Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:3 - ພຣະຄຳພີສັກສິ

3 ເນື່ອງ​ຈາກ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກເຈົ້າ​ຈຶ່ງ​ບໍ່​ສົມຄວນ​ທີ່​ຈະ​ເອີ່ຍ​ເຖິງ, ເລື່ອງ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ, ການ​ຊົ່ວຮ້າຍ​ທຸກຢ່າງ ແລະ​ຄວາມ​ໂລພາ​ຕັນຫາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ແຕ່​ໃນ​ທ່າມກາງ​ພວກເຈົ້າ​ຕ້ອງ​ບໍ່​ໃຫ້​ມີ​ແມ່ນແຕ່​ເອີ່ຍ​ເຖິງ​ເລື່ອງ​ການ​ຜິດສິນທຳທາງເພດ ຫລື ຄວາມ​ເປື້ອນເປິ​ໃດໆ ຫລື ຄວາມໂລບ ເພາະ​ສິ່ງ​ເຫລົ່ານີ້​ເປັນ​ສິ່ງ​ທີ່​ບໍ່​ເໝາະສົມ​ສຳລັບ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:3
58 Jak'a apnaqawi uñst'ayäwi  

ຄົນຊົ່ວຮ້າຍ​ອວດອ້າງ​ຈອງຫອງ​ໃນ​ການ​ເຮັດ​ຊົ່ວ​ຂອງຕົນ ຄົນ​ມັກໂລບ​ກໍ​ສາບແຊ່ງ​ແລະ​ປະຕິເສດ​ພຣະເຈົ້າຢາເວ.


ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ມີ​ໃຈ​ປາຖະໜາ​ຢາກ​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະອົງ ແທນ​ທີ່​ຈະ​ຢາກ​ໄດ້​ແຕ່​ຄວາມຮັ່ງມີ.


ແຕ່​ນອກຈາກນີ້ ເຈົ້າ​ຄວນ​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ບາງຄົນ​ໃນ​ທ່າມກາງ​ປະຊາຊົນ​ທັງໝົດ ແລະ​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ໜຶ່ງພັນ​ຄົນ, ໜຶ່ງຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ. ພວກ​ຜູ້ປົກຄອງ​ນັ້ນ​ຈະ​ຕ້ອງ​ເປັນ​ຄົນ​ຢຳເກງ​ພຣະເຈົ້າ ທັງ​ໄວ້ວາງໃຈ​ໄດ້​ແລະ​ບໍ່​ກິນ​ສິນບົນ.


ຢ່າ​ໄດ້​ໂລບເອົາ​ເຮືອນຊານ​ບ້ານຊ່ອງ​ຂອງ​ເພື່ອນບ້ານ​ຂອງເຈົ້າ; ຢ່າ​ຢາກ​ໄດ້​ເມຍ​ຂອງ​ລາວ, ຄົນ​ຮັບໃຊ້​ຊາຍ​ຍິງ, ງົວ, ລໍ ຫລື​ສິ່ງ​ອື່ນໆ​ອີກ​ທີ່​ລາວ​ມີ​ຢູ່.”


ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ຜູ້ປົກຄອງ​ທີ່​ບໍ່ມີ​ສາມັນ​ສຳນຶກ​ກໍ​ມັກ​ກົດຂີ່​ປະຊາຊົນ ຜູ້​ກຽດຊັງ​ການ​ສໍ້ໂກງ​ກໍ​ປົກຄອງ​ດົນນານ​ໄດ້.


“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”


ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ສະນັ້ນ ປະຊາຊົນ​ຂອງເຮົາ​ຈຶ່ງ​ຫລັ່ງໄຫລ​ກັນ​ມາ​ຟັງ​ສິ່ງ​ທີ່​ເຈົ້າ​ຕ້ອງ​ກ່າວ, ແຕ່​ພວກເຂົາ​ບໍ່ໄດ້​ເຮັດ​ຕາມ. ພວກເຂົາ​ຖື​ຄຳເວົ້າ​ຂອງເຈົ້າ​ນັ້ນ​ເປັນ​ດັ່ງ​ບົດເພງ​ງ່າຍໆ ແລະ​ພວກເຂົາ​ຍັງ​ສືບຕໍ່​ໂລບມາກ​ໂລພາ.


