15 ເພິ່ນໄດ້ກ່າວແກ່ພວກເຫຼົ່ານີ້ວ່າ, “ເຮົາຄືກະສັດແຫ່ງເຊເຊັດ ໄດ້ໃຊ້ຄົນໄປຫາຣາຊີນີວາຊະຕີພ້ອມດ້ວຍຄຳສັ່ງ ແຕ່ຣາຊີນີບໍ່ຍອມຟັງ ຕາມກົດໝາຍແລ້ວ ພວກເຮົາຄວນເຮັດຢ່າງໃດຕໍ່ນາງ?”
ໃນຣາຊການຂອງກະສັດເຊເຊັດ ເຫຼົ່າສັດຕູຂອງປະຊາຊົນທີ່ຢູ່ໃນຢູດາຍແລະນະຄອນເຢຣູຊາເລັມ ໄດ້ນຳຂໍ້ກ່າວຫາຂຽນເປັນລາຍລັກອັກສອນມາຕໍ່ສູ້ພວກເຂົາ.
ພວກທີ່ເພິ່ນຂໍຄຳປຶກສານຳເລື້ອຍໆ ມີດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເສນາ ແລະເມມູການ, ຄືຂ້າຣາຊການຊາວເປີເຊຍ ແລະຊາວເມເດຍເຈັດຄົນທີ່ເປັນພວກມີຕຳແໜ່ງສູງສຸດໃນອານາຈັກ.
ແລ້ວເມມູການກໍໄດ້ຊີ້ແຈງຕໍ່ກະສັດ ແລະພວກຂ້າຣາຊການ ດັ່ງນີ້: “ຣາຊີນີວາຊະຕີບໍ່ພຽງແຕ່ໄດ້ໝິ່ນປະໝາດກະສັດເທົ່ານັ້ນ ແຕ່ຍັງໄດ້ໝິ່ນປະໝາດພວກຂ້າຣາຊການຂອງກະສັດຄືກັນ. ຕາມທີ່ຈິງແລ້ວ ຣາຊີນີໝິ່ນປະໝາດຊາຍທຸກຄົນໃນອານາຈັກດ້ວຍ
ດັ່ງນັ້ນ ຮາມານຈຶ່ງເຂົ້າມາ ແລະກະສັດກໍກ່າວແກ່ລາວວ່າ, “ມີຄົນຜູ້ໜຶ່ງ ທີ່ເຮົາຢາກຍ້ອງຍໍໃຫ້ກຽດລາວທີ່ສຸດ. ເຮົາຄວນເຮັດຢ່າງໃດເພື່ອຊາຍຄົນນີ້?” ຮາມານຄິດໃນໃຈວ່າ, “ບັດນີ້ແມ່ນຜູ້ໃດນໍ ທີ່ກະສັດຢາກຍ້ອງຍໍໃຫ້ກຽດຫລາຍທີ່ສຸດນັ້ນ? ກໍຕ້ອງແມ່ນເຮົານີ້ແຫລະ.”