4 ເປັນເວລາຫົກເດືອນເຕັມ ທີ່ເພິ່ນໄດ້ສະແດງຄວາມຮັ່ງມີຂອງສຳນັກແຫ່ງຈັກກະພັດ ຕະຫລອດທັງຄວາມງົດງາມ ແລະການຄອງອຳນາດໃຫ້ແກ່ບັນດາຜູ້ທີ່ຖືກເຊີນມາໄດ້ເຫັນ.
ພຣະເຈົ້າຢາເວໄດ້ເຮັດໃຫ້ຊົນຊາດທັງໝົດເກງກົວກະສັດໂຊໂລໂມນ ແລະພຣະອົງໄດ້ບັນດານໃຫ້ເພິ່ນມີກຽດຍິ່ງໃຫຍ່ກວ່າກະສັດໃດໆທີ່ປົກຄອງປະເທດອິດສະຣາເອນ.
ໃນຣາຊການປີທີສາມ ເພິ່ນໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ສຳລັບບັນດາຂ້າຣາຊການແລະພວກບໍລິຫານງານທັງໝົດຂອງເພິ່ນ. ກອງທັບຂອງເປີເຊຍແລະເມເດຍກໍຢູ່ໃນທີ່ນັ້ນ ຕະຫລອດທັງບັນດາຜູ້ປົກຄອງແຂວງ ແລະພວກຂຸນນາງປະຈຳແຂວງຕ່າງໆ.
ຫລັງຈາກນັ້ນ ກະສັດກໍໄດ້ຈັດງານກິນລ້ຽງຢ່າງໃຫຍ່ໂຕຂຶ້ນ ທີ່ເມືອງເອກຊູຊາສຳລັບທຸກຄົນ ບໍ່ວ່າຮັ່ງມີຫລືຍາກຈົນ. ງານກິນລ້ຽງນີ້ໄດ້ຈັດຂຶ້ນໃນເດີ່ນຂອງສວນຂອງຣາຊວັງ ແລະດຳເນີນໄປຕະຫລອດໜຶ່ງອາທິດ.
ຖ້າດັ່ງນັ້ນ ຈົ່ງລຸກຂຶ້ນດ້ວຍກຽດສັກສີ ເອົາສະຫງ່າງາມແລະສະຫງ່າຣາສີຫຸ້ມຕົວເຈົ້າໄວ້.
ພວກເຂົາຈະກ່າວເຖິງຣິດອຳນາດທັງສະຫງ່າຣາສີຂອງພຣະອົງ ຂ້ານ້ອຍຈະຮໍ່າເພິງເຖິງການອັດສະຈັນນັ້ນ.
ເພາະພຣະອົງຊ່ວຍເຫຼືອເພິ່ນຈຶ່ງມີກຽດສັກສີ ພຣະອົງໃຫ້ເພິ່ນມີຊື່ສຽງແລະຣິດອຳນາດ.
ຈົ່ງຂັດດາບເຖີດ ກະສັດຜູ້ເກັ່ງກ້າເອີຍ ທ່ານຜູ້ມີຊື່ລືນາມແລະສະຫງ່າຜ່າເຜີຍດ້ວຍ.
ພຣະເຈົ້າຢາເວຊົງເປັນກະສັດ ພຣະເຈົ້າຢາເວຊົງຫົ່ມດ້ວຍພຣະສະຫງ່າຣາສີແລະພະລັງ. ແຜ່ນດິນໂລກຕັ້ງຢູ່ບ່ອນເກົ່າຢ່າງໝັ້ນຄົງດີ ແລະບໍ່ສາມາດເໜັງຕີງຍ້າຍໄປມາໄດ້.
ກະສັດເຮເຊກີຢາໄດ້ຕ້ອນຮັບຄະນະທູດເປັນຢ່າງດີ ແລະພາເລາະຊົມບ່ອນຮັກສາຊັບສົມບັດຂອງຕົນເຊັ່ນ: ເງິນ, ຄຳ, ເຄື່ອງເທດກັບເຄື່ອງຫອມ ແລະອາວຸດຍຸດທະພັນທັງໝົດໃນກອງທັບ. ບໍ່ມີບ່ອນໃດໃນຄັງມ້ຽນເຄື່ອງຫລືບ່ອນອື່ນໆໃນຣາຊອານາຈັກ ທີ່ເພິ່ນບໍ່ໄດ້ພາພວກເຂົາເລາະຊົມ.
ເຈົ້າໄດ້ເຮັດທຸລະກິດຢ່າງຫລັກແຫລມແລະສືບຕໍ່ໄດ້ກຳໄລ. ເຈົ້າຊ່າງອວດອົ່ງທະນົງຕົວກັບຊັບສົມບັດຂອງເຈົ້າແທ້ໆນໍ.
ເພິ່ນໄດ້ກ່າວວ່າ, “ເບິ່ງດູ ນະຄອນບາບີໂລນນີ້ເປັນເມືອງໃຫຍ່ຫລາຍ ເຮົາໄດ້ສ້າງໃຫ້ເປັນເມືອງຫລວງຂອງເຮົາ ເພື່ອສະແດງເຖິງອຳນາດ ແລະຄວາມຍິ່ງໃຫຍ່ ກຽດຕິຍົດ ແລະສະຫງ່າຣາສີຂອງເຮົາ.”
ເມື່ອຈິດໃຈເຮົາເປັນປົກກະຕິແລ້ວ ກຽດຕິຍົດແລະສະຫງ່າຣາສີຂອງເຮົາ ທັງຄວາມຍິ່ງໃຫຍ່ຂອງອານາຈັກຂອງເຮົາກໍໄດ້ຖືກມອບຄືນໃຫ້ເຮົາ. ບັນດາຂ້າຣາຊການ ແລະພວກເຈົ້ານາຍຂອງເຮົາຖືກມອບຄືນໃຫ້ແກ່ເຮົາອີກ ຊຶ່ງເປັນກຽດອັນຍິ່ງໃຫຍ່ກວ່າຄາວກ່ອນ.
ພຣະເຈົ້າອົງສູງສຸດໄດ້ແຕ່ງຕັ້ງເຈົ້າເນບູກາດເນັດຊາບິດາຂອງທ່ານ ໃຫ້ເປັນກະສັດຜູ້ຍິ່ງໃຫຍ່ ທັງໃຫ້ເພິ່ນມີກຽດຕິຍົດ ແລະສະຫງ່າຣາສີ.
ອີກເທື່ອໜຶ່ງ ມານຮ້າຍກໍພາພຣະເຢຊູເຈົ້າຂຶ້ນໄປເທິງຍອດພູທີ່ສູງສຸດແຫ່ງໜຶ່ງ ແລະສຳແດງບັນດາອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງໝົດໃຫ້ພຣະອົງເຫັນ.
ແລະຂໍຢ່າພາຂ້ານ້ອຍເຂົ້າໄປ ໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ [ເຫດວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີກໍເປັນຂອງພຣະອົງສືບໆໄປເປັນນິດ ອາແມນ’]
ແລະເພື່ອສຳແດງສະຫງ່າຣາສີອັນອຸດົມສົມບູນຂອງພຣະອົງ ແກ່ບັນດາຜູ້ທີ່ເປັນພາຊະນະແຫ່ງຄວາມເມດຕາ ຄືຄົນເຫຼົ່ານັ້ນ ທີ່ພຣະອົງໄດ້ຊົງຈັດຕຽມໄວ້ກ່ອນ ເພື່ອຮັບສະຫງ່າຣາສີນັ້ນ.
ແລະຂໍຊົງໂຜດໃຫ້ຕາພາຍໃນຂອງເຈົ້າທັງຫລາຍສະຫວ່າງຂຶ້ນ ເພື່ອພວກເຈົ້າຈະໄດ້ຮູ້ວ່າ ໃນການທີ່ພຣະອົງຊົງເອີ້ນພວກເຈົ້ານັ້ນ ພຣະອົງໄດ້ຊົງປະທານຄວາມຫວັງອັນໃດແກ່ພວກເຈົ້າ ແລະຮູ້ວ່າມໍຣະດົກຂອງພຣະອົງສຳລັບພວກໄພ່ພົນຂອງພຣະອົງນັ້ນ ມີສະຫງ່າຣາສີອັນອຸດົມສົມບູນພຽງໃດ.
ພຣະເຈົ້າຊົງມີພຣະປະສົງທີ່ຈະສຳແດງໃຫ້ໄພ່ພົນເຫຼົ່ານັ້ນຮູ້ວ່າ ໃນທ່າມກາງຄົນຕ່າງຊາດ ອັນໃດເປັນຄວາມຮັ່ງມີຂອງສະຫງ່າຣາສີແຫ່ງຂໍ້ເລິກລັບ ຄືທີ່ພຣະຄຣິດຊົງສະຖິດຢູ່ໃນເຈົ້າທັງຫລາຍ ຊຶ່ງເປັນເຫດໃຫ້ຫວັງວ່າຈະໄດ້ເຖິງສະຫງ່າຣາສີນັ້ນ.
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ແລະພຣະເຈົ້າຂອງຂ້ານ້ອຍທັງຫລາຍ ພຣະອົງຊົງສົມຄວນທີ່ຈະໄດ້ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າພຣະອົງໄດ້ຊົງສ້າງ ສັບພະທຸກສິ່ງທັງປວງ. ແລະສັບພະທຸກສິ່ງທັງປວງນັ້ນ ກໍຊົງສ້າງຂຶ້ນແລ້ວ ແລະດຳລົງຢູ່ຕາມຊອບພຣະໄທ ຂອງພຣະອົງ.”