ຫລັງຈາກ​ສົມສູ່​ກັນ​ແລ້ວ ທັງ​ຜູ້ຊາຍ​ແລະ​ຜູ້ຍິງ​ຕ້ອງ​ອາບນໍ້າ ແລະ​ທັງສອງ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.


ເມື່ອ​ພວກເຂົາ​ຕ້ອງການ​ໄຮ່​ນາ ພວກເຂົາ​ກໍ​ຢຶດເອົາ​ໂລດ ເມື່ອ​ພວກເຂົາ​ຕ້ອງການ​ບ້ານເຮືອນ ພວກເຂົາ​ກໍ​ຢຶດເອົາ​ໂລດ. ບໍ່ມີ​ຄອບຄົວ​ຂອງ​ຄົນໃດ ຫລື​ຊັບສົມບັດ​ຂອງ​ຜູ້ໃດ​ຈະ​ປອດໄພ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ມາ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຊິດຕິມ​ນັ້ນ ພວກ​ຜູ້ຊາຍ​ຊາວ​ອິດສະຣາເອນ​ໄດ້​ສົມສູ່​ຢູ່​ກິນ​ກັບ​ຍິງ​ຊາວ​ໂມອາບ.


ເພາະ​ຄວາມ​ຄິດ​ຊົ່ວ ຊຶ່ງ​ນຳ​ໄປ​ສູ່​ການ​ຂ້າ​ຄົນ, ການ​ຫລິ້ນຊູ້​ສູ່​ຜົວເມຍ ແລະ​ການ​ຜິດ​ສິນທຳ​ທາງ​ເພດ, ການ​ລັກ, ການ​ກ່າວ​ຄຳ​ພະຍານ​ບໍ່​ຈິງ ແລະ​ການ​ກ່າວຮ້າຍ​ປ້າຍສີ​ຜູ້​ອື່ນ ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”


ຝ່າຍ​ພວກ​ຟາຣີຊາຍ​ທີ່​ມີ​ໃຈ​ຮັກ​ຊັບ ເມື່ອ​ໄດ້ຍິນ​ຄຳ​ເຫຼົ່ານັ້ນ ແລ້ວ​ກໍ​ກ່າວ​ເຢາະເຢີ້ຍ​ພຣະອົງ.


ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.


ຂ້າພະເຈົ້າ​ບໍ່ໄດ້​ໂລບ​ເອົາ​ເງິນ, ເອົາ​ຄຳ ຫລື​ເອົາ​ເສື້ອຜ້າ​ຂອງ​ຜູ້ໃດ​ຜູ້ໜຶ່ງ.


ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ


ກະລຸນາ​ຮັບ​ນາງ​ໄວ້​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເໝືອນ​ດັ່ງ​ທີ່​ຄົນ​ຂອງ​ພຣະເຈົ້າ​ຄວນ​ປະຕິບັດ​ແກ່​ກັນແລະກັນ ແລະ​ຊ່ວຍເຫລືອ​ນາງ​ໃນ​ທຸກສິ່ງ​ທີ່​ນາງ​ຕ້ອງການ ເພາະວ່າ​ນາງ​ເອງ​ໄດ້​ຊ່ວຍ​ສົງເຄາະ​ຫລາຍ​ຄົນ​ລວມທັງ​ເຮົາ​ເອງ​ດ້ວຍ.


ຢ່າ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໃຫ້​ແກ່​ການບາບ​ອີກ​ຕໍ່ໄປ ເພື່ອ​ໃຫ້​ເປັນ​ເຄື່ອງ​ມື​ຮັບໃຊ້​ໃນ​ການ​ຊົ່ວຮ້າຍ, ແຕ່​ຈົ່ງ​ມອບ​ຕົວ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເໝືອນ​ກັບ​ບຸກຄົນ​ທີ່​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ຈົ່ງ​ມອບ​ອະໄວຍະວະ​ທຸກ​ພາກ​ສ່ວນ​ຂອງ​ພວກເຈົ້າ​ຖວາຍ​ແກ່​ພຣະເຈົ້າ​ເປັນ​ການ​ສິ້ນສຸດ ເພື່ອ​ເປັນ​ເຄື່ອງໃຊ້​ໃນ​ການ​ຊອບທຳ​ຕໍ່ໄປ.


ຢ່າ​ໃຫ້​ເຮົາ​ທັງຫລາຍ​ປະພຶດ​ຜິດ​ສິນທຳ​ທາງ​ເພດ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ປະພຶດ ແລະ​ພວກເຂົາ​ກໍ​ລົ້ມ​ຕາຍ​ໃນ​ມື້​ດຽວ​ສອງໝື່ນ​ສາມພັນ​ຄົນ.


ມີ​ຂ່າວ​ເລົ່າລື​ກັນ​ທົ່ວ​ໄປ​ວ່າ ໃນ​ທ່າມກາງ​ພວກເຈົ້າ​ນັ້ນ, ມີ​ການ​ຜິດ​ຊາຍຍິງ​ອັນ​ໜັກໜ່ວງ​ຫລາຍ ແມ່ນແຕ່​ໃນ​ພວກ​ຕ່າງຊາດ ກໍ​ບໍ່ເຄີຍ​ມີ​ເລີຍ ຄື​ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ເອົາ​ແມ່ນ້າ​ຂອງຕົນ​ມາ​ເປັນ​ເມຍ


ອາຫານ​ມີ​ໄວ້​ສຳລັບ​ທ້ອງ ແລະ​ທ້ອງ​ກໍ​ມີ​ໄວ້​ສຳລັບ​ອາຫານ, ແຕ່​ພຣະເຈົ້າ​ຈະ​ໃຫ້​ທັງສອງ ຄື​ທ້ອງ​ແລະ​ອາຫານ​ສູນສິ້ນ​ໄປ ຮ່າງກາຍ​ບໍ່ໄດ້​ມີ​ໄວ້​ສຳລັບ​ການ​ຫລິ້ນຊູ້, ແຕ່​ມີ​ໄວ້​ສຳລັບ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ມີ​ໄວ້​ສຳລັບ​ຮ່າງກາຍ.


ຈົ່ງ​ຫລີກເວັ້ນ​ເສຍ​ຈາກ​ການ​ຫລິ້ນຊູ້ ຜິດບາບ​ທຸກຢ່າງ​ທີ່​ມະນຸດ​ເຮັດ​ນັ້ນ ເປັນ​ບາບ​ນອກ​ກາຍ, ແຕ່​ຄົນ​ທີ່​ຫລິ້ນຊູ້​ນັ້ນ ກໍ​ເຮັດ​ຜິດບາບ​ຕໍ່​ຮ່າງກາຍ​ຂອງ​ຕົນເອງ.


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ອີກ ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໃຫ້​ເຮົາ​ຖ່ອມຕົວ​ລົງ ລະອາຍ​ໃຈ​ຕໍ່ໜ້າ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ທຸກໂສກ ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ​ແລ້ວ ແລະ​ບໍ່ໄດ້​ກັບໃຈ​ຈາກ​ການ​ຊົ່ວຮ້າຍ ການ​ຫລິ້ນຊູ້ ແລະ​ການ​ໂລພາ​ຕັນຫາ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.


ເພາະວ່າ ແມ່ນແຕ່​ຈະ​ເວົ້າ​ເຖິງ​ການ​ເຫຼົ່ານັ້ນ ທີ່​ພວກເຂົາ​ເຮັດ​ໃນ​ທີ່​ລັບລີ້ ກໍ​ຍັງ​ເປັນ​ການ​ໜ້າອາຍ.


ພວກເຈົ້າ​ຄົງ​ຮູ້ຈັກ​ດີ​ແລ້ວ​ວ່າ ຜູ້​ທີ່​ຫຼິ້ນຊູ້, ຜູ້​ທີ່​ເວົ້າ​ຫຍາບຊ້າ, ຜູ້​ທີ່​ໃຈ​ໂລບ (ເໝືອນ​ຂາບໄຫວ້​ຮູບເຄົາຣົບ) ຈະ​ບໍ່ໄດ້​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະຄຣິດ ແລະ​ຂອງ​ພຣະເຈົ້າ​ຈັກເທື່ອ.


ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.


ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.


ສິ່ງ​ນີ້​ແຫຼະ ແມ່ນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຈົ້າ​ເປັນ​ຄົນ​ບໍຣິສຸດ ແລະ​ເວັ້ນ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເອີ້ນ​ເອົາ​ພວກເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ຜິດ​ສິນທຳ ແຕ່​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ບໍຣິສຸດ.


ແຕ່​ໃຫ້​ປະດັບ​ຕົວ​ດ້ວຍ​ເຮັດ​ການ​ດີ ໃຫ້​ສົມ​ກັບ​ເປັນ​ແມ່ຍິງ​ທີ່​ອ້າງ​ຕົນ​ວ່າ ເປັນ​ຄົນ​ຢຳເກງ​ພຣະເຈົ້າ.


ຕ້ອງ​ບໍ່​ເປັນ​ຄົນ​ມືນເມົາ ແລະ ຫຍາບຊ້າ​ສາໂຫດ ແຕ່​ເປັນ​ຄົນ​ມີ​ໃຈ​ສຸພາບ​ອ່ອນໂຍນ ບໍ່​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ບໍ່​ເປັນ​ຄົນ​ຮັກ​ເງິນຄຳ


ເພາະວ່າ​ການ​ຮັກ​ເງິນຄຳ​ເປັນ​ເຄົ້າມູນ​ຂອງ​ຄວາມຊົ່ວ​ທຸກຢ່າງ ແລະ​ເພາະ​ຄວາມ​ໂລບ​ນີ້​ແຫຼະ ຈຶ່ງ​ຊັກຈູງ​ບາງຄົນ​ໃຫ້​ຫລົງ​ໄປ​ຈາກ​ຄວາມເຊື່ອ ແລະ​ແທງ​ຕົວ​ເອງ​ຈົນ​ຊອດ ດ້ວຍ​ຄວາມ​ເຈັບແສບ​ຫລາຍ​ປະການ.


ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ;


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ເພາະວ່າ​ຜູ້ປົກຄອງ​ດູແລ​ນັ້ນ ໃນ​ຖານະ​ທີ່​ເປັນ​ຜູ້​ຮັບ​ມອບໝາຍ​ຈາກ​ພຣະເຈົ້າ ຕ້ອງ​ເປັນ​ຜູ້​ທີ່​ບໍ່ມີ​ຂໍ້​ຕຳໜິ, ບໍ່​ເປັນ​ຄົນ​ຈອງຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, ບໍ່​ເປັນ​ຄົນ​ເມົາ​ເຫຼົ້າ, ບໍ່​ເປັນ​ຄົນ​ອັນທະພານ, ບໍ່​ເປັນ​ຄົນ​ໂລບ​ເອົາ​ກຳໄລ​ໃນ​ທາງ​ບໍ່​ສັດຊື່,


ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ


ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກາຍເປັນ​ຄົນ​ຜິດ​ສິນທຳ ຫລື​ປະໝາດ​ຕໍ່​ສິ່ງ​ສັກສິດ​ເໝືອນ​ເອຊາວ ຜູ້​ທີ່​ໄດ້​ຂາຍ​ສິດທິ​ການ​ເປັນ​ອ້າຍ​ກົກ​ຂອງຕົນ ເພື່ອ​ແລກ​ກິນ​ອາຫານ​ພຽງ​ຄາບ​ດຽວ.


ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”


“ຈົ່ງ​ລ້ຽງ​ຝູງແກະ ທີ່​ພຣະເຈົ້າ​ໄດ້​ຝາກ​ໄວ້​ກັບ​ພວກເຈົ້າ ຈົ່ງ​ລ້ຽງ​ຮັກສາ​ດ້ວຍ​ຄວາມ​ເຕັມໃຈ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ບໍ່ແມ່ນ​ດ້ວຍ​ໃຈ​ຂົມຂື່ນ, ຈົ່ງ​ເຮັດ​ວຽກ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ເສຍ​ສະຫລະ ບໍ່ແມ່ນ​ເພື່ອ​ເຫັນແກ່​ຄ່າຈ້າງ​ລາງວັນ ແຕ່​ດ້ວຍ​ໃຈ​ເຫຼື້ອມໃສ.”


ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.


ຕາ​ຂອງ​ພວກເຂົາ​ກໍ​ມັກ​ເບິ່ງ​ແຕ່​ຍິງ​ທີ່​ລ່ວງ​ປະເວນີ ບໍ່ຢຸດ​ບໍ່ຢັ້ງ​ໃນ​ການ​ເຮັດ​ບາບ, ພວກເຂົາ​ກ້ຽວກ່ອມ​ຄົນ​ທີ່​ມີ​ໃຈ​ບໍ່​ທ່ຽງໝັ້ນ ພວກເຂົາ​ມີ​ໃຈ​ເກັ່ງ​ໃນ​ການ​ໂລບ, ເປັນ​ຄົນ​ທີ່​ຖືກ​ຊົງ​ປ້ອຍດ່າ​ແລ້ວ.


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


ແຕ່​ເຮົາ​ມີ​ຂໍ້​ຕໍ່ວ່າ​ເຈົ້າ​ບາງ​ຂໍ້​ດັ່ງນີ້ ຄື​ທີ່​ນັ້ນ​ມີ​ບາງຄົນ​ໃນ​ພວກເຈົ້າ ຢຶດຖື​ຄຳສອນ​ຂອງ​ບາລາອາມ ຜູ້​ທີ່​ໄດ້​ສອນ​ບາຫລາກ ເຖິງ​ວິທີ​ນຳພາ​ຊົນຊາດ​ອິດສະຣາເອນ​ໃຫ້​ເຮັດ​ບາບ ໂດຍ​ຊັກຊວນ​ພວກເຂົາ​ໃຫ້​ກິນ​ອາຫານ ທີ່​ຖືກ​ຖວາຍ​ແກ່​ຮູບເຄົາຣົບ ແລະ​ໃຫ້​ປະພຶດ​ຜິດ​ສິນທຳ​ທາງ​ເພດ.


ເຮົາ​ໄດ້​ໃຫ້​ໂອກາດ​ນາງ​ກັບໃຈ​ໃໝ່ ແຕ່​ນາງ​ບໍ່​ຢາກ​ກັບໃຈ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


ພວກເຂົາ​ບໍ່ໄດ້​ກັບໃຈ​ເສຍ​ໃໝ່ ຈາກ​ການ​ຂ້າ​ຟັນ​ກັນ ການ​ເຊື່ອ​ເວດມົນ​ຄາຖາ, ການ​ຜິດ​ສິນທຳ​ທາງ​ເພດ ແລະ​ການ​ລັກ​ຂອງ​ພວກຕົນ.


ແຕ່​ພວກເຂົາ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງ​ພໍ່ ພວກເຂົາ​ສົນໃຈ​ນຳ​ແຕ່​ເງິນຄຳ​ເທົ່ານັ້ນ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮັບ​ສິນບົນ​ແລະ​ບໍ່ໄດ້​ຕັດສິນ​ຢ່າງ​ສັດຊື່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka