Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 6:11 - ພຣະຄຳພີສັກສິ

11 ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ ຊຶ່ງ​ພຣະເຈົ້າ​ໂຜດ​ປະທານ​ໃຫ້​ພວກເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ຈົ່ງ​ສວມ​ຍຸດທະພັນ​ຄົບຊຸດ​ຂອງ​ພຣະເຈົ້າ ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຕົວ​ຕໍ່ສູ້​ກັບ​ກົນອຸບາຍ​ຂອງ​ມານຮ້າຍ​ໄດ້.

Uka jalj uñjjattʼäta Copia luraña




ເອເຟໂຊ 6:11
30 Jak'a apnaqawi uñst'ayäwi  

ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ເອົາ​ຫອກ, ດາບ ແລະ​ໜ້າທະນູ​ໃຫ້​ປະຊາຊົນ ພ້ອມ​ທັງ​ໃຫ້​ພວກເຂົາ​ເຂົ້າ​ປະຈຳ​ໜ້າທີ່​ຢູ່​ທາງ​ເບື້ອງຫລັງ​ຂອງ​ກຳແພງ​ເມືອງ​ເປັນ​ຕະກຸນ ໃນ​ທຸກບ່ອນ​ທີ່​ຍັງ​ສ້າງ​ບໍ່​ທັນ​ແລ້ວ.


ດ້ວຍວ່າ, ຈະ​ມີ​ພຣະຄຣິດ​ປອມ ແລະ​ໝໍ​ທຳນວາຍ​ຂີ້ໂລບ​ຫລາຍ​ຄົນ​ເກີດຂຶ້ນ ພວກເຂົາ​ຈະ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫລົງ​ເສຍ​ໄປ.


ກາງຄືນ​ກໍ​ລ່ວງໄປ​ຫລາຍ​ແລ້ວ ແລະ​ກາງເວັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ, ໃຫ້​ພວກເຮົາ​ເລີກ​ເຮັດ​ການ​ຝ່າຍ​ຄວາມມືດ ແລະ​ຈົ່ງ​ປະກອບ​ຕົວ​ດ້ວຍ​ອາວຸດ​ແຫ່ງ​ຄວາມ​ສະຫວ່າງ.


ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.


ບໍ່ມີ​ການ​ທົດລອງ​ອັນ​ໃດ​ເກີດຂຶ້ນ​ກັບ​ເຈົ້າ​ທັງຫລາຍ ນອກຈາກ​ການ​ທົດລອງ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ມະນຸດ​ທົ່ວ​ໄປ ພຣະເຈົ້າ​ຊົງ​ທ່ຽງທຳ ພຣະອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ພວກເຈົ້າ​ຖືກ​ທົດລອງ ເກີນ​ກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດລອງ​ເຈົ້າ​ນັ້ນ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ໜີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ທົນ​ໄດ້.


ເພາະວ່າ​ເຄື່ອງ​ອາວຸດ​ຂອງເຮົາ​ບໍ່​ເປັນ​ຂອງ​ຝ່າຍ​ໂລກ, ແຕ່​ມີ​ຣິດອຳນາດ​ຈາກ​ພຣະເຈົ້າ​ທີ່​ທຳລາຍ​ຄ້າຍ​ອັນ​ເຂັ້ມແຂງ​ໄດ້ ຄື​ທຳລາຍ​ຄວາມ​ຄິດ​ທີ່​ມີ​ເຫດ​ຜົນ​ອັນ​ບໍ່​ຈິງ


ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.


ເພື່ອ​ບໍ່​ໃຫ້​ມານຊາຕານ​ມີໄຊ​ເໜືອ​ພວກເຮົາ ເພາະວ່າ​ພວກເຮົາ​ຮູ້​ແຜນການ​ຂອງ​ມັນ​ແລ້ວ.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ໂດຍ​ຖ້ອຍຄຳ​ອັນ​ສັດຈິງ ໂດຍ​ຣິດອຳນາດ​ຂອງ​ພຣະເຈົ້າ ດ້ວຍ​ອາວຸດ​ຂອງ​ຄວາມ​ຊອບທຳ (ຊຶ່ງ​ໃຊ້​ສຳລັບ​ມື​ຂວາ​ແລະ​ມື​ຊ້າຍ ໄວ້​ໂຈມຕີ​ແລະ​ປ້ອງກັນ​ຕົວ​ດ້ວຍ).


ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ ຖືກ​ພັດ​ໄປ​ພັດ​ມາ ແລະ​ຫັນເຫ​ໄປມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳສັ່ງສອນ​ທຸກຢ່າງ​ຂອງ​ຄົນ​ທີ່​ຫລອກລວງ ຜູ້​ທີ່​ນຳ​ຄົນອື່ນ​ໃຫ້​ຫລົງ​ຜິດ​ໄປ​ດ້ວຍ​ກົນອຸບາຍ​ອັນ​ສະຫລາດ​ຂອງ​ພວກເຂົາ.


ແລະ​ໃຫ້​ເຈົ້າ​ທັງຫລາຍ​ສວມ​ສະພາບ​ມະນຸດ​ໃໝ່ ຊຶ່ງ​ຊົງ​ສ້າງ​ຂຶ້ນ​ໃໝ່​ຕາມ​ແບບ​ພຣະ​ລັກສະນະ​ຂອງ​ພຣະເຈົ້າ ໃນ​ຄວາມ​ຊອບທຳ​ແລະ​ຄວາມ​ບໍຣິສຸດ​ທີ່​ແທ້ຈິງ.


ເຫດສະນັ້ນ ຈົ່ງ​ຮັບ​ເອົາ​ຍຸດທະພັນ​ຄົບຊຸດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ຕໍ່ຕ້ານ​ໃນ​ວັນ​ຊົ່ວຮ້າຍ​ນັ້ນ ແລະ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ​ໝັ້ນຄົງ​ໄດ້.


ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ.


ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ​ພົ້ນ​ເປັນ​ໝວກ​ເຫຼັກ​ປ້ອງກັນ​ຫົວ.


ດ້ວຍເຫດນີ້ ພຣະອົງ​ຈຶ່ງ​ຊົງ​ສາມາດ​ຕະຫລອດໄປ ທີ່​ຈະ​ໂຜດ​ເອົາ​ຄົນ​ທັງປວງ​ທີ່​ໄດ້​ເຂົ້າ​ມາ​ຫາ​ພຣະເຈົ້າ ໂດຍ​ທາງ​ພຣະອົງ​ນັ້ນ ໃຫ້​ໄດ້​ຮັບ​ຄວາມ​ລອດພົ້ນ ເພາະວ່າ ພຣະອົງ​ຊົງພຣະຊົນ​ຢູ່​ນິຣັນດອນ ເພື່ອ​ຊ່ວຍ​ທູນ​ຂໍ​ພຣະ​ກະລຸນາ​ໃຫ້​ຄົນ​ເຫຼົ່ານັ້ນ.


ດ້ວຍເຫດນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ນ້ອມໃຈ​ຍອມ​ຟັງ​ພຣະເຈົ້າ, ຈົ່ງ​ຕໍ່ສູ້​ກັບ​ມານ ແລະ​ມັນ​ຈະ​ໜີ​ຈາກ​ພວກເຈົ້າ​ໄປ.


ເຈົ້າ​ທັງຫລາຍ​ຈົ່ງ​ຄອຍ​ລະວັງຕົວ​ແລະ​ເຝົ້າ​ຢູ່. ດ້ວຍວ່າ, ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນ​ວຽນ​ໄປມາ​ເໝືອນ​ໂຕ​ສິງ ທີ່​ແຜດ​ສຽງ​ຊອກ​ຫາ​ຄົນ​ທີ່​ມັນ​ຈະ​ກັດ​ກິນ​ໄດ້.


ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


ສັດຮ້າຍ​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ​ຄົນ​ທີ່​ປອມ​ຕົວ​ເປັນ​ຜູ້​ປະກາດ​ພຣະທຳ ທີ່​ໄດ້​ເຮັດ​ໝາຍສຳຄັນ​ຕໍ່ໜ້າ​ສັດຮ້າຍ​ນັ້ນ ແລະ​ໃຊ້​ໝາຍສຳຄັນ​ນັ້ນ ຫລອກລວງ​ຄົນ​ທັງຫລາຍ​ທີ່​ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ແລະ​ບູຊາ​ຮູບ​ຂອງ​ມັນ ພວກເຂົາ​ທັງສອງ​ໄດ້​ຖືກ​ຖິ້ມ​ລົງ​ທັງ​ເປັນ ໃນ​ບຶງໄຟ​ທີ່​ໄໝ້​ຢູ່​ດ້ວຍ​ມາດ.


ສ່ວນ​ພວກເຈົ້າ​ທີ່​ຍັງເຫລືອ​ຢູ່​ໃນ​ເມືອງ​ທົວເຕຣາ ທີ່​ບໍ່ໄດ້​ປະຕິບັດ​ຕາມ​ຄຳສອນ​ອັນ​ຊົ່ວຊ້າ​ນີ້ ຄື​ບໍ່ໄດ້​ຮຽນ​ຮູ້​ສິ່ງ​ທີ່​ເຂົາ​ເອີ້ນ​ວ່າ ຄວາມ​ລັບເລິກ​ຂອງ​ມານຊາຕານ. ເຮົາ​ບອກ​ພວກເຈົ້າ​ວ່າ, ‘ເຮົາ​ຈະ​ບໍ່​ເພີ່ມ​ພາລະ​ອື່ນ​ໃດ​ໃສ່​ພວກເຈົ້າ,


ພຣະອົງ​ກະທຳ​ເຊັ່ນ​ນີ້ ເພື່ອ​ແອບສອນ​ລູກຫລານ​ຂອງ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ຮູ້ຈັກ​ກ່ຽວກັບ​ການ​ເຮັດ​ເສິກ ໂດຍ​ສະເພາະ​ຢ່າງຍິ່ງແລ້ວ ແມ່ນ​ຜູ້​ທີ່​ບໍ່ເຄີຍ​ສູ້ຮົບ​ມາກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka