Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 2:10 - ພຣະຄຳພີສັກສິ

10 ສ່ວນ​ມໍເດໄກ​ກໍໄດ້​ແນະນຳ​ນາງ​ເອສະເທີ ໃຫ້​ປິດ​ເປັນ​ຄວາມ​ລັບ​ເລື່ອງ​ທີ່​ຕົນ​ເປັນ​ຄົນ​ຢິວ.

Uka jalj uñjjattʼäta Copia luraña




ເອສະເທີ 2:10
9 Jak'a apnaqawi uñst'ayäwi  

ທຸກ​ມື້ໃດ ມໍເດໄກ​ໄດ້​ຍ່າງ​ໄປມາ​ຕໍ່ໜ້າ​ເດີ່ນ​ຂອງ​ໂຮງ​ພວກ​ນາງ​ສະໜົມ ເພື່ອ​ຢາກ​ຮູ້​ວ່າ​ເອສະເທີ​ເປັນ​ຢູ່​ຢ່າງໃດ ແລະ​ຈະ​ມີ​ຫຍັງ​ເກີດຂຶ້ນ​ກັບ​ນາງ.


ສ່ວນ​ເອສະເທີ ນາງ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຜູ້ໃດ​ຮູ້​ວ່າ​ຕົນ​ເປັນ​ຄົນ​ຢິວ. ມໍເດໄກ​ບອກ​ນາງ​ບໍ່​ໃຫ້​ບອກ​ຜູ້ໃດ​ໝົດ ແລະ​ນາງ​ກໍ​ຟັງຄວາມ​ຂອງ​ມໍເດໄກ​ໃນ​ເລື່ອງ​ນີ້ ດັ່ງ​ນາງ​ໄດ້​ເຄີຍ​ຟັງຄວາມ​ຂອງ​ລາວ​ມາ​ຕັ້ງແຕ່​ຍັງ​ນ້ອຍ ໃນ​ຄາວ​ທີ່​ຢູ່​ໃຕ້​ຄວາມ​ດູແລ​ຂອງ​ລາວ​ນັ້ນ.


ລາວ​ມີ​ພີ່ນ້ອງ​ຄົນ​ໜຶ່ງ​ຊື່​ວ່າ ເອສະເທີ ແລະ​ນາງ​ມີ​ຊື່​ເປັນ​ພາສາ​ເຮັບເຣີ​ວ່າ ຮາດາສາ; ນາງ​ເປັນ​ຍິງສາວ​ທີ່​ມີ​ຮູບຮ່າງ​ສວຍງາມ. ເມື່ອ​ພໍ່​ແມ່​ນາງ​ຕາຍໄປ ມໍເດໄກ​ໄດ້​ຮັບ​ເອົາ​ນາງ​ມາ​ລ້ຽງ​ເປັນ​ດັ່ງ​ລູກສາວ​ຂອງ​ຕົນເອງ.


ຮາມານ​ຈຶ່ງ​ບອກ​ກະສັດ​ເຊເຊັດ​ວ່າ, “ຍັງ​ມີ​ຄົນ​ຊາດ​ໜຶ່ງ​ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໄປ ຕາມ​ທຸກ​ແຂວງ​ໃນ​ອານາຈັກ​ຂອງທ່ານ. ພວກເຂົາ​ຢຶດຖື​ປະເພນີ​ທີ່​ບໍ່​ຄື​ກັບ​ຄົນອື່ນໆ. ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຂົາ​ບໍ່ໄດ້​ປະຕິບັດ​ຕາມ​ກົດໝາຍ​ຂອງ​ອານາຈັກ; ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ຜົນ​ດີ​ທີ່​ທ່ານ​ຕ້ອງ​ອົດທົນ​ກັບ​ຄົນ​ເຫຼົ່ານີ້.


ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ຝ່າຍ​ບຸດ​ທັງຫລາຍ ຈົ່ງ​ນົບນ້ອມ​ເຊື່ອຟັງ​ບິດາ​ມານດາ​ຂອງຕົນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ເພາະ​ເຮັດ​ແນວ​ນັ້ນ​ເປັນ​ການ​ຖືກຕ້ອງ.


ດັ່ງນັ້ນ ນາງຣຸດ​ຈຶ່ງ​ເຂົ້າ​ໄປ​ທີ່​ລານ​ຟາດເຂົ້າ ແລະ​ເຮັດ​ຕາມ​ທີ່​ຍ່າ​ໄດ້​ບອກ​ນັ້ນ​ທຸກຢ່າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka