Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:15 - ພຣະຄຳພີສັກສິ

15 ແລະ​ເອົາ​ຄວາມ​ຕຽມພ້ອມ​ຝ່າຍ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ແລະ ເອົາ​ຄວາມພ້ອມ​ທີ່​ມາ​ຈາກ​ຂ່າວປະເສີດ​ແຫ່ງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 6:15
8 Jak'a apnaqawi uñst'ayäwi  

ນ້ອງ​ນາງ​ຊ່າງ​ເປັນ​ຍິງສາວ​ທີ່​ງາມຫລາຍ ຕີນ​ນ້ອງ​ທີ່​ສຸບ​ເກີບ​ສາຍພາຍ​ກໍ​ງາມ​ຫລາຍແທ້ ບັ້ນແອວ​ນ້ອງ​ກິ່ວ​ແລະ​ໜ້າທ້ອງ​ຂອງ​ນາງ ກໍ​ງາມ​ເທົ່າກັບ​ສີມື​ນັກ​ສິນລະປິນ​ປັ້ນແຕ່ງ.


ເປັນ​ຕາຮັກ​ແທ້​ທີ່​ເຫັນ​ຜູ້​ສົ່ງຂ່າວ​ຂ້າມ​ພູເຂົາ​ມາ ໂດຍ​ນຳ​ຂ່າວ​ດີ​ຄື​ຂ່າວ​ແຫ່ງ​ສັນຕິສຸກ​ມາ​ໃຫ້ ລາວ​ປະກາດ​ເລື່ອງ​ໄຊຊະນະ​ແກ່​ພູເຂົາ​ຊີໂອນ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ເຈົ້າ​ມະຫາຊີວິດ.”


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າຢາເວ ຊົງ​ເປັນ​ກຳລັງ​ຂອງ​ຂ້ານ້ອຍ. ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ແລ່ນ​ທຸ່ນທ່ຽງ​ເໝືອນ​ດັ່ງ​ກວາງ ແລະ​ຮັກສາ​ຂ້ານ້ອຍ​ໃຫ້​ປອດໄພ ຢູ່​ທີ່​ເທິງ​ພູ​ທັງຫລາຍ​ນັ້ນ.


ຈົ່ງ​ໃສ່​ເກີບ ແຕ່​ຢ່າ​ເອົາ​ເຄື່ອງ​ນຸ່ງ​ເພື່ອ​ປ່ຽນ​ໄປ​ນຳ.”


ແຕ່​ຜູ້​ເປັນ​ພໍ່​ເອີ້ນ​ບັນດາ​ຄົນ​ຮັບໃຊ້​ຂອງຕົນ​ມາ ເພິ່ນ​ເວົ້າ​ວ່າ, ‘ໄວໆ ຟ້າວ​ເອົາ​ເຄື່ອງ​ຢ່າງດີ​ທີ່ສຸດ​ມາ​ໃຫ້​ລູກ​ຂອງເຮົາ​ນຸ່ງ ຈົ່ງ​ເອົາ​ແຫວນ​ມາ​ສວມ​ໃສ່​ນິ້ວ​ມື ແລະ​ສຸບ​ເກີບ​ໃສ່​ຕີນ​ໃຫ້​ລູກ​ຂອງເຮົາ.


ແລະ​ຖ້າ​ບໍ່ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງ​ໃດ? ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວປະເສີດ​ມາ ກໍ​ງົດງາມ​ປານໃດ​ໜໍ”


ຂໍ​ໃຫ້​ເມືອງ​ມີ​ປະຕູ​ເຫຼັກ​ປ້ອງກັນ​ໄພ​ໃຫ້​ແຂງແກ່ນ ຂໍ​ໃຫ້​ມີ​ແຮງ​ຊຸກຍູ້​ຊີວິດ​ເຈົ້າ​ໃຫ້​ປອດໄພ​ຕະຫລອດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka