Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:22 - ພຣະຄຳພີສັກສິ

22 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຊ້​ລາວ​ມາ​ຫາ​ພວກເຈົ້າ ເພື່ອ​ແຈ້ງ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ທຸກຄົນ​ເປັນ​ຢູ່​ຢ່າງ​ໃດ ແລະ​ເພື່ອ​ໃຫ້​ລາວ​ໜູນໃຈ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພາະ​ຈຸດປະສົງ​ນີ້​ແທ້, ເພື່ອ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ຢູ່​ຢ່າງໃດ ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:22
7 Jak'a apnaqawi uñst'ayäwi  

ຖ້າ​ເປັນ​ນໍ້າພຣະໄທ​ຂອງ​ອົງ​ພຣະເຢຊູເຈົ້າ ເຮົາ​ຫວັງ​ວ່າ ຈະ​ໃຊ້​ຕີໂມທຽວ​ມາ​ຫາ​ພວກເຈົ້າ​ໃນ​ບໍ່​ຊ້າ​ນີ້ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ໜູນໃຈ ເມື່ອ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.


ເຮົາ​ຄິດ​ເຫັນ​ວ່າ ມີ​ຄວາມ​ຈຳເປັນ​ທີ່​ຈະ​ໃຊ້​ເອປາໂຟດີໂຕ ນ້ອງຊາຍ​ຂອງເຮົາ​ໄປ​ຫາ​ພວກເຈົ້າ ເພິ່ນ​ເປັນ​ຜູ້​ຮ່ວມ​ງານ ແລະ​ເປັນ​ຜູ້​ສູ້ຮົບ​ຄຽງບ່າ​ຄຽງໄຫລ່​ກັບ​ເຮົາ ເພິ່ນ​ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ຊ່ວຍເຫລືອ​ເກື້ອກຸນ​ເຮົາ​ໃນ​ຍາມ​ຂັດສົນ.


ເພື່ອ​ເຂົາ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ຊູໃຈ ແລະ​ເຂົ້າ​ຕິດ​ສະໜິດ​ກັນ​ໃນ​ຄວາມຮັກ ຈົນເຖິງ​ຄວາມຮູ້​ຄັກແນ່​ອັນ​ສົມບູນ ຊຶ່ງ​ມາ​ດ້ວຍ​ຄວາມ​ເຂົ້າໃຈ ຈຶ່ງ​ຈະ​ສັງເກດ​ຮູ້​ໄດ້​ຂໍ້​ລັບເລິກ​ຂອງ​ພຣະເຈົ້າ ຄື​ພຣະຄຣິດ


ແລະ​ໄດ້​ໃຊ້​ຕີໂມທຽວ ພີ່ນ້ອງ​ຂອງເຮົາ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຝ່າຍ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ໃຫ້​ໄປ​ຫາ​ເຈົ້າ​ທັງຫລາຍ ເພື່ອ​ຈະ​ຕັ້ງ​ພວກເຈົ້າ​ໄວ້​ໃຫ້​ໝັ້ນຄົງ ທັງ​ຈະ​ຊູ​ໃຈ​ໃນ​ເລື່ອງ​ຄວາມເຊື່ອ​ຂອງ​ພວກເຈົ້າ,


ຊົງ​ຊູໃຈ​ແລະ​ຕັ້ງ​ເຈົ້າ​ໄວ້​ໃຫ້​ໝັ້ນຄົງ ໃນ​ການງານ​ແລະ​ໃນ​ວາຈາ​ອັນ​ດີ​ທຸກຢ່າງ.


ເຮົາ​ໄດ້​ໃຊ້​ຕີຂີໂກ​ໄປ​ທີ່​ເມືອງ​ເອເຟໂຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka