Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 1:2 - ພຣະຄຳພີສັກສິ

2 ໃນ​ສະໄໝນັ້ນ ກະສັດ​ເຊເຊັດ​ໄດ້​ໃຊ້​ອຳນາດ​ການປົກຄອງ​ຈາກ​ພຣະທີ່ນັ່ງ​ຂອງ​ເພິ່ນ​ທີ່​ເມືອງ​ເອກຊູຊາ.

Uka jalj uñjjattʼäta Copia luraña




ເອສະເທີ 1:2
10 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ຄອງ​ອຳນາດ​ຢ່າງ​ໝັ້ນຄົງ​ຢູ່​ໃນ​ວັງ​ຂອງ​ເພິ່ນ ແລະ​ພຣະເຈົ້າຢາເວ​ກໍ​ຄຸ້ມຄອງ​ເພິ່ນ​ໃຫ້​ພົ້ນ​ໂພຍໄພ​ຈາກ​ເຫຼົ່າ​ສັດຕູ​ທັງປວງ.


ບັດນີ້ ໂຊໂລໂມນ​ໄດ້​ນັ່ງ​ເທິງ​ບັນລັງ​ຂອງ​ກະສັດ​ແລ້ວ.


ຕໍ່ໄປນີ້​ແມ່ນ​ວຽກງານ​ຂອງ​ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ ໄດ້​ເຮັດ​ສຳເລັດ. ໃນ​ເດືອນ​ກິດຊະເຫລັບ ​ຂອງ​ປີ​ທີ​ຊາວ ທີ່​ກະສັດ​ອາກຕາເຊເຊັດ​ໄດ້​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ​ນັ້ນ; ຂ້າພະເຈົ້າ ເນເຫມີຢາ ໄດ້​ຢູ່​ໃນ​ເມືອງຫລວງ​ຊູຊາ.


ທ່ານ​ອາດ​ແຕ່ງຕັ້ງ​ພວກ​ຂ້າຣາຊການ​ໃນ​ທຸກໆ​ແຂວງ​ຂອງ​ອານາຈັກ​ນີ້ ແລະ​ສັ່ງ​ໃຫ້​ພວກເຂົາ​ນຳ​ເອົາ​ຍິງສາວ​ທັງຫລາຍ​ທີ່​ສວຍງາມ​ກວ່າໝູ່ ມາ​ທີ່​ບ່ອນ​ຢູ່​ຂອງ​ພວກ​ນາງ​ສະໜົມ ທີ່​ນະຄອນ​ຊູຊາ ເມືອງ​ເອກ​ນີ້. ເຮໄກ ຊາຍ​ຕອນ​ຈະ​ເປັນ​ຜູ້​ເບິ່ງແຍງ​ພວກເຂົາ ແລະ​ໃຫ້​ພວກເຂົາ​ແຕ່ງໜ້າ​ນວດ​ຕົວ​ຢ່າງ​ສວຍງາມ.


ໃນ​ນະຄອນ​ຊູຊາ​ນີ້ ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ​ມໍເດໄກ​ລູກຊາຍ​ຂອງ​ຢາອີ; ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເບັນຢາມິນ ແລະ​ເປັນ​ເຊື້ອສາຍ​ຂອງ​ກີເຊ​ແລະ​ຊີເມອີ.


ຄຳ​ປະກາດ​ທາງ​ຣາຊການ​ໄດ້​ຖືກ​ແຈ້ງ​ອອກ​ໄປ​ທົ່ວ​ເມືອງ​ເອກຊູຊາ ພວກ​ຜູ້ນຳຂ່າວ​ກໍ​ແລ່ນ​ນຳ​ເອົາ​ຂ່າວ​ໄປ​ຍັງ​ແຂວງ​ຕ່າງໆ​ຕາມ​ຄຳສັ່ງ​ຂອງ​ກະສັດ. ສ່ວນ​ກະສັດ​ແລະ​ຮາມານ​ກໍ​ນັ່ງ​ດື່ມເຫຼົ້າ ໃນ​ຂະນະທີ່​ເມືອງເອກ​ຊູຊາ​ເກີດ​ສັບສົນ​ວຸ້ນວາຍ​ຢູ່​ນັ້ນ.


“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ເຮົາ​ຢູ່​ຢ່າງ​ສະຫງົບສຸກ​ໃນ​ວັງ​ຂອງເຮົາ ທັງ​ມີ​ຄວາມສຸກ​ດ້ວຍ​ຊັບສົມບັດ​ອັນ​ຫລວງຫລາຍ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ເຫັນ​ໃນທັນໃດ​ວ່າ​ຕົນເອງ​ຢູ່​ໃນ​ເມືອງ​ຊູຊາ ເປັນ​ເມືອງ​ທີ່​ມີ​ກຳແພງ​ອ້ອມຮອບ​ໃນ​ແຂວງ​ເອລາມ. ຂ້າພະເຈົ້າ​ກຳລັງ​ຢືນ​ຢູ່​ໃກ້​ແມ່ນໍ້າ​ອູລາຍ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka