Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 2:12 - ພຣະຄຳພີສັກສິ

12 ຕາມ​ທຳມະດາ​ແລ້ວ ການ​ຕົບແຕ່ງ​ຄວາມງາມ​ຂອງ​ຜູ້ຍິງ​ມີ​ກຳນົດ​ໄດ້​ໜຶ່ງ​ປີ​ຄື: ຫົກ​ເດືອນ​ເປັນ​ການ​ນວດກາຍ​ດ້ວຍ​ນໍ້າມັນ​ກຳຍານ ແລະ​ອີກ​ຫົກ​ເດືອນ​ຕໍ່ມາ ເປັນ​ການ​ນວດ​ດ້ວຍ​ນໍ້າມັນ​ຫອມ. ຫລັງຈາກ​ນີ້ ຍິງ​ແຕ່ລະຄົນ​ແມ່ນ​ຈະ​ຖືກ​ນຳ​ຕົວ​ເປັນ​ຜຽນ​ເຂົ້າ​ໄປ​ຫາ​ກະສັດ​ເຊເຊັດ.

Uka jalj uñjjattʼäta Copia luraña




ເອສະເທີ 2:12
10 Jak'a apnaqawi uñst'ayäwi  

ທຸກ​ມື້ໃດ ມໍເດໄກ​ໄດ້​ຍ່າງ​ໄປມາ​ຕໍ່ໜ້າ​ເດີ່ນ​ຂອງ​ໂຮງ​ພວກ​ນາງ​ສະໜົມ ເພື່ອ​ຢາກ​ຮູ້​ວ່າ​ເອສະເທີ​ເປັນ​ຢູ່​ຢ່າງໃດ ແລະ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ນາງ.


ຕອນ​ທີ່​ນາງ​ອອກ​ຈາກ​ໂຮງ​ຂອງ​ພວກ​ນາງ​ສະໜົມ​ໄປ​ທີ່​ວັງ​ນັ້ນ ນາງ​ນຸ່ງ​ຫຍັງ​ກໍໄດ້​ຕາມໃຈ.


ທ່ານ​ອາດ​ແຕ່ງຕັ້ງ​ພວກ​ຂ້າຣາຊການ​ໃນ​ທຸກໆ​ແຂວງ​ຂອງ​ອານາຈັກ​ນີ້ ແລະ​ສັ່ງ​ໃຫ້​ພວກເຂົາ​ນຳ​ເອົາ​ຍິງສາວ​ທັງຫລາຍ​ທີ່​ສວຍງາມ​ກວ່າໝູ່ ມາ​ທີ່​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ ທີ່​ນະຄອນ​ຊູຊາ ເມືອງ​ເອກ​ນີ້. ເຮໄກ ຊາຍ​ຕອນ​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ແຕ່ງໜ້າ​ນວດ​ຕົວ​ຢ່າງ​ສວຍງາມ.


ເຮໄກ​ພໍໃຈ​ໃນ​ຕົວ​ນາງ​ເອສະເທີ ແລະ​ໃຫ້​ຄວາມ​ກະລຸນາ​ແກ່​ນາງ. ເຮໄກ​ຈຶ່ງ​ເລີ່ມ​ຕົບແຕ່ງ​ຄວາມງາມ​ຂອງ​ນາງ​ໂດຍ​ການ​ນວດ​ຮ່າງກາຍ ແລະ​ໃຫ້​ນາງ​ກິນ​ອາຫານ​ພິເສດ. ລາວ​ໃຫ້​ນາງ​ຢູ່​ໃນ​ບ່ອນ​ດີທີ່ສຸດ​ໃນ​ໂຮງ​ຂອງ​ພວກ​ນາງ​ສະໜົມ ແລະ​ແຕ່ງຕັ້ງ​ຜູ້ຍິງ​ເຈັດ​ຄົນ​ເປັນ​ພິເສດ​ຈາກ​ວັງ​ໃຫ້​ເປັນ​ຜູ້ຮັບໃຊ້​ນາງ.


ຂ້ອຍ​ພົມ​ຜ້າ​ປູບ່ອນ​ດ້ວຍ​ນໍ້າຫອມ​ຈາກ​ຢາງໄມ້, ນໍ້າຫອມ​ອາໂລ ແລະ​ກຳຍານ​ຫອມ.


ແມ່ນ​ຫຍັງ​ນໍ ກຳລັງ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ ດຸດດັ່ງ​ຄວັນ​ທີ່​ເປັນ​ເສົາ​ພຸ່ງ​ຂຶ້ນ ແມ່ນ​ກິ່ນ​ຊວນຊື່ນ​ເຄື່ອງຫອມ​ແລະ​ກຳຍານ​ບໍ? ຊຶ່ງ​ພໍ່ຄ້າ​ທັງຫລາຍ​ໄດ້​ນຳ​ມາ​ຂາຍ​ນັ້ນ.


ແທນ​ທີ່​ຕົນຕົວ​ພວກເຂົາ​ຈະ​ມີ​ກິ່ນ​ຫອມ ພວກເຂົາ​ຈະ​ມີ​ກິ່ນ​ເໝັນ; ແທນ​ທີ່​ຈະ​ມີ​ສາຍແອວ​ງາມ ພວກເຂົາ​ຈະ​ມີ​ເຊືອກ​ມັດ​ແອວ; ແທນ​ທີ່​ຈະ​ມີ​ຜົມ​ງາມ ພວກເຂົາ​ຈະ​ຫົວ​ໂຫລ້ນ; ແທນ​ທີ່​ຈະ​ໃສ່​ເສື້ອ​ງາມ ພວກເຂົາ​ຈະ​ນຸ່ງ​ຜ້າ​ຂາດ; ຄວາມງາມ​ຂອງ​ພວກເຂົາ​ຈະ​ປ່ຽນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ.


ພວກເຈົ້າ​ໃສ່​ນໍ້າຫອມ​ແລະ​ທາ​ນວດ​ສະເໜ່​ໄປ​ຂາບໄຫວ້​ພະ​ໂມເລັກ. ເພື່ອ​ຈະ​ໄດ້​ບັນດາ​ພະ​ມາ​ຂາບໄຫວ້ ພວກເຈົ້າ​ໄດ້​ສົ່ງ​ຄະນະທູດ​ໄປ​ສູ່​ແດນໄກ​ໄປ​ຮອດ​ແມ່ນແຕ່​ແດນ​ຂອງ​ຄົນຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka