Biblia Todo Logo
Internet tuqin Biblia
- Anuncios ukanaka -




ເອເຟໂຊ 6:5 - ພຣະຄຳພີສັກສິ

5 ຜູ້​ທີ່​ເປັນ​ຄົນ​ຮັບໃຊ້ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກນີ້ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ​ແລະ​ດ້ວຍ​ຄວາມ​ຈິງໃຈ ເໝືອນ​ເຊື່ອຟັງ​ພຣະຄຣິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ຜູ້​ທີ່​ເປັນ​ຂ້າທາດ, ຈົ່ງ​ນັບຖື​ນາຍ​ຂອງ​ພວກເຈົ້າ​ທີ່​ຢູ່​ໂລກ​ນີ້​ດ້ວຍ​ຄວາມເຄົາລົບ ແລະ ຢຳເກງ​ດ້ວຍ​ຄວາມຈິງ​ໃຈ ເໝືອນດັ່ງ​ພວກເຈົ້າ​ເຊື່ອຟັງ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:5
27 Jak'a apnaqawi uñst'ayäwi  

ເທວະດາ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ບອກ​ວ່າ, “ຈົ່ງ​ກັບຄືນ​ເມືອ​ຫາ​ນາຍ​ຜູ້ຍິງ​ຂອງ​ເຈົ້າ ແລະ​ຖ່ອມຕົວ​ຢູ່​ໃຕ້​ອຳນາດ​ຂອງ​ນາງ​ສາ.”


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ດັ່ງ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ເພິ່ງພາ​ອາໄສ​ນາຍ​ຂອງຕົນ ດັ່ງ​ສາວໃຊ້​ຜູ້ໜຶ່ງ​ເພິ່ງອີງ​ນາຍຍິງ​ຂອງຕົນ​ນັ້ນ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຈະ​ແນມຫາ​ຈົນ​ພຣະເມດຕາ​ມາຮອດ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ຂ້ານ້ອຍ​ເຮັດ ແລະ​ຂ້ານ້ອຍ​ຈະ​ເຊື່ອຟັງ​ດ້ວຍ​ຈິງໃຈ ຂໍ​ຊົງ​ໂຜດ​ບອກສອນ​ຂ້ານ້ອຍ​ໃຫ້​ຮູ້​ຮັບໃຊ້​ພຣະອົງ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້​ຮັບໃຊ້​ຢ່າງ​ສຸດໃຈ.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


“ຕາ​ເປັນ​ໂຄມໄຟ​ຂອງ​ຮ່າງກາຍ ຖ້າ​ຕາ​ຂອງ​ເຈົ້າ​ແຈ້ງ​ເປັນ​ປົກກະຕິ ຮ່າງກາຍ​ທຸກ​ສ່ວນ​ກໍ​ແຈ້ງ​ດີ,


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


ຂ້ານ້ອຍ​ເອງ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ານ້ອຍ​ກໍ​ມີ​ທະຫານ​ຢູ່​ໃຕ້​ບັງຄັບ​ບັນຊາ​ຂອງ​ຂ້ານ້ອຍ​ດ້ວຍ ຂ້ານ້ອຍ​ສັ່ງ​ວ່າ, ‘ໄປ’ ເຂົາ​ກໍ​ໄປ, ຂ້ານ້ອຍ​ສັ່ງ​ວ່າ ‘ມາ’ ເຂົາ​ກໍ​ມາ ແລະ​ຂ້ານ້ອຍ​ສັ່ງ​ຄົນ​ໃຊ້​ວ່າ ‘ເຮັດ​ອັນ​ນີ້’ ເຂົາ​ກໍ​ເຮັດ.”


