7 ດັ່ງນັ້ນ ພວກເຈົ້າຢ່າຄົບຫາສະມາຄົມກັບຄົນເຫຼົ່ານີ້ຈັກເທື່ອ.
7 ເຫດສະນັ້ນ ຢ່າເປັນຫຸ້ນສ່ວນກັບພວກເຂົາ.
ເຈົ້າເປັນໝູ່ກັບຄົນຂີ້ລັກທຸກຄົນທີ່ພົບເຫັນ ແລະຄົບຫາສະມາຄົມກັບທຸກຄົນທີ່ຫລີ້ນຊູ້.
ຄົບຄົນດີມີສີແກ່ຕົວ ຄົບຄົນຊົ່ວພາຕົວໝົ່ນໝອງ.
ຈົ່ງໜີຈາກໝູ່ທີ່ໂງ່ຈ້ານັ້ນສາ ແລ້ວເຈົ້າກໍຈະມີຊີວິດຢູ່ ຈົ່ງເດີນຕາມທາງແຫ່ງຄວາມຮອບຮູ້.”
ເພິ່ນໄດ້ບອກປະຊາຊົນວ່າ, “ຈົ່ງຍ້າຍໜີຈາກເຕັນຂອງຄົນຊົ່ວເຫຼົ່ານີ້ ແລະຢ່າແຕະຕ້ອງສິ່ງໃດສິ່ງໜຶ່ງທີ່ເປັນຂອງພວກເຂົາ. ບໍ່ດັ່ງນັ້ນ ພວກເຈົ້າຈະຖືກກວາດໄປນຳ ເພາະການບາບຂອງພວກເຂົາ.”
ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖານະທີ່ບໍ່ສະເໝີກັນ ເພາະວ່າ ຄວາມຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມອະທຳ? ແລະຄວາມສະຫວ່າງຈະເຂົ້າສະໜິດກັບຄວາມມືດໄດ້ຢ່າງໃດ?
ວ່າ ຄົນຕ່າງຊາດນັ້ນໄດ້ເປັນຜູ້ຮັບມໍຣະດົກຮ່ວມກັນ ເປັນອະໄວຍະວະຂອງກາຍອັນດຽວກັນ ທັງມີສ່ວນໄດ້ຮັບພຣະສັນຍາໃນພຣະຄຣິດເຈົ້າເຢຊູ ໂດຍທາງຂ່າວປະເສີດ.
ຢ່າເຂົ້າໄປມີສ່ວນໃດໆກັບການກະທຳຝ່າຍຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ຈົ່ງເປີດເຜີຍສິ່ງເຫຼົ່ານັ້ນ ອອກມາສູ່ຄວາມສະຫວ່າງກໍດີກວ່າ.
ຢ່າຟ້າວວາງມືລົງໃສ່ຜູ້ໃດ ແລະຢ່າເຂົ້າສ່ວນໃນຄວາມບາບກັບຄົນອື່ນ ຈົ່ງຮັກສາຕົວໃຫ້ບໍຣິສຸດ.
ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງອີກຈາກສະຫວັນກ່າວວ່າ, “ໄພ່ພົນຂອງເຮົາເອີຍ, ຈົ່ງອອກມາຈາກມະຫານະຄອນນັ້ນເສຍ ເພື່ອເຈົ້າທັງຫລາຍຈະບໍ່ມີສ່ວນ ໃນການບາບຂອງມັນ ເພື່ອເຈົ້າຈະບໍ່ໄດ້ຖືກໄພອັນຕະລາຍ ທີ່ຈະເກີດແກ່ມັນນັ້ນ,