ລາວກຳລັງກົ້ມຕົວລົງໃສ່ຕັ່ງນວມຍາວ ບ່ອນທີ່ຣາຊີນີເອສະເທີນັ່ງຢູ່ນັ້ນເພື່ອຂໍຄວາມເມດຕາ ພໍດີຖືກກັບເວລາທີ່ກະສັດກັບຄືນມາຈາກສວນ ແລະເຂົ້າໄປໃນຫ້ອງ. ເມື່ອເຫັນດັ່ງນີ້ແລ້ວ ກະສັດຈຶ່ງຮ້ອງຂຶ້ນວ່າ, “ຄົນນີ້ກຳລັງຈະຂົ່ມຂືນຣາຊີນີຕໍ່ໜ້າເຮົາຢູ່ທີ່ວັງຂອງເຮົາບໍ?” ກະສັດເວົ້າຍັງບໍ່ທັນຂາດຄຳ ບັນດາຊາຍຕອນກໍເອົາຜ້າຄຸມຫົວຮາມານໄວ້.