ແຕ່ລະ​ວັນ ພວກເຂົາ​ໄດ້​ໝັ່ນ​ເຕົ້າໂຮມ​ກັນ​ນະມັດສະການ​ໃນ​ບໍລິເວນ​ພຣະວິຫານ ແລະ​ຫັກ​ເຂົ້າຈີ່ ຮ່ວມ​ຮັບປະທານ​ອາຫານ​ນຳ​ກັນ ຕາມ​ບ້ານ​ເຮືອນ​ຂອງ​ພວກ​ຕົນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ດ້ວຍ​ໃຈ​ສັດຊື່


ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ.


ເພາະ​ສະນັ້ນ ເມື່ອ​ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ເຮົາ​ກໍ​ອ່ອນ​ກຳລັງ ແລະ​ຢ້ານກົວ​ຈົນ​ຕົວ​ສັ່ນ


ດ້ວຍວ່າ, ຜູ້​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ຍັງ​ເປັນ​ທາດຮັບໃຊ້​ຢູ່​ກໍ​ເປັນ​ອິດສະຫລະ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ໃນທຳນອງ​ດຽວກັນ ຜູ້​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ເອົາ ເມື່ອ​ເປັນ​ອິດສະຫລະ ກໍ​ເປັນ​ທາດຮັບໃຊ້​ຂອງ​ພຣະຄຣິດ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ດັ່ງນັ້ນ ຄວາມຮັກ​ຂອງ​ຕີໂຕ ທີ່​ມີ​ຕໍ່​ພວກເຈົ້າ​ຈຶ່ງ​ຫລາຍ​ຍິ່ງ​ຂຶ້ນ ເມື່ອ​ເພິ່ນ​ລະນຶກເຖິງ​ການ​ເຊື່ອຟັງ​ຂອງ​ພວກເຈົ້າ​ທຸກຄົນ ແລະ​ການ​ທີ່​ພວກເຈົ້າ​ໄດ້​ຮັບຕ້ອນ​ເພິ່ນ​ດ້ວຍ​ຄວາມ​ຢຳເກງ​ຈົນ​ຕົວ​ສັ່ນ.


ຝ່າຍ​ເມຍ​ຈົ່ງ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ ເໝືອນ​ດັ່ງ​ທີ່​ຍອມ​ອ່ອນ​ນ້ອມ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.


ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ນຳ​ທຸກຄົນ​ທີ່​ຮັກ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢ່າງ​ບໍ່​ຮູ້​ເສື່ອມສູນ.


ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.


ເພາະ​ບັດນີ້ ລາວ​ບໍ່ແມ່ນ​ເປັນ​ພຽງ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ເທົ່ານັ້ນ ແຕ່​ດີກວ່າ​ຄົນ​ຮັບໃຊ້​ອີກ ຄື​ເປັນ​ອ້າຍ​ນ້ອງ​ທີ່ຮັກ​ຄົນ​ໜຶ່ງ, ລາວ​ເປັນ​ທີ່ຮັກ​ແກ່​ເຮົາ​ຫລາຍ ແລະ​ກໍ​ຄົງ​ເປັນ​ທີ່ຮັກ​ແກ່​ເຈົ້າ​ຫລາຍກວ່າ​ນັ້ນ​ອີກ ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ​ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ.


ແລະ​ບັດນີ້ ຈົ່ງ​ຍົກຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ຢ່າງ​ຈິງໃຈ​ແລະ​ສັດຊື່. ຈົ່ງ​ປະຖິ້ມ​ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ເຄີຍ​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ແລະ​ໃນ​ປະເທດ​ເອຢິບ​ນັ້ນ​ສາ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ແຕ່​ພຣະເຈົ້າຢາເວ​ເທົ່ານັ້ນ.


ຄື​ເພື່ອ​ຜົວ​ຈະ​ໄດ້​ເບິ່ງ​ເຫັນ​ການ​ປະຕິບັດ​ອັນ​ບໍຣິສຸດ ແລະ​ອ່ອນນ້ອມ​ຂອງ​ພວກເຈົ້າ​ຜູ້​ເປັນ​ເມຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka