ເອເຟໂຊ 6:18 - ພຣະຄຳພີສັກສິ18 ຈົ່ງພາວັນນາອະທິຖານ ແລະໄຫວ້ວອນທຸກຢ່າງ ຈົ່ງພາວັນນາອະທິຖານໂດຍພຣະວິນຍານທຸກເວລາ ແລະຈົ່ງເຝົ້າລະວັງໃນການນັ້ນ ດ້ວຍຄວາມພຽນທຸກຢ່າງ ຈົ່ງພາວັນນາອະທິຖານເພື່ອໄພ່ພົນທັງປວງຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່18 ແລະ ຈົ່ງອະທິຖານໃນພຣະວິນຍານໃນທຸກໂອກາດດ້ວຍການອະທິຖານ ແລະ ການຮ້ອງຂໍທຸກຮູບແບບ. ໂດຍຄຳນຶງເຖິງສິ່ງນີ້, ຈົ່ງເຝົ້າລະວັງໃນການອະທິຖານເພື່ອຄົນຂອງອົງພຣະຜູ້ເປັນເຈົ້າຢູ່ສະເໝີ. Uka jalj uñjjattʼäta |
ເມື່ອດານີເອນຮູ້ວ່າໜັງສືຄຳສັ່ງໄດ້ເຊັນລົງໄປແລ້ວ ເພິ່ນກໍກັບຄືນເມືອເຮືອນຂອງຕົນ. ໃນຫ້ອງຊັ້ນເທິງຂອງເຮືອນນັ້ນ ມີປ່ອງຢ້ຽມຢູ່ສາມປ່ອງປິ່ນໜ້າໃສ່ນະຄອນເຢຣູຊາເລັມ. ຢູ່ທີ່ນັ້ນດັ່ງທີ່ເຄີຍປະຕິບັດມາ ດານີເອນໄດ້ຄຸເຂົ່າລົງຕໍ່ໜ້າປ່ອງຢ້ຽມທີ່ໄຂໄວ້, ພາວັນນາອະທິຖານ ແລະໂມທະນາຂອບພຣະຄຸນຕໍ່ພຣະເຈົ້າຂອງເພິ່ນ ວັນລະສາມເທື່ອ ດັ່ງທີ່ເພິ່ນເຄີຍປະຕິບັດມາແຕ່ກ່ອນ.
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.