ເອເຟໂຊ 6:6 - ພຣະຄຳພີສັກສິ6 ຢ່າສູ່ເຮັດພຽງແຕ່ເມື່ອຢູ່ຕໍ່ໜ້ານາຍ ເພາະຢາກໃຫ້ຖືກໃຈເພິ່ນ ແຕ່ຈົ່ງເຮັດດ້ວຍຄວາມເຕັມໃຈ ເໝືອນດັ່ງເປັນຜູ້ຮັບໃຊ້ຂອງພຣະຄຣິດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ບໍ່ພຽງແຕ່ເຊື່ອຟັງນາຍເມື່ອຢູ່ຕໍ່ໜ້າເພື່ອໃຫ້ພວກເພິ່ນພໍໃຈເທົ່ານັ້ນ, ແຕ່ໃຫ້ເປັນເໝືອນຂ້າທາດຂອງພຣະຄຣິດເຈົ້າ ຄືເຮັດຕາມຄວາມປະສົງຂອງພຣະເຈົ້າຈາກໃຈຂອງພວກເຈົ້າ. Uka jalj uñjjattʼäta |
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.