ເອເຟໂຊ 6:19 - ພຣະຄຳພີສັກສິ19 ແລະພາວັນນາອະທິຖານເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າເກີດມີໃຈກ້າຫານ ອອກປາກສະແດງຂໍ້ລັບເລິກເລື່ອງຂ່າວປະເສີດ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່19 ແລະ ຂໍໃຫ້ອະທິຖານເພື່ອເຮົາດ້ວຍ, ເພື່ອວ່າເມື່ອໃດທີ່ເຮົາກ່າວ ພຣະອົງຈະໃຫ້ຖ້ອຍຄຳແກ່ເຮົາ ເພື່ອວ່າເຮົາຈະກ້າຫານໃນການເຮັດໃຫ້ຄວາມເລິກລັບຂອງຂ່າວປະເສີດເປັນທີ່ຮູ້ຈັກ, Uka jalj uñjjattʼäta |
ພວກເຈົ້າກໍຮູ້ແລ້ວວ່າ ພວກເຮົາໄດ້ຮັບການຂົ່ມເຫັງ ແລະການປະຈານຢ່າງໃດ ໃນເມືອງຟີລິບປອຍ ກ່ອນທີ່ພວກເຮົາມາຫາພວກເຈົ້າໃນເມືອງເທສະໂລນິກ ເຖິງແມ່ນວ່າມີການຕໍ່ຕ້ານຢ່າງຫລວງຫລາຍຢູ່ໃນທີ່ນັ້ນກໍຕາມ ພຣະເຈົ້າຂອງພວກເຮົາກໍໄດ້ປະທານໃຈກ້າຫານແກ່ພວກເຮົາ ເພື່ອປະກາດຂ່າວປະເສີດທີ່ມາຈາກພຣະອົງແກ່ພວກເຈົ້າ.
ເຮົາຕ້ອງຍອມຮັບເຖິງຄວາມຍິ່ງໃຫຍ່ໃນຂໍ້ລັບເລິກແຫ່ງຄວາມເຊື່ອຂອງພວກເຮົາຄື: ພຣະອົງໄດ້ປາກົດໃນສະພາບມະນຸດ ໄດ້ຖືກຊົງສຳແດງໃຫ້ເຫັນເປັນຜູ້ຊອບທຳ ໂດຍພຣະວິນຍານ ຊົງສຳແດງພຣະອົງແກ່ພວກເທວະດາ. ມີຜູ້ປະກາດເລື່ອງພຣະອົງ ໃນທ່າມກາງພວກຕ່າງຊາດ. ມີຜູ້ເຊື່ອຖືພຣະອົງທົ່ວທັງໂລກ ແລະຖືກຮັບຂຶ້ນສູ່ສະຫງ່າຣາສີ.