວານ . ມໍເດໄກໄດ້ເອີ້ນເອົາພວກເລຂາທິການຂອງກະສັດ ແລະບອກໃຫ້ພວກເຂົາຂຽນຈົດໝາຍເຖິງຊາວຢິວ ແລະເຖິງພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການໃນ 127 ແຂວງ, ຄືຕັ້ງແຕ່ອິນເດຍຈົນເຖິງຊູດານ. ພວກເລຂາທິການໄດ້ຂຽນຈົດໝາຍເຖິງແຕ່ລະແຂວງ ຕາມພາສາແລະວິທີຂຽນໃນແຂວງນັ້ນ ແລະໄດ້ຂຽນໄປເຖິງຊາວຢິວເປັນພາສາແລະວິທີຂຽນຂອງຊາວຢິວ.