Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:30 - ພຣະຄຳພີສັກສິ

30 ດ້ວຍວ່າ, ພວກເຮົາ​ເປັນ​ອະໄວຍະວະ​ໃນ​ພຣະກາຍ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

30 ເພາະວ່າ​ພວກເຮົາ​ທັງຫລາຍ​ເປັນ​ອະໄວຍະວະ​ໃນ​ກາຍ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:30
7 Jak'a apnaqawi uñst'ayäwi  

ແລ້ວ​ຊາຍ​ຜູ້ນັ້ນ​ກໍ​ເວົ້າ​ວ່າ, “ນີ້​ເດ ແມ່ນ​ຜູ້​ທີ່​ມີ​ຮູບຮ່າງ​ຄື​ເຮົາ; ກະດູກ​ຂອງ​ນາງ​ມາ​ຈາກ​ກະດູກ​ຂອງເຮົາ ເນື້ອໜັງ​ຂອງ​ນາງ​ມາ​ຈາກ​ເນື້ອໜັງ​ຂອງເຮົາ; ຜູ້ຍິງ​ແມ່ນ​ຊື່​ຂອງ​ນາງ​ເພາະ​ນາງ​ມາ​ຈາກ​ຜູ້ຊາຍ.”


ພວກເຮົາ​ທີ່​ມີ​ຫລາຍ​ຄົນ​ກໍ​ຮ່ວມ​ເຂົ້າ​ເປັນ​ຮ່າງກາຍ​ດຽວກັນ​ໃນ​ພຣະຄຣິດ ແລະ​ພວກເຮົາ​ກໍ​ເປັນ​ອະໄວຍະວະ​ແກ່​ກັນແລະກັນ​ສັນນັ້ນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ນັ້ນ​ເປັນ​ອະໄວຍະວະ​ຂອງ​ພຣະຄຣິດ. ຖ້າ​ເປັນ​ດັ່ງນັ້ນ ເຮົາ​ຈະ​ເອົາ​ອະໄວຍະວະ​ຂອງ​ພຣະຄຣິດ ໄປ​ເຂົ້າ​ສ່ວນ​ໃນ​ອະໄວຍະວະ​ຂອງ​ຍິງ​ແມ່ຈ້າງ​ບໍ? ຢ່າ​ໃຫ້​ເປັນ​ຢ່າງ​ນັ້ນ​ເລີຍ.


ຊຶ່ງ​ເປັນ​ພຣະກາຍ​ຂອງ​ພຣະອົງ ຊຶ່ງ​ເຕັມ​ບໍຣິບູນ​ດ້ວຍ​ພຣະອົງ ຜູ້​ຊົງ​ເຕັມ​ໃນ​ທຸກຫົນ​ທຸກແຫ່ງ​ທົ່ວ​ສັບພະທຸກສິ່ງ.


ບໍ່ມີ​ຜູ້ໃດ​ທີ່​ກຽດຊັງ​ຮ່າງກາຍ​ຂອງ​ຕົນເອງ​ຈັກເທື່ອ ມີ​ແຕ່​ບຳລຸງລ້ຽງ​ແລະ​ຖະນຸ​ຖະໜອມ​ໄວ້ ດັ່ງ​ທີ່​ພຣະຄຣິດ​ຊົງ​ກະທຳ​ແກ່​ຄຣິສຕະຈັກ.


ແລະ​ບໍ່ໄດ້​ຢຶດໝັ້ນ​ໃນ​ພຣະອົງ ຜູ້​ທີ່​ເປັນ​ຫົວ​ຂອງ​ຮ່າງກາຍ, ໂດຍ​ການ​ຄວບຄຸມ​ຂອງ​ພຣະອົງ​ນັ້ນ ທົ່ວ​ທັງ​ຮ່າງກາຍ​ກໍໄດ້​ຮັບ​ການ​ບຳລຸງລ້ຽງ ແລະ​ຕໍ່​ເຂົ້າ​ກັນ ດ້ວຍ​ຂໍ້​ແລະ​ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ຂຶ້ນ ຕາມ​ທີ່​ພຣະເຈົ້າ​ຕ້ອງການ​ໃຫ້​ຈະເລີນ​ຂຶ້ນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka