Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 10:3 - ພຣະຄຳພີສັກສິ

3 ມໍເດໄກ ຄົນ​ຢິວ​ຜູ້​ນີ້ ແມ່ນ​ຜູ້​ດຽວ​ເທົ່ານັ້ນ ທີ່​ໄດ້​ຮັບ​ຕຳແໜ່ງ​ເປັນ​ຜູ້​ຮອງ​ຈາກ​ກະສັດ​ເຊເຊັດ. ເພິ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ໃຫ້ກຽດ ແລະ​ເປັນ​ທີ່​ພໍໃຈ​ຂອງ​ພີ່ນ້ອງ​ຊາວຢິວ. ເພິ່ນ​ເຮັດ​ວຽກ​ເພື່ອ​ຜົນປະໂຫຍດ​ຂອງ​ຊົນຊາດ​ຂອງ​ເພິ່ນ ແລະ​ເພື່ອ​ຄວາມ​ປອດໄພ​ຂອງ​ລູກຫລານ​ເຊັ່ນ​ຕໍ່ມາ​ທັງໝົດ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ເອສະເທີ 10:3
17 Jak'a apnaqawi uñst'ayäwi  

ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ​ປະເທດ ແລະ​ປະຊາຊົນ​ທຸກໆ​ຄົນ​ຂອງເຮົາ​ຈະ​ຕ້ອງ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເຈົ້າ. ເວັ້ນແຕ່​ຝ່າຍ​ພຣະທີ່ນັ່ງ​ເທົ່ານັ້ນ ທີ່​ເຮົາ​ຈະ​ເປັນ​ໃຫຍ່​ກວ່າ​ເຈົ້າ ເພາະ​ເຮົາ​ເປັນ​ກະສັດ.


ໃຫ້​ພໍ່​ມາ​ທີ່​ເຂດ​ໂກເຊັນ​ບ່ອນ​ທີ່​ຢູ່​ໃກ້​ກັບ​ລູກ ພ້ອມ​ລູກຫລານ ຕະຫລອດ​ທັງ​ຝູງແກະ, ຝູງແບ້, ຝູງງົວ ແລະ​ທຸກໆ​ສິ່ງ​ທີ່​ພໍ່​ມີ​ຢູ່.


ຖ້າ​ພໍ່​ມາ​ຢູ່​ເຂດ​ໂກເຊັນ ລູກ​ກໍ​ສາມາດ​ເບິ່ງແຍງ​ພໍ່​ໄດ້​ດີ. ຄວາມ​ອຶດຢາກ​ຍັງ​ຈະ​ມີ​ອີກ​ຫ້າ​ປີ, ແລະ​ລູກ​ບໍ່​ຢາກ​ໃຫ້​ຄອບຄົວ​ຂອງ​ພໍ່​ກັບ​ຝູງສັດ​ຕ້ອງ​ອຶດຕາຍ.”’


ມີ​ທະຫານ​ອິດສະຣາເອນ​ຄົນ​ໜຶ່ງ​ຊື່​ວ່າ ຊີກະຣີ; ລາວ​ໄດ້​ຂ້າ​ມາອາເສອີຢາ​ລູກຊາຍ​ຂອງ​ກະສັດ​ອາຮາດ, ອາຊະຣີກຳ​ເປັນ​ຫົວໜ້າ​ກົມ​ປົກຄອງ​ປະຈຳວັງ ແລະ​ເອນການາ​ເປັນ​ຜູ້​ຮອງ​ກະສັດ.


ແຕ່​ສານບັນລັດ​ຊາວ​ໂຮໂຣນ ແລະ​ໂຕບີຢາ​ຂ້າຣາຊການ​ຄົນ​ໜຶ່ງ​ຂອງ​ແຂວງ​ອຳໂມນ ໄດ້ຍິນ​ຂ່າວ​ວ່າ, ມີ​ບາງຄົນ​ມາ​ເຮັດ​ວຽກ​ເພື່ອ​ຫາ​ຄວາມສຸກ​ສະບາຍ​ໃຫ້​ຊາວ​ອິດສະຣາເອນ; ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ພໍໃຈ​ຢ່າງຍິ່ງ.


ໃນ​ນະຄອນ​ຊູຊາ​ນີ້ ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ​ມໍເດໄກ​ລູກຊາຍ​ຂອງ​ຢາອີ; ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເບັນຢາມິນ ແລະ​ເປັນ​ເຊື້ອສາຍ​ຂອງ​ກີເຊ​ແລະ​ຊີເມອີ.


ກະສັດ​ໄດ້​ສັ່ງ​ໃຫ້​ບັນດາ​ຂ້າຣາຊການ​ທັງໝົດ​ຂອງຕົນ ສະແດງ​ຄວາມ​ເຄົາຣົບ​ຕໍ່​ຮາມານ​ໂດຍ​ໃຫ້​ຄຸເຂົ່າ​ກົ້ມຂາບ​ລາວ. ທຸກຄົນ​ກໍໄດ້​ເຮັດ​ຕາມ, ແຕ່​ມໍເດໄກ​ບໍ່ຍອມ​ເຮັດ​ຕາມ.


ບັດນີ້ ເຮົາ​ໄດ້ຍິນ​ວ່າ​ເຈົ້າ​ຄົ້ນຄວ້າ​ຕີ​ຄວາມໝາຍ ແລະ​ອະທິບາຍ​ຄວາມ​ເລິກລັບ​ໄດ້. ຖ້າ​ເຈົ້າ​ອ່ານ​ແລະ​ບອກ​ຄວາມໝາຍ​ຂອງ​ຄຳ​ຂຽນ​ນີ້​ໃຫ້​ເຮົາ​ຮູ້​ໄດ້ ເຈົ້າ​ກໍ​ຈະ​ໄດ້​ນຸ່ງ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ແລະ​ຈະ​ໄດ້​ຄ້ອງ​ຄໍ​ສາຍສ້ອຍ​ຄຳ​ກຽດຕິຍົດ ທັງ​ຈະ​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.”


ແລ້ວ​ເຈົ້າ​ເບັນຊັດຊາເຣ​ກໍ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ນຳ​ເອົາ​ເສື້ອຄຸມ​ສີມ່ວງ​ຂອງ​ກະສັດ ມາ​ນຸ່ງ​ໃຫ້​ດານີເອນ​ໃນທັນທີ ແລະ​ຄ້ອງ​ຄໍ​ສາຍ​ສ້ອຍ​ກຽດຕິຍົດ​ໃຫ້​ລາວ. ເພິ່ນ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຜູ້​ມີ​ອຳນາດ​ຄົນ​ທີ​ສາມ​ໃນ​ອານາຈັກ.


ຕໍ່ມາ​ບໍ່​ເຫິງ ດານີເອນ​ກໍໄດ້​ສະແດງ​ໃຫ້​ເຫັນ​ວ່າ ຕົນ​ເຮັດ​ວຽກ​ດີກວ່າ​ຜູ້​ກວດກາ​ຣາຊການ ແລະ​ເຈົ້າແຂວງ​ຄົນອື່ນໆ. ຍ້ອນ​ດານີເອນ​ເປັນ​ຄົນ​ເດັ່ນ​ນີ້​ເອງ ກະສັດ​ຈຶ່ງ​ພິຈາລະນາ​ແຕ່ງຕັ້ງ​ເພິ່ນ​ເປັນ​ຜູ້​ຮັບຜິດຊອບ​ທົ່ວ​ທັງ​ອານາຈັກ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ.


ເມື່ອ​ຜູ້ໃດ​ບົວລະບັດ​ຮັບໃຊ້​ພຣະຄຣິດ​ໃນ​ທຳນອງນີ້ ກໍ​ເຮັດ​ໃຫ້​ພຣະເຈົ້າ​ຊົງ​ພໍພຣະໄທ ແລະ​ເຮັດ​ໃຫ້​ມະນຸດ​ເຫັນ​ດີ​ດ້ວຍ.


ແຕ່​ທຸກໆຄົນ​ໃນ​ຊາດ​ອິດສະຣາເອນ ແລະ​ຢູດາ​ຕ່າງ​ກໍ​ຮັກ​ດາວິດ ເພາະ​ລາວ​ເປັນ​ຜູ້ນຳ​ທີ່​ເຮັດ​ສຳເລັດ​ໜ້າທີ່​ທຸກຢ່າງ.


ໂດຍ​ເວົ້າ​ວ່າ, “ຢ່າ​ຢ້ານ​ເລີຍ ກະສັດ​ໂຊນ​ພໍ່​ຂອງຂ້ອຍ​ເຮັດ​ຫຍັງ​ໃຫ້​ເຈົ້າ​ບໍ່ໄດ້​ດອກ. ເພິ່ນ​ຮູ້ຈັກ​ດີ​ວ່າ​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ ທີ່​ຈະ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ອຍ​ກໍ​ຈະ​ເປັນ​ຜູ້​ຮອງ​ຂອງ​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka