Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 1:22 - ພຣະຄຳພີສັກສິ

22 ເພິ່ນ​ໄດ້ສົ່ງ​ຈົດໝາຍ​ອອກ​ໄປ​ຕາມ​ແຕ່ລະ​ແຂວງ​ໃນ​ຣາຊອານາຈັກ ເປັນ​ພາສາ ແລະ​ວິທີ​ຂຽນ​ທີ່​ໃຊ້​ກັນ​ຕາມ​ແຂວງ​ນັ້ນໆ ໂດຍ​ບອກ​ວ່າ, ຜົວ​ທຸກຄົນ​ຈະ​ຕ້ອງ​ເປັນ​ນາຍ​ຢູ່​ໃນ​ເຮືອນ​ຂອງຕົນ ແລະ​ເວົ້າ​ຈາ​ດ້ວຍ​ອຳນາດ​ອັນ​ເດັດຂາດ.

Uka jalj uñjjattʼäta Copia luraña




ເອສະເທີ 1:22
11 Jak'a apnaqawi uñst'ayäwi  

ກະສັດ​ກັບ​ພວກ​ຂ້າຣາຊການ​ກໍ​ເຫັນພ້ອມ​ໃນ​ຄວາມຄິດ​ຢ່າງນີ້ ແລະ​ກະສັດ​ກໍໄດ້​ເຮັດ​ຕາມ​ທີ່​ເມມູການ​ແນະນຳ.


ດັ່ງນັ້ນ ໃນ​ວັນ​ທີ​ສິບສາມ​ຂອງ​ເດືອນ​ທີໜຶ່ງ ຮາມານ​ຈຶ່ງ​ເອີ້ນ​ພວກ​ເລຂາທິການ​ຂອງ​ກະສັດ​ມາ ແລະ​ໃຫ້​ພວກເຂົາ​ຂຽນ ແລະ​ແປ​ປະກາດ​ນັ້ນ​ອອກ​ເປັນ​ຫລາຍ​ພາສາ ຕາມ​ແບບ​ຂຽນ​ທີ່​ມີ​ໃຊ້​ໃນ​ອານາຈັກ ແລະ​ສົ່ງ​ໃຫ້​ພວກ​ຜູ້ປົກຄອງ​ແຂວງ, ພວກ​ຜູ້​ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ທຸກຄົນ. ປະກາດ​ນີ້​ໄດ້​ອອກ​ໃນ​ນາມ​ຂອງ​ກະສັດ​ເຊເຊັດ ແລະ​ປະທັບຕາ​ໃສ່​ດ້ວຍ​ແຫວນ​ຂອງ​ເພິ່ນ.


ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ວັນ​ທີ 23 ຂອງ​ເດືອນ​ທີສາມ ອັນ​ກົງ​ກັບ​ເດືອນ​ຊີວານ . ມໍເດໄກ​ໄດ້​ເອີ້ນ​ເອົາ​ພວກ​ເລຂາທິການ​ຂອງ​ກະສັດ ແລະ​ບອກ​ໃຫ້​ພວກເຂົາ​ຂຽນ​ຈົດໝາຍ​ເຖິງ​ຊາວຢິວ ແລະ​ເຖິງ​ພວກ​ຜູ້​ປົກຄອງ​ແຂວງ, ພວກ​ຜູ້ປົກຄອງ​ເມືອງ ແລະ​ພວກ​ຂ້າຣາຊການ​ໃນ 127 ແຂວງ, ຄື​ຕັ້ງແຕ່​ອິນເດຍ​ຈົນເຖິງ​ຊູດານ. ພວກ​ເລຂາທິການ​ໄດ້​ຂຽນ​ຈົດໝາຍ​ເຖິງ​ແຕ່ລະ​ແຂວງ ຕາມ​ພາສາ​ແລະ​ວິທີຂຽນ​ໃນ​ແຂວງ​ນັ້ນ ແລະ​ໄດ້​ຂຽນ​ໄປ​ເຖິງ​ຊາວຢິວ​ເປັນ​ພາສາ​ແລະ​ວິທີ​ຂຽນ​ຂອງ​ຊາວຢິວ.


ບັດນີ້ ເຮົາ​ຂໍ​ອອກ​ຄຳສັ່ງ​ວ່າ ຖ້າ​ຄົນໃດ​ຄົນໜຶ່ງ​ໃນ​ປະເທດ​ໃດ​ປະເທດ​ໜຶ່ງ, ໃນ​ເຊື້ອຊາດ ຫລື​ໃນ​ພາສາ​ໃດ ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ; ຄົນນັ້ນ​ກໍ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ ແລະ​ເຮືອນ​ຂອງ​ລາວ​ກໍ​ຈະ​ຖືກ​ທຳລາຍ​ໃຫ້​ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ. ບໍ່ມີ​ພະ​ອື່ນ​ໃດ​ທີ່​ສາມາດ​ຊ່ວຍກູ້​ເອົາ​ໄດ້​ຢ່າງ​ນີ້.”


ກະສັດ​ເນບູ​ກາດເນັດຊາ​ໄດ້​ສົ່ງ​ເອກະສານ​ໄປ​ເຖິງ​ປະຊາຊົນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ທົ່ວໂລກ ໂດຍ​ມີ​ເນື້ອຄວາມ​ດັ່ງ​ຕໍ່ໄປນີ້: “ຂໍ​ອວຍພອນ​ບັນດາ​ທ່ານ ຈົ່ງ​ປະສົບ​ແຕ່​ສັນຕິສຸກ ເປັນ​ສັນຕິສຸກ​ເຕັມ​ລົ້ນ​ແລະ​ຄົບຖ້ວນ


ແລ້ວ​ເຈົ້ານາຍ​ກໍ​ຍົກ​ຍ້ອງ​ເຈົ້າ​ພະນັກງານ​ຜູ້​ບໍ່​ສັດຊື່​ວ່າ, ‘ລາວ​ໄດ້​ເຮັດ​ດ້ວຍ​ຄວາມ​ສະຫລາດ. ດ້ວຍວ່າ ຄົນ​ຝ່າຍ​ໂລກນີ້ ໃນ​ສະໄໝ​ຂອງ​ເຂົາ ເຂົາ​ໃຊ້​ສະຕິປັນຍາ​ສະຫລາດ​ກວ່າ​ຄົນ​ຝ່າຍ​ຄວາມ​ສະຫວ່າງ​ອີກ.’


ເຮົາ​ບໍ່​ອະນຸຍາດ​ໃຫ້​ແມ່ຍິງ​ສັ່ງສອນ ຫລື​ມີ​ສິດ​ອຳນາດ​ເໜືອ​ຜູ້ຊາຍ ແຕ່​ໃຫ້​ພວກເຂົາ​ມິດງຽບ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka