Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:4 - ພຣະຄຳພີສັກສິ

4 ຝ່າຍ​ພໍ່​ແມ່​ຢ່າ​ເຮັດ​ໃຫ້​ລູກ​ຂອງຕົນ​ຂັດເຄືອງ​ໃຈ ແຕ່​ຈົ່ງ​ອົບຮົມ​ສັ່ງສອນ​ພວກເຂົາ​ຕາມ​ລະບຽບ ແລະ​ຫລັກ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຝ່າຍ​ພໍ່​ທັງຫລາຍ, ຢ່າ​ເຮັດ​ໃຫ້​ລູກ​ຂອງ​ຕົນ​ຂັດເຄືອງໃຈ; ແຕ່​ຈົ່ງ​ນຳ​ພວກເຂົາ​ເຂົ້າ​ມາ​ສູ່​ການອົບຮົມ ແລະ ການສັ່ງສອນ​ຂອງ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:4
32 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ກະສັດ​ດາວິດ​ໄດ້​ສັ່ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ຈົ່ງ​ເດັດດ່ຽວ ແລະ​ກ້າຫານ. ຈົ່ງ​ລົງມື​ເຮັດ​ວຽກ ແລະ​ຢ່າ​ໃຫ້​ມີ​ສິ່ງໃດສິ່ງໜຶ່ງ​ຂັດຂວາງ​ເຈົ້າ​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ບົວລະບັດ​ຮັບໃຊ້​ນັ້ນ​ຈະ​ສະຖິດ​ຢູ່​ນຳ​ເຈົ້າ. ພຣະອົງ​ຈະ​ບໍ່​ປະຖິ້ມ​ເຈົ້າ​ແຕ່​ພຣະອົງ​ຈະ​ຢູ່​ນຳ​ເຈົ້າ ຈົນກວ່າ​ເຈົ້າ​ຈະ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ.


ຂໍໂຜດ​ໃຫ້​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ອັນ​ເຕັມ​ລົ້ນ ທີ່​ຈະ​ປະຕິບັດ​ຕາມ​ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ ແລະ​ທີ່​ຈະ​ກໍ່ສ້າງ​ພຣະວິຫານ ຊຶ່ງ​ຂ້ານ້ອຍ​ໄດ້​ຈັດຕຽມ​ໄວ້​ແລ້ວ​ນີ້​ດ້ວຍ.”


ຈົ່ງ​ແອບສອນ​ລູກ​ຂອງເຈົ້າ​ເມື່ອ​ເຂົາ​ຍັງ​ໜຸ່ມ ຖ້າບໍ່​ດັ່ງນັ້ນ ກໍ​ເທົ່າ​ກັບ​ເປັນ​ການ​ສົ່ງເສີມ​ເຂົາ​ໃຫ້​ທຳລາຍ​ຕົນເອງ.


ເດັກນ້ອຍ​ມັກ​ເຮັດ​ສິ່ງ​ທີ່​ບໍ່ມີ​ເຫດຜົນ, ແຕ່​ການ​ແອບສອນ​ຢ່າງດີ​ດັດແປງ​ນິໄສ​ໄດ້.


ຈົ່ງ​ອົບຮົມ​ເດັກນ້ອຍ​ໃນ​ທາງ​ທີ່​ຖືກຕ້ອງ ແລະ​ເມື່ອ​ເຂົາ​ເປັນ​ຜູ້ໃຫຍ່​ແລ້ວ ເຂົາ​ຈະ​ບໍ່​ໜີ​ຈາກ​ທາງນັ້ນ.


ການ​ແອບສອນ​ແລະ​ການວາງ​ລະບຽບ​ນັ້ນ​ເປັນ​ການດີ​ສຳລັບ​ເດັກ ຖ້າ​ລູກ​ເຮັດ​ຕາມໃຈ​ຕົນເອງ ແມ່​ກໍ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ.


ຈົ່ງ​ຕີສອນ​ລູກ​ຂອງເຈົ້າ ແລະ​ພວກເຂົາ​ຈະ​ໃຫ້​ເຈົ້າ​ໄດ້​ເຊົາເມື່ອຍ ພວກເຂົາ​ຈະ​ໃຫ້​ຄວາມ​ປິຕິ​ຍິນດີ​ແກ່​ໃຈ​ຂອງເຈົ້າ.


ແມ່ນ​ຜູ້​ທີ່​ມີ​ຊີວິດ​ຢູ່​ເທົ່ານັ້ນ​ທີ່​ສັນລະເສີນ​ພຣະອົງ ດັ່ງ​ທີ່​ຂ້ານ້ອຍ​ສັນລະເສີນ​ພຣະອົງ​ຢູ່​ດຽວນີ້. ດັ່ງ​ພໍ່​ແມ່​ບອກສອນ​ພວກ​ລູກໆ​ຂອງຕົນ ເຖິງ​ຄວາມສັດຊື່​ຂອງ​ພຣະອົງ​ໃຫ້​ເຂົາ​ໄດ້​ຮູ້.


ເພື່ອ​ເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ ແລະ​ມີ​ອາຍຸ​ໝັ້ນຍືນ​ໃນ​ດິນແດນ​ນີ້.


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ! ຕາບໃດ​ທີ່​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນກັບຕາ​ມາ​ແລ້ວ. ຈົ່ງ​ບອກ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫຼົ່ານີ້


ຈົ່ງ​ສັ່ງສອນ​ລູກຫຼານ​ຂອງ​ພວກເຈົ້າ​ໃຫ້​ຮຽນຮູ້​ເອົາ. ໃຫ້​ພວກເຈົ້າ​ເວົ້າ​ຫລຳໄປ​ຫລຳມາ ບໍ່​ວ່າ​ເມື່ອ​ຢູ່​ໃນ​ເຮືອນ​ຫລື​ທຽວທາງ​ກໍດີ ເມື່ອ​ພັກຜ່ອນ​ຫລື​ເຮັດວຽກ​ກໍດີ.


ຝ່າຍ​ພໍ່​ແມ່​ທັງຫລາຍ ຢ່າ​ກຸກກວນ​ລູກ​ຂອງຕົນ​ໃຫ້​ຂັດເຄືອງ​ໃຈ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ທໍ້ຖອຍ​ໃຈ.


ເຮົາ​ລະນຶກເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ອັນ​ເປັນ​ຄວາມເຊື່ອ ຊຶ່ງ​ເມື່ອ​ກ່ອນ​ໄດ້​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ນາງ​ຢູນິເກ​ແມ່​ຂອງ​ເຈົ້າ. ບັດນີ້ ເຮົາ​ເຊື່ອ​ແນ່​ວ່າ ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


ແລ້ວ​ມາໂນອາ​ກໍ​ເວົ້າ​ວ່າ, “ເມື່ອ​ຖ້ອຍຄຳ​ທີ່​ທ່ານ​ໄດ້​ກ່າວ​ມາ​ນັ້ນ​ກາຍເປັນຈິງ ເດັກນ້ອຍ​ຈະ​ຕ້ອງ​ປະພຶດ​ຢ່າງໃດ? ແລະ​ຈະ​ໃຫ້​ລາວ​ດຳເນີນ​ຊີວິດ​ຢ່າງໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka