Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 1:3 - ພຣະຄຳພີສັກສິ

3 ໃນ​ຣາຊການ​ປີ​ທີ​ສາມ ເພິ່ນ​ໄດ້​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ສຳລັບ​ບັນດາ​ຂ້າຣາຊການ​ແລະ​ພວກ​ບໍລິຫານງານ​ທັງໝົດ​ຂອງ​ເພິ່ນ. ກອງທັບ​ຂອງ​ເປີເຊຍ​ແລະ​ເມເດຍ​ກໍ​ຢູ່​ໃນ​ທີ່ນັ້ນ ຕະຫລອດ​ທັງ​ບັນດາ​ຜູ້​ປົກຄອງ​ແຂວງ ແລະ​ພວກ​ຂຸນນາງ​ປະຈຳ​ແຂວງ​ຕ່າງໆ.

Uka jalj uñjjattʼäta Copia luraña




ເອສະເທີ 1:3
16 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ​ສາມ​ວັນ ກໍ​ເປັນ​ວັນ​ເກີດ​ຂອງ​ກະສັດ ເພິ່ນ​ໄດ້​ຈັດ​ງານກິນລ້ຽງ​ຂຶ້ນ​ສຳລັບ​ຂ້າຣາຊການ​ທັງຫລາຍ​ຂອງ​ເພິ່ນ; ກະສັດ​ໄດ້​ປ່ອຍ​ພະນັກງານ​ເຮັດ​ເຫຼົ້າ​ອະງຸ່ນ ແລະ​ພະນັກງານ​ເຮັດ​ເຂົ້າຈີ່​ອອກ​ຈາກ​ຄຸກ ແລະ​ໃຫ້​ພວກເຂົາ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້າຣາຊການ​ທັງຫລາຍ.


ກະສັດ​ໂຊໂລໂມນ​ຮູ້​ເມື່ອ​ຂຶ້ນ​ແລະ​ຮູ້ຈັກ​ແຈ້ງ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ຕົນ​ທາງ​ຄວາມຝັນ. ແລ້ວ​ເພິ່ນ​ກໍ​ກັບຄືນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄປ​ຢືນ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຈັດ​ງານ​ກິນລ້ຽງ​ສຳລັບ​ພວກ​ຂ້າຣາຊການ​ທຸກຄົນ​ຂອງ​ເພິ່ນ.


“ຕໍ່ໄປນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ ຈັກກະພັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ໃຫ້​ຂ້າພະເຈົ້າ​ປົກຄອງ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ ແລະ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ສ້າງ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ໃຫ້​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ຢູດາຍ.


ພວກ​ທີ່​ເພິ່ນ​ຂໍ​ຄຳ​ປຶກສາ​ນຳ​ເລື້ອຍໆ ມີ​ດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເສນາ ແລະ​ເມມູການ, ຄື​ຂ້າຣາຊການ​ຊາວ​ເປີເຊຍ ແລະ​ຊາວ​ເມເດຍ​ເຈັດ​ຄົນ​ທີ່​ເປັນ​ພວກ​ມີ​ຕຳແໜ່ງ​ສູງສຸດ​ໃນ​ອານາຈັກ.


ເປັນ​ເວລາ​ຫົກ​ເດືອນ​ເຕັມ ທີ່​ເພິ່ນ​ໄດ້​ສະແດງ​ຄວາມຮັ່ງມີ​ຂອງ​ສຳນັກ​ແຫ່ງ​ຈັກກະພັດ ຕະຫລອດ​ທັງ​ຄວາມ​ງົດງາມ ແລະ​ການ​ຄອງ​ອຳນາດ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ໄດ້​ເຫັນ.


ແລ້ວ​ກະສັດ​ກໍ​ຈັດ​ງານ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ​ຂຶ້ນ ເພື່ອ​ເປັນ​ກຽດ​ແກ່​ນາງ​ເອສະເທີ ແລະ​ໄດ້​ເຊີນ​ບັນດາ​ຂ້າຣາຊການ​ພ້ອມ​ທັງ​ພວກ​ບໍລິຫານ​ທຸກຄົນ​ຂອງຕົນ ມາ​ຮ່ວມ​ໃນ​ງານ​ນີ້. ເພິ່ນ​ໄດ້​ປະກາດ​ໃຫ້​ມື້​ນັ້ນ​ເປັນ​ມື້​ຢຸດ​ພັກ ໃນ​ທຸກ​ແຂວງ ແລະ​ເພິ່ນ​ໄດ້​ແຈກ​ຂອງຂວັນ​ໃຫ້​ຄົນ​ຢ່າງ​ໃຈ​ກວ້າງຂວາງ ສົມ​ກັບ​ເປັນ​ກະສັດ.


ໃນ​ຣາຊການ​ປີ​ທີ​ສິບສອງ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ໜຶ່ງ​ອັນ​ກົງ​ກັບ​ເດືອນ​ນີຊານ ຮາມານ​ໄດ້​ສັ່ງ​ໃຫ້​ໃຊ້​ສະຫລາກ (ຊຶ່ງ​ເອີ້ນ​ກັນ​ວ່າ, “ປູຣິມ”) ເພື່ອ​ຫາ​ມື້​ດີ, ເດືອນ​ດີ ໃນ​ການ​ດຳເນີນ​ແຜນ​ປອງຮ້າຍ​ຂອງຕົນ. ແລ້ວ​ກໍ​ຕົກ​ຖືກ​ວັນ​ທີ​ສິບສາມ​ຂອງ​ເດືອນ​ສິບສອງ ອັນ​ກົງ​ກັບ​ເດືອນ​ອາດາກ .


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຂອງ​ເຫດການ​ທີ່​ໂຫດຮ້າຍ ຄື​ນິມິດ​ຂອງ​ການ​ທໍລະຍົດ ແລະ​ການທຳລາຍ. ກອງທັບ​ຂອງ​ເອລາມ​ເອີຍ ຈົ່ງ​ໂຈມຕີ​ເຖີດ ກອງທັບ​ຂອງ​ມີເດຍ​ເອີຍ ຈົ່ງ​ປິດລ້ອມ​ເມືອງ​ທັງຫລາຍ​ໄວ້​ເຖີດ ພຣະເຈົ້າ​ໄດ້​ກະທຳ​ໃຫ້​ຄວາມ​ທົນທຸກ ຊຶ່ງ​ນະຄອນ​ບາບີໂລນ​ໄດ້​ສ້າງ​ຂຶ້ນ​ນັ້ນ​ສິ້ນສຸດ​ລົງ​ແລ້ວ.


ພຣະເຈົ້າຢາເວ​ໄດ້​ກຸກກວນ​ພວກ​ກະສັດ​ແຫ່ງ​ເມເດຍ ເພາະ​ພຣະອົງ​ຕັ້ງໃຈ​ຈະ​ທຳລາຍ​ບາບີໂລນ. ດ້ວຍ​ວິທີ​ນີ້ແຫຼະ ພຣະເຈົ້າຢາເວ​ຈະ​ໄດ້​ແກ້ແຄ້ນ​ຄືນ​ຍ້ອນ​ພຣະວິຫານ​ຂອງ​ພຣະອົງ​ຖືກ​ທຳລາຍ. ບັນດາ​ນາຍ​ທະຫານ​ທີ່​ບັນຊາການ​ໂຈມຕີ​ສັ່ງ​ວ່າ, “ຝົນ​ລູກສອນ​ໃຫ້​ແຫລມ ຈົ່ງ​ຕຽມ​ໂລ້​ໄວ້​ໃຫ້​ພ້ອມ


ໃນ​ຄືນ​ໜຶ່ງ ກະສັດ​ເບັນຊັດຊາເຣ​ໄດ້​ເຊີນ​ເອົາ​ເຈົ້ານາຍ​ໜຶ່ງພັນ​ຄົນ ມາ​ໃນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ແລະ​ເພິ່ນ​ກໍ​ຮ່ວມ​ດື່ມ​ເຫຼົ້າ​ອະງຸ່ນ​ກັບ​ພວກ​ເຫຼົ່ານີ້.


ແບ່ງແຍກ​ຄື​ອານາຈັກ​ຂອງທ່ານ​ຈະ​ຖືກ​ແບ່ງ​ໃຫ້​ຊາວ​ເມເດຍ​ກັບ​ຊາວ​ເປີເຊຍ.”


ເຈົ້າດາຣິອຸດ​ໄດ້​ຕັດສິນໃຈ​ແຕ່ງຕັ້ງ​ເຈົ້າແຂວງ ໜຶ່ງຮ້ອຍ​ຊາວ​ຄົນ ໃຫ້​ປົກຄອງ​ທົ່ວ​ອານາຈັກ​ຂອງ​ເພິ່ນ.


ສ່ວນ​ແກະ​ທີ່​ມີ​ສອງ​ເຂົາ ຊຶ່ງ​ເຈົ້າ​ເຫັນ​ນັ້ນ ໝາຍເຖິງ​ອານາຈັກ​ເມເດຍ ແລະ​ເປີເຊຍ.


ໃນທີ່ສຸດ ນາງ​ເຮໂຣເດຍ​ກໍໄດ້​ໂອກາດ​ໃນ​ວັນ​ສະຫລອງ​ວັນ​ເກີດ​ຂອງ​ກະສັດ​ເຮໂຣດ ເມື່ອ​ເພິ່ນ​ໄດ້​ຈັດ​ງານລ້ຽງ​ສະຫລອງ ແລະ​ເຊື້ອເຊີນ​ບັນດາ​ຂ້າຣາຊການ​ຂັ້ນ​ສູງ​ມາ​ຮ່ວມ​ຄື: ຄະນະ​ລັດຖະບານ, ບັນດາ​ນາຍ​ທະຫານ​ໃນ​ກອງທັບ, ຕະຫລອດ​ທັງ​ບຸກຄົນ​ສຳຄັນ​ຕ່າງໆ​ໃນ​ແຂວງ​ຄາລີເລ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka