Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອສະເທີ 1:11 - ພຣະຄຳພີສັກສິ

11 ເພິ່ນ​ໄດ້​ສັ່ງ​ພວກເຂົາ​ໃຫ້​ພາ​ນາງ​ວາຊະຕີ ທີ່​ກຳລັງ​ໃສ່​ມົງກຸດ​ແຫ່ງ​ຣາຊີນີ​ຢູ່​ນັ້ນ​ມາ​ຫາ​ຕົນ. ຣາຊີນີ​ເປັນ​ຍິງ​ທີ່​ງາມ​ຫລາຍ ແລະ​ກະສັດ​ຢາກ​ສະແດງ​ໃຫ້​ບັນດາ​ຂ້າຣາຊການ ແລະ​ແຂກ​ທຸກໆ​ຄົນ​ທີ່​ຖືກ​ເຊີນ​ມາ​ນັ້ນ​ໄດ້​ເຫັນ​ຄວາມງາມ​ຂອງ​ຣາຊີນີ.

Uka jalj uñjjattʼäta Copia luraña




ເອສະເທີ 1:11
9 Jak'a apnaqawi uñst'ayäwi  

ໃນ​ປະເທດ​ອິດສະຣາເອນ​ບໍ່ມີ​ຜູ້ໃດ​ທີ່​ເປັນ​ຄົນ​ງາມ​ດັ່ງ​ອັບຊາໂລມ. ລາວ​ບໍ່ມີຕຳໜິ​ຕັ້ງແຕ່​ຫົວ​ຈົນເຖິງ​ປາຍ​ຕີນ.


ແຕ່​ເມື່ອ​ບັນດາ​ຄົນ​ຮັບໃຊ້​ບອກ​ຣາຊີນີ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລ້ວ ຍານາງ​ກໍ​ປະຕິເສດ​ທີ່​ຈະ​ມາ. ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ກະສັດ​ຄຽດຮ້າຍ​ຢ່າງໜັກ.


ກະສັດ​ພໍໃຈ​ນາງ​ຫລາຍກວ່າ​ຍິງສາວ​ຄົນອື່ນໆ ແລະ​ນາງ​ໄດ້​ຮັບ​ຄວາມ​ກະລຸນາ ແລະ​ຄວາມ​ຮັກ​ຈາກ​ກະສັດ ຫລາຍກວ່າ​ຍິງ​ສາວ​ຄົນອື່ນໆ. ເພິ່ນ​ສວມ​ມົງກຸດ​ໃສ່​ຫົວ​ນາງ ແລະ​ແຕ່ງຕັ້ງ​ນາງ​ໃຫ້​ເປັນ​ຣາຊີນີ​ແທນ​ຣາຊີນີ​ວາຊະຕີ.


ມະນຸດ​ວາງ​ແຜນການ, ແຕ່​ພຣະເຈົ້າຢາເວ​ປະທານ​ຄວາມ​ສຳເລັດ​ໃຫ້.


ສະເໜ່​ເປັນ​ສິ່ງ​ທີ່​ຫລອກລວງ ແລະ​ຄວາມງາມ​ກໍ​ສູນເສຍ​ໄປ​ໄດ້, ແຕ່​ຍິງ​ທີ່​ຢຳເກງ​ພຣະເຈົ້າຢາເວ ສົມຄວນ​ໄດ້​ຮັບ​ຄຳ​ຊົມເຊີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka