Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 1:7 - ພຣະຄຳພີສັກສິ

7 ເຄື່ອງ​ດື່ມ​ແມ່ນ​ຖືກ​ເຫຍັ້ນ​ໃສ່​ຈອກຄຳ​ແຕ່ລະອັນ​ບໍ່​ຄືກັນ ແລະ​ກະສັດ​ກໍ​ມີ​ໃຈ​ກວ້າງຂວາງ​ແຈກ​ຢາຍ​ເຫຼົ້າ​ອະງຸ່ນ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ເອສະເທີ 1:7
6 Jak'a apnaqawi uñst'ayäwi  

ຈອກ​ທັງໝົດ​ທີ່​ກະສັດ​ໂຊໂລໂມນ​ໃຊ້​ດື່ມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳ ແລະ​ເຄື່ອງໃຊ້​ທຸກຢ່າງ​ທີ່​ຢູ່​ໃນ​ຫ້ອງ​ໂຖງ​ແຫ່ງ​ດົງ​ເລບານອນ​ກໍ​ເຮັດ​ດ້ວຍ​ຄຳ​ນໍ້າໜຶ່ງ. ບໍ່ມີ​ສິ່ງໃດ​ທີ່​ເຮັດ​ດ້ວຍ​ເງິນ ເພາະ​ເງິນ​ໃນ​ສະໄໝ​ຂອງ​ກະສັດ​ໂຊໂລໂມນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີ​ຄ່າ.


ຈອກ​ທີ່​ໂຊໂລໂມນ​ໃຊ້​ດື່ມ​ເຮັດ​ດ້ວຍ​ຄຳ​ທັງໝົດ ແລະ​ເຄື່ອງໃຊ້​ທັງໝົດ​ໃນ​ຫ້ອງໂຖງ​ແຫ່ງ​ດົງ​ເລບານອນ ກໍ​ເຮັດ​ດ້ວຍ​ຄຳ​ບໍຣິສຸດ​ທັງໝົດ. ໃນ​ສະໄໝ​ຂອງ​ໂຊໂລໂມນ​ນັ້ນ ເງິນ​ຖື​ວ່າ​ເປັນ​ຂອງ​ບໍ່​ມີຄ່າ.


ຜູ້​ທີ່​ຖືກ​ເຊີນ​ມາ​ນັ້ນ ດື່ມ​ໄດ້​ຕາມໃຈ​ມັກ; ກະສັດ​ໄດ້​ສັ່ງ​ຄົນ​ຮັບໃຊ້​ຂອງຕົນ ແຈກ​ຢາຍ​ແກ່​ທຸກຄົນ​ໃຫ້​ໄດ້​ດື່ມ​ຕາມ​ທີ່​ຕ້ອງການ.


ແລ້ວ​ກະສັດ​ກໍ​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ເພື່ອ​ເປັນ​ກຽດ​ແກ່​ນາງ​ເອສະເທີ ແລະ​ໄດ້​ເຊີນ​ບັນດາ​ຂ້າຣາຊການ​ພ້ອມ​ທັງ​ພວກ​ບໍລິຫານ​ທຸກຄົນ​ຂອງຕົນ ມາ​ຮ່ວມ​ໃນ​ງານ​ນີ້. ເພິ່ນ​ໄດ້​ປະກາດ​ໃຫ້​ມື້​ນັ້ນ​ເປັນ​ມື້​ຢຸດ​ພັກ ໃນ​ທຸກ​ແຂວງ ແລະ​ເພິ່ນ​ໄດ້​ແຈກ​ຂອງຂວັນ​ໃຫ້​ຄົນ​ຢ່າງ​ໃຈ​ກວ້າງຂວາງ ສົມ​ກັບ​ເປັນ​ກະສັດ.


ຊື່ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ​ທັງ​ປະເທດ​ຊີເຣຍ ແລະ​ພວກເຂົາ​ຈຶ່ງ​ໄດ້​ນຳ​ຄົນ​ທີ່​ເຈັບໄຂ້​ໄດ້ປ່ວຍ​ຕ່າງໆ​ກັບ​ຄົນ​ຈິດໃຈ​ບໍ່​ປົກກະຕິ, ຄົນ​ຜີມານຮ້າຍ​ເຂົ້າ​ສິງ, ຄົນ​ບ້າໝູ ແລະ​ຄົນ​ເປັນ​ເປ້ຍ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຊົງ​ໂຜດ​ຮັກສາ​ພວກເຂົາ​ໃຫ້​ຫາຍ​ດີ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka