12 ແຕ່ເມື່ອບັນດາຄົນຮັບໃຊ້ບອກຣາຊີນີຕາມຄຳສັ່ງຂອງກະສັດແລ້ວ ຍານາງກໍປະຕິເສດທີ່ຈະມາ. ເລື່ອງນີ້ໄດ້ເຮັດໃຫ້ກະສັດຄຽດຮ້າຍຢ່າງໜັກ.
ແລ້ວພຣະອົງກໍໄດ້ກ່າວກັບຍິງນັ້ນວ່າ, “ເຮົາຈະເພີ່ມຄວາມລຳບາກເມື່ອເຈົ້າຖືພາ, ເຈົ້າຈະຕ້ອງເບັ່ງລູກອອກມາຢ່າງເຈັບປວດເຫລືອລົ້ນ. ເຖິງປານນັ້ນເຈົ້າກໍບໍ່ພົ້ນທີ່ຢາກໄດ້ຜົວ, ແລ້ວຜົວຂອງເຈົ້ານັ້ນຈະເປັນນາຍເໜືອເຈົ້າ.”
ເພິ່ນໄດ້ສັ່ງພວກເຂົາໃຫ້ພານາງວາຊະຕີ ທີ່ກຳລັງໃສ່ມົງກຸດແຫ່ງຣາຊີນີຢູ່ນັ້ນມາຫາຕົນ. ຣາຊີນີເປັນຍິງທີ່ງາມຫລາຍ ແລະກະສັດຢາກສະແດງໃຫ້ບັນດາຂ້າຣາຊການ ແລະແຂກທຸກໆຄົນທີ່ຖືກເຊີນມານັ້ນໄດ້ເຫັນຄວາມງາມຂອງຣາຊີນີ.
ບັດນີ້ ເປັນທຳນຽມຂອງກະສັດ ທີ່ຈະຕ້ອງຖາມຄວາມເຫັນຈາກຜູ້ຊ່ຽວຊານທາງດ້ານກົດໝາຍ. ສະນັ້ນ ເພິ່ນຈຶ່ງໄດ້ເອີ້ນບັນດາທີ່ປຶກສາຂອງເພິ່ນມາ ແລະຖາມວ່າຄວນຈະເຮັດຢ່າງໃດ.
ກະສັດລຸກຢືນຂຶ້ນທັງໃຈຮ້າຍຫລາຍ ແລະອອກຈາກຫ້ອງໜີໄປຂ້າງນອກທີ່ສວນອຸທະຍານ. ຮາມານເຫັນວ່າກະສັດຕັ້ງໃຈຈະລົງໂທດຕົນເພາະເລື່ອງນີ້; ສະນັ້ນ ລາວຈຶ່ງຢູ່ຮ້ອງຂໍຣາຊີນີເອສະເທີໃຫ້ໄວ້ຊີວິດຕົນ.
ຂ້າແດ່ພຣະເຈົ້າ ເຫດໃດຈຶ່ງປະຖິ້ມຢ່າງນີ້? ຈະຄຽດຮ້າຍປະຊາຊົນຂອງພຣະອົງສືບໄປຫລືນີ້?
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະໂກດຮ້າຍພວກຂ້ານ້ອຍຕະຫຼອດໄປບໍ? ສິ່ງນັ້ນຈະເປັນໄຟເຜົາຜານສືບຕໍ່ໄປຫລືນີ້?
ເມື່ອໂມເຊຮອດຄ້າຍພັກແລະເຫັນຮູບງົວຄຳ ທັງປະຊາຊົນກຳລັງຮ້ອງລຳທຳເພງກັນຢູ່ ເພິ່ນຈຶ່ງໂກດຮ້າຍຫຼາຍ. ເພິ່ນໄດ້ໂຍນແຜ່ນຫີນທີ່ເພິ່ນຖືມານັ້ນໃສ່ຕີນພູ ແລະແຜ່ນຫີນນັ້ນແຕກ.
ອາໂຣນໄດ້ຕອບວ່າ, “ຢ່າຮ້າຍໃຫ້ຂ້ອຍເທາະ ເຈົ້າກໍຮູ້ຢູ່ເຕັມໃຈແລ້ວບໍ່ແມ່ນຫລືວ່າປະຊາຊົນເຫຼົ່ານີ້ພ້ອມທີ່ຈະເຮັດບາບຢູ່ແລ້ວ.
ຄວາມໂກດຮ້າຍຂອງກະສັດເປັນດັ່ງສຽງໂຕສິງແຜດສຽງ, ແຕ່ຄວາມເມດຕາຂອງເພິ່ນກໍເປັນດັ່ງນໍ້າຄ້າງເທິງຫຍ້າອ່ອນ.
ຈົ່ງຢ້ານກະສັດໂກດຮ້າຍດັ່ງຢ້ານໂຕສິງຮ້ອງແຜດສຽງ ເຮັດໃຫ້ເພິ່ນໂກດຮ້າຍກໍສໍ່າກັບຂ້າຕົວຕາຍ.
ຍ້ອນຄຳເວົ້ານັ້ນກະສັດຈຶ່ງຮ້າຍໃຫຍ່ ແລະສັ່ງໃຫ້ປະຫານຊີວິດພວກທີ່ປຶກສາ ປະຈຳກະສັດໃນນະຄອນບາບີໂລນ.
ດ້ວຍເຫດນີ້ ກະສັດຈຶ່ງໂກດຮ້າຍຫຼາຍ ແລະສັ່ງໃຫ້ນຳເອົາຊາຍສາມຄົນນັ້ນເຂົ້າມາຫາຕົນ.
ແລ້ວເຈົ້າເນບູກາດເນັດຊາກໍໂກດຮ້າຍຊັດຣາກ, ເມຊາກ ແລະອາເບັດເນໂກຢ່າງສຸດຂີດຈົນໜ້າດຳຕາແດງ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນຂອງຕົນ ໄປດັງໄຟໃນເຕົາໃຫ້ຮ້ອນຂຶ້ນກວ່າເກົ່າເຖິງເຈັດເທົ່າ.
ເມື່ອພຣະອົງໂກດຮ້າຍແມ່ນຜູ້ໃດແດ່ລອດຊີວິດເດ? ແມ່ນຜູ້ໃດລອດຊີວິດນໍເມື່ອພຣະອົງກິ້ວໂກດ? ພຣະອົງເທຄວາມໂກດຮ້າຍເປັນໄຟທີ່ເຜົາຜານ ໂງ່ນຫີນກໍໝຸ່ນເປັນຝຸ່ນດິນຢູ່ຊ້ອງໜ້າພຣະອົງ.
ຝ່າຍເມຍຈົ່ງຍອມອ່ອນນ້ອມຕໍ່ຜົວຂອງຕົນ ເໝືອນດັ່ງທີ່ຍອມອ່ອນນ້ອມຕໍ່ອົງພຣະຜູ້ເປັນເຈົ້າ.
ເໝືອນດັ່ງທີ່ຄຣິສຕະຈັກຍອມອ່ອນນ້ອມຕໍ່ພຣະຄຣິດ ເມຍຄວນຍອມອ່ອນນ້ອມຕໍ່ຜົວຂອງຕົນໃນທຸກສິ່ງ.
ພຣະເຈົ້າຢາເວຈະບໍ່ຍົກໂທດໃຫ້ແກ່ຄົນເຊັ່ນນັ້ນເລີຍ. ແຕ່ຄວາມໂກດຮ້າຍຂອງພຣະເຈົ້າຢາເວຈະລຸກໄໝ້ຕໍ່ສູ້ລາວເໝືອນດັ່ງໄຟທີ່ເຜົາຜານ ແລະການສາບແຊ່ງທັງໝົດ ທີ່ໄດ້ບັນທຶກໄວ້ໃນປື້ມກົດບັນຍັດນີ້ ກໍຈະຕົກຖືກລາວຈົນກວ່າພຣະເຈົ້າຢາເວໄດ້ທຳລາຍຄົນນີ້ໃຫ້ດັບສູນໄປ.
ຝ່າຍເຈົ້າທັງຫລາຍຜູ້ເປັນເມຍກໍເໝືອນກັນ ຈົ່ງຍອມຟັງຜົວຂອງຕົນ ເພື່ອວ່າຖ້າຜົວຜູ້ໃດບໍ່ເຊື່ອຟັງພຣະທຳຂອງພຣະເຈົ້າ ການປະຕິບັດຂອງເມຍ ກໍອາດຈະຈູງໃຈຜົວໄດ້ ໂດຍບໍ່ຕ້ອງເວົ້າຫຍັງຈັກຄຳ