ເອສະເທີ 1:1 - ພຣະຄຳພີສັກສິ1 ເຫດການຊຶ່ງມີກ່າວໃນທີ່ນີ້ແມ່ນເກີດຂຶ້ນໃນຣາຊການຂອງກະສັດເຊເຊັດ ຜູ້ທີ່ໄດ້ປົກຄອງ 127 ແຂວງ ຕັ້ງແຕ່ອິນເດຍເຖິງຊູດານ. Uka jalj uñjjattʼäta |
ເຫດການນີ້ໄດ້ເກີດຂຶ້ນໃນວັນທີ 23 ຂອງເດືອນທີສາມ ອັນກົງກັບເດືອນຊີວານ . ມໍເດໄກໄດ້ເອີ້ນເອົາພວກເລຂາທິການຂອງກະສັດ ແລະບອກໃຫ້ພວກເຂົາຂຽນຈົດໝາຍເຖິງຊາວຢິວ ແລະເຖິງພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການໃນ 127 ແຂວງ, ຄືຕັ້ງແຕ່ອິນເດຍຈົນເຖິງຊູດານ. ພວກເລຂາທິການໄດ້ຂຽນຈົດໝາຍເຖິງແຕ່ລະແຂວງ ຕາມພາສາແລະວິທີຂຽນໃນແຂວງນັ້ນ ແລະໄດ້ຂຽນໄປເຖິງຊາວຢິວເປັນພາສາແລະວິທີຂຽນຂອງຊາວຢິວ.