ເອເຟໂຊ 6:10 - ພຣະຄຳພີສັກສິ10 ສຸດທ້າຍນີ້ ຂໍໃຫ້ພວກເຈົ້າຈົ່ງມີກຳລັງເພີ່ມຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນຣິດເດດອັນແກ່ກ້າຂອງພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ສຸດທ້າຍນີ້ ຈົ່ງເຂັ້ມແຂງໃນອົງພຣະຜູ້ເປັນເຈົ້າ ແລະ ໃນລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. Uka jalj uñjjattʼäta |
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.
ປະຊາຊົນຢູດາແລະອິດສະຣາເອນເອີຍ ໃນອະດີດນັ້ນ ຊາວຕ່າງດ້າວໄດ້ສາບແຊ່ງກັນແລະກັນວ່າ, ‘ໃຫ້ໄພພິບັດທີ່ຕົກຖືກຢູດາແລະອິດສະຣາເອນນັ້ນ ຕົກຖືກພວກເຈົ້າເຊັ່ນກັນ’ ແຕ່ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນໄພ; ແລ້ວບັນດາຄົນຕ່າງດ້າວເຫຼົ່ານັ້ນກໍຈະເວົ້າຕໍ່ກັນແລະກັນວ່າ, ‘ຂໍໃຫ້ພຣະພອນທີ່ໄດ້ມາສູ່ຢູດາແລະອິດສະຣາເອນນັ້ນ ມາສູ່ພວກເຈົ້າເຊັ່ນກັນ.’ ສະນັ້ນ ຈົ່ງກ້າຫານແລະຢ່າຢ້ານກົວເລີຍ.”
ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.
ລູກທັງຫລາຍຂອງເຮົາເອີຍ, ທີ່ເຮົາຂຽນຈົດໝາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກພຣະບິດາເຈົ້າ. ພໍ່ທັງຫລາຍເອີຍ, ທີ່ເຮົາຂຽນຈົດໝາຍມາເຖິງພວກເຈົ້າ ເພາະພວກເຈົ້າຮູ້ຈັກພຣະອົງ ຜູ້ດຳລົງຢູ່ຕັ້ງແຕ່ຕົ້ນ. ຄົນໜຸ່ມທັງຫລາຍເອີຍ, ທີ່ເຮົາຂຽນຈົດໝາຍມາຫາພວກເຈົ້າ ເພາະພວກເຈົ້າມີກຳລັງແຂງແຮງ, ພຣະທຳຂອງພຣະເຈົ້າກໍຕັ້ງຢູ່ໃນພວກເຈົ້າ ແລະພວກເຈົ້າໄດ້ຊະນະມານຊົ່ວຮ້າຍແລ້ວ.