Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 1:17 - ພຣະຄຳພີສັກສິ

17 ຜູ້ຍິງ​ທຸກຄົນ​ທົ່ວ​ທັງ​ອານາຈັກ​ຈະ​ເລີ່ມ​ດູຖູກ​ຜົວ​ຂອງຕົນ ພໍ​ເມື່ອ​ໄດ້ຍິນ​ສິ່ງ​ທີ່​ຣາຊີນີ​ປະພຶດ. ພວກເຂົາ​ຈະ​ເວົ້າ​ກັນ​ວ່າ, ‘ກະສັດ​ແຫ່ງ​ເຊເຊັດ​ໄດ້​ສັ່ງ​ໃຫ້​ຣາຊີນີ​ມາ​ຫາ​ເພິ່ນ ແຕ່​ຣາຊີນີ​ປະຕິເສດ​ທີ່​ຈະ​ມາ.’

Uka jalj uñjjattʼäta Copia luraña




ເອສະເທີ 1:17
5 Jak'a apnaqawi uñst'ayäwi  

ພໍ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ຄິດ​ກຽດຊັງ​ກະສັດ​ດາວິດ​ຢູ່ໃນ​ໃຈ ເພາະ​ນາງ​ແນມ​ໄປ​ທາງ​ປ່ອງຢ້ຽມ​ເຫັນ​ເພິ່ນ​ກຳລັງ​ຟ້ອນ ແລະ​ເຕັ້ນລຳ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ໃນ​ຣາຊການ​ຂອງ​ກະສັດ​ເຊເຊັດ ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ທີ່​ຢູ່​ໃນ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ໄດ້​ນຳ​ຂໍ້​ກ່າວຫາ​ຂຽນ​ເປັນ​ລາຍລັກອັກສອນ​ມາ​ຕໍ່ສູ້​ພວກເຂົາ.


ແລ້ວ​ເມມູການ​ກໍ​ໄດ້​ຊີ້ແຈງ​ຕໍ່​ກະສັດ ແລະ​ພວກ​ຂ້າຣາຊການ ດັ່ງນີ້: “ຣາຊີນີ​ວາຊະຕີ​ບໍ່​ພຽງແຕ່​ໄດ້​ໝິ່ນປະໝາດ​ກະສັດ​ເທົ່ານັ້ນ ແຕ່​ຍັງ​ໄດ້​ໝິ່ນປະໝາດ​ພວກ​ຂ້າຣາຊການ​ຂອງ​ກະສັດ​ຄືກັນ. ຕາມ​ທີ່ຈິງແລ້ວ ຣາຊີນີ​ໝິ່ນປະໝາດ​ຊາຍ​ທຸກຄົນ​ໃນ​ອານາຈັກ​ດ້ວຍ


ເມື່ອ​ເມຍ​ຂອງ​ບັນດາ​ຂ້າຣາຊການ​ປະຈຳວັງ​ທີ່​ເປີເຊຍ​ແລະ​ເມເດຍ ໄດ້ຍິນ​ເຖິງ​ຄວາມ​ປະພຶດ​ຂອງ​ຣາຊີນີ ພວກເຂົາ​ກໍ​ຈະ​ເວົ້າ​ໃຫ້​ຜົວ​ຟັງ​ໃນ​ມື້​ນັ້ນ​ເອງ. ຢູ່​ທົ່ວ​ທຸກບ່ອນ ເມຍ​ກໍ​ຈະ​ບໍ່​ນັບຖື​ຜົວ ແລະ​ຜົວ​ຈະ​ໂກດຮ້າຍ​ເມຍ​ຂອງຕົນ.


ເຖິງ​ຢ່າງ​ໃດ​ກໍດີ ຜົວ​ທຸກຄົນ​ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຕົນເອງ ແລະ​ເມຍ​ທຸກຄົນ​ຈົ່ງ​ເຄົາຣົບ​ຢຳເກງ​ຜົວ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka