Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:8 - ພຣະຄຳພີສັກສິ

8 ຈົ່ງ​ຈົດຈຳ​ໄວ້​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ສຳລັບ​ຄວາມດີ​ທີ່​ເຂົາ​ເຮັດ ບໍ່​ວ່າ​ຈະ​ເປັນ​ຄົນ​ຮັບໃຊ້ ຫລື​ບໍ່​ເປັນ​ກໍຕາມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ​ໃນ​ທຸກສິ່ງ​ທີ່​ພວກເຂົາ​ເຮັດ​ດີ, ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຂ້າທາດ ຫລື ເປັນ​ອິດສະຫລະ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:8
20 Jak'a apnaqawi uñst'ayäwi  

ຄົນ​ຊົ່ວຮ້າຍ​ບໍ່ໄດ້​ຮັບ​ສິ່ງໃດສິ່ງໜຶ່ງ​ເລີຍ, ແຕ່​ຄົນ​ທີ່​ຫວ່ານ​ຄວາມ​ຊອບທຳ ຍ່ອມ​ໄດ້​ຮັບ​ບຳເໜັດ​ເປັນ​ແນ່ແທ້.


ຖ້າ​ເປັນ​ດັ່ງນີ້ ເຈົ້າ​ຈະ​ມີ​ອະນາຄົດ​ອັນ​ແຈ່ມໃສ.


ແຕ່​ຄົນຊົ່ວຊ້າ ພັດ​ໄດ້​ຮັບ​ຄວາມ​ຫາຍຍະນະ; ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ໃຫ້​ຜູ້​ອື່ນ​ນັ້ນ ບັດນີ້ ສິ່ງ​ນັ້ນ​ໄດ້​ຕາມ​ມາ​ສະໜອງ​ພວກເຂົາ​ເອງ.


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ພວກເຂົາ​ຕອບ​ວ່າ ‘ເພາະ​ບໍ່ມີ​ຜູ້ໃດ​ຈ້າງ​ພວກເຮົາ.’ ເພິ່ນ​ຈຶ່ງ​ບອກ​ພວກເຂົາ​ວ່າ ‘ໃຫ້​ພວກເຈົ້າ​ໄປ​ເຮັດ​ວຽກ​ຢູ່​ສວນ​ອະງຸ່ນ​ຂອງຂ້ອຍ​ເໝືອນກັນ.’


ຈົ່ງ​ເປັນ​ສຸກ​ແລະ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ເພາະ​ພວກເຈົ້າ​ມີ​ບຳເໜັດ​ອັນ​ຍິ່ງໃຫຍ່​ໃນ​ສະຫວັນ​ແລ້ວ ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫັງ​ຢ່າງ​ດຽວກັນ​ນີ້​ແຫຼະ.”


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ຖືສິນ​ກິນທານ​ຕໍ່ໜ້າ​ປະຊາຊົນ​ເພື່ອ​ເປັນ​ການ​ອວດ​ຄົນ ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ພວກເຈົ້າ​ຈະ​ບໍ່ໄດ້​ບຳເໜັດ​ຫຍັງ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.


ເພື່ອ​ການ​ໃຫ້ທານ​ຂອງ​ພວກເຈົ້າ​ຈະ​ເປັນ​ທາງ​ລັບ ຝ່າຍ​ພຣະບິດາ​ຂອງ​ເຈົ້າ​ຜູ້​ທີ່​ຮູ້​ເຫັນ​ສິ່ງ​ທີ່​ເຈົ້າ​ເຮັດ​ໃນ​ທີ່​ລັບລີ້ ກໍ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”


ແລ້ວ​ເຈົ້າ​ກໍ​ຈະ​ເປັນ​ສຸກ ເພາະ​ພວກເຂົາ​ບໍ່ມີ​ຫຍັງ​ຈະ​ຕອບ​ແທນ​ເຈົ້າ, ແຕ່​ພຣະເຈົ້າ​ຈະ​ຕອບ​ແທນ​ເຈົ້າ ເມື່ອ​ຄົນ​ຊອບທຳ​ເປັນ​ຄືນ​ມາ​ຈາກ​ຕາຍ.”


ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ.


ເພາະວ່າ ເຖິງ​ແມ່ນ​ພວກເຮົາ​ຈະ​ເປັນ​ຊາດ​ຢິວ ຫລື​ຄົນຕ່າງຊາດ​ກໍດີ ເປັນ​ຂ້ອຍຂ້າ ຫລື​ເປັນ​ອິດສະຫລະ​ກໍດີ, ເຮົາ​ທັງຫລາຍ​ໄດ້​ຮັບ​ບັບຕິສະມາ ໂດຍ​ພຣະວິນຍານ​ອົງ​ດຽວ ຈຶ່ງ​ເຂົ້າ​ເປັນ​ກາຍ​ອັນ​ດຽວກັນ ແລະ​ພຣະວິນຍານ​ອົງ​ດຽວກັນ​ນັ້ນ ເປັນ​ເໝືອນ​ນໍ້າ​ທີ່​ປະທານ​ໃຫ້​ເຮົາ​ທຸກຄົນ​ໄດ້​ດື່ມ.


ດ້ວຍວ່າ, ຈຳເປັນ​ທີ່​ພວກເຮົາ​ທຸກຄົນ ຈະ​ຕ້ອງ​ປາກົດ​ຕົວ​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະຄຣິດ ເພື່ອ​ແຕ່ລະຄົນ​ຈະ​ໄດ້​ຮັບ ສົມ​ກັບ​ການ​ທີ່​ຕົນ​ໄດ້​ເຮັດ​ໃນ​ຮ່າງກາຍ​ນີ້ ແລ້ວ​ແຕ່​ຈະ​ດີ ຫລື​ຊົ່ວ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ອັນ​ໃດ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ ລະຫວ່າງ​ທາດ​ແລະ​ອິດສະຫລະ ລະຫວ່າງ​ຊາຍ​ແລະ​ຍິງ ເພາະ​ພວກເຈົ້າ​ທຸກຄົນ​ເປັນ​ອັນ​ໜຶ່ງ​ອັນ​ດຽວກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


ດ້ວຍ​ຮູ້​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ​ທັງຫລາຍ ໄດ້​ຮັບ​ມໍຣະດົກ​ເປັນ​ຄ່າ​ບຳເໜັດ ເພາະວ່າ​ຜູ້​ທີ່​ເຈົ້າ​ທັງຫລາຍ​ໄດ້​ຮັບໃຊ້​ນັ້ນ ກໍ​ແມ່ນ​ອົງ​ພຣະຄຣິດ.


ສ່ວນ​ທຸກໆ​ຄົນ​ທີ່​ເຮັດ​ການ​ຊົ່ວ​ນັ້ນ ກໍ​ຈະ​ໄດ້​ຮັບ​ຜົນ​ກຳ ຕາມ​ກຳ​ຊົ່ວ​ຂອງຕົນ ເພາະ​ພຣະເຈົ້າ​ຕັດສິນ​ທຸກຄົນ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ.


ດັ່ງນັ້ນ ຢ່າ​ໄດ້​ປະຖິ້ມ​ຄວາມ​ໝັ້ນໃຈ​ຂອງ​ພວກເຈົ້າ ເພາະ​ສິ່ງ​ນັ້ນ​ນຳ​ໄປ​ສູ່​ບຳເໜັດ​ອັນ​ຍິ່ງໃຫຍ່.


ເພິ່ນ​ຖື​ວ່າ ຄວາມ​ທົນທຸກ ແລະ​ທົນ​ອັບອາຍ​ເພື່ອ​ພຣະຄຣິດ​ນັ້ນ ກໍ​ມີ​ຄ່າ​ກວ່າ​ຊັບສົມບັດ​ທັງໝົດ​ຂອງ​ປະເທດ​ເອຢິບ. ດ້ວຍວ່າ, ເພິ່ນ​ເລັງ​ເຫັນ​ລາງວັນ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka