Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:26 - ພຣະຄຳພີສັກສິ

26 ເພື່ອ​ຊົງ​ຕັ້ງ​ຄຣິສຕະຈັກ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າ ໂດຍ​ການ​ຊົງ​ຊຳລະ​ດ້ວຍ​ນໍ້າ​ກັບ​ດ້ວຍ​ຖ້ອຍຄຳ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

26 ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,

Uka jalj uñjjattʼäta Copia luraña




ເອເຟໂຊ 5:26
35 Jak'a apnaqawi uñst'ayäwi  

ແລ້ວ​ເຮົາ​ໄດ້​ເອົາ​ນໍ້າ​ມາ​ລ້າງ​ເລືອດ​ອອກ​ຈາກ​ຕົວ​ເຈົ້າ. ເຮົາ​ໄດ້​ເອົາ​ນໍ້າມັນ​ໝາກກອກເທດ​ທາ​ເຈົ້າ.


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ປະໂຣຫິດ​ຈະ​ນຳ​ຊາຍ​ຜູ້​ນີ້​ພ້ອມກັບ​ເຄື່ອງ​ຖວາຍ​ຂອງ​ລາວ​ໄປ​ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ໃນ​ວັນ​ນັ້ນ ໃຫ້​ຈັດ​ພິທີ​ລຶບລ້າງ​ການບາບ​ທັງໝົດ​ຂອງ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ຕໍ່ໜ້າ​ພຣະເຈົ້າຢາເວ.


ແລ້ວ​ໂມເຊ​ກໍ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ອອກ​ມາ​ຂ້າງ​ໜ້າ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ​ຈະ​ມີ​ນໍ້າ​ບໍ່​ໜຶ່ງ​ໄຫລ​ອອກ​ມາ ເພື່ອ​ຊຳລະ​ບາບ​ຂອງ​ເຊື້ອສາຍ​ຂອງ​ກະສັດ​ດາວິດ ແລະ​ຂອງ​ປະຊາຊົນ​ເຢຣູຊາເລັມ ເພາະ​ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ເພິ່ນ​ວ່າ, “ຜູ້​ທີ່​ໄດ້​ອາບນໍ້າ​ແລ້ວ ບໍ່​ຈຳເປັນ​ຕ້ອງ​ລ້າງ​ຕົວ​ອີກ ລ້າງ​ແຕ່​ຕີນ​ເທົ່ານັ້ນ​ກໍ​ພໍ. ພວກເຈົ້າ​ກໍ​ເປັນ​ຄົນ​ສະອາດ​ແລ້ວ, ແຕ່​ບໍ່ແມ່ນ​ໝົດ​ທຸກຄົນ.”


ພວກເຈົ້າ​ຖືກ​ຕອນ​ແລ້ວ ດ້ວຍ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ນັ້ນ.


ໃນ​ການ​ນີ້​ແຫຼະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.


ແລະ​ບັດນີ້ ພວກເຂົາ​ຮູ້ຈັກ​ແລ້ວ​ວ່າ ທຸກໆ​ສິ່ງ​ທີ່​ພຣະອົງ​ໃຫ້​ຂ້ານ້ອຍ​ນັ້ນ​ກໍ​ມາ​ຈາກ​ພຣະອົງ.


ພຣະເຢຊູເຈົ້າ​ຕອບ​ຄືນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ຜູ້ໃດ​ບໍ່​ບັງເກີດ​ຈາກ​ນໍ້າ ແລະ​ຈາກ​ພຣະວິນຍານ ຜູ້ນັ້ນ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້.


ບັດນີ້ ເຈົ້າ​ລໍຊ້າ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ ແລະ​ຊຳລະ​ບາບກຳ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ​ສາ.”’


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ).


ແຕ່​ກ່ອນ ມີ​ບາງຄົນ​ໃນ​ພວກເຈົ້າ​ໄດ້​ເປັນ​ຢ່າງ​ນັ້ນ, ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະ​ຈາກ​ບາບກຳ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ແລ້ວ, ພວກເຈົ້າ​ໄດ້​ເປັນ​ຄົນ​ຊອບທຳ​ແລ້ວ ໂດຍ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ພຣະວິນຍານ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ຈົ່ງ​ເອົາ​ຄວາມ​ພົ້ນ​ເປັນ​ເຄື່ອງ​ຄຽນ​ປ້ອງກັນ​ຫົວ​ໄວ້ ແລະ​ຈົ່ງ​ຖື​ພຣະ​ແສງ​ຂອງ​ພຣະວິນຍານ ຄື​ພຣະທຳ​ຂອງ​ພຣະເຈົ້າ.


ຈົ່ງ​ໃຫ້​ພຣະທຳ​ຂອງ​ພຣະຄຣິດ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ຢ່າງ​ບໍຣິບູນ ຈົ່ງ​ສັ່ງສອນ​ແລະ​ເຕືອນ​ສະຕິ​ກັນແລະກັນ ດ້ວຍ​ປັນຍາ​ທຸກຢ່າງ ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ຍ້ອງຍໍ​ສັນລະເສີນ, ເພງ​ນະມັດສະການ ແລະ​ເພງ​ຍ້ອງຍໍ​ສັນລະເສີນ​ຝ່າຍ​ພຣະວິນຍານ ຄື​ຈົ່ງ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ດ້ວຍ​ໃຈ​ໂມທະນາ​ຂອບພຣະຄຸນ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ແລະ​ໂດຍ​ນໍ້າພຣະໄທ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍຣິສຸດ ດ້ວຍ​ການ​ຖວາຍ​ພຣະກາຍ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເທື່ອ​ດຽວ​ເທົ່ານັ້ນ​ເປັນ​ການ​ສິ້ນສຸດ.


ເພາະ​ດ້ວຍ​ການ​ຖວາຍບູຊາ​ຄັ້ງ​ດຽວ ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ທັງຫລາຍ ທີ່​ຊົງ​ຊຳລະ​ເປັນ​ບໍຣິສຸດ​ນັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ຊົ່ວ​ນິຣັນດອນ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?


ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຕາຍ​ທີ່​ນອກ​ປະຕູ​ເມືອງ​ເຊັ່ນກັນ ເພື່ອ​ຊຳລະ​ໄພ່ພົນ​ຂອງ​ພຣະເຈົ້າ​ໃຫ້​ບໍຣິສຸດ ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ເພາະວ່າ​ພຣະທຳ​ຂອງ​ພຣະເຈົ້າ​ປະກອບ​ດ້ວຍ​ຊີວິດ​ແລະ​ຣິດເດດ ຄົມ​ກວ່າ​ດາບ​ສອງ​ຄົມ​ທຸກ​ດວງ ແທງ​ຊອດ​ເຖິງ​ຈິດໃຈ​ແລະ​ວິນຍານ ຕະຫລອດ​ທັງ​ຄໍ່​ກະດູກ​ແລະ​ໄຂ​ໃນ​ກະດູກ​ເຊື່ອມ​ຕິດຕໍ່​ກັນ ຈຶ່ງ​ສັງເກດ​ຮູ້​ຄວາມ​ຄິດ​ແລະ​ຄວາມ​ມຸ່ງໝາຍ​ໃນ​ໃຈ​ໄດ້.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


ໂດຍ​ນໍ້າພຣະໄທ​ຂອງ​ພຣະອົງ​ເອງ​ນັ້ນ ພຣະອົງ​ຈຶ່ງ​ຊົງ​ບັນດານ​ໃຫ້​ພວກເຮົາ​ບັງເກີດ​ດ້ວຍ​ພຣະທຳ​ອັນ​ສັດຈິງ ເພື່ອ​ພວກເຮົາ​ຈະ​ເປັນ​ຢ່າງ​ຜົນ​ທຳອິດ ແຫ່ງ​ສິ່ງ​ທັງຫລາຍ​ທີ່​ພຣະອົງ​ຊົງ​ສ້າງ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ນໍ້າ​ນັ້ນ​ໝາຍເຖິງ​ພິທີ​ຮັບ​ບັບຕິສະມາ ທີ່​ໃຫ້​ພວກເຈົ້າ​ລອດພົ້ນ​ດຽວ​ນີ້ ບັບຕິສະມາ​ນີ້ ບໍ່ແມ່ນ​ການ​ຊຳລະ​ສິ່ງ​ເປື້ອນເປິ​ທາງ​ຮ່າງກາຍ ແຕ່​ເປັນ​ການ​ຮຽນຂໍ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ. ບັບຕິສະມາ​ນີ້​ໃຫ້​ເຖິງ​ທີ່​ພົ້ນ ເພາະ​ດ້ວຍ​ການ​ທີ່​ພຣະເຢຊູ​ຄຣິດເຈົ້າ ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ


ເພາະວ່າ ຜູ້ໃດ​ທີ່​ຂາດ​ສິ່ງ​ເຫຼົ່ານີ້ ກໍ​ເປັນ​ຄົນ​ຕາບອດ, ຕາ​ສັ້ນ ແລະ​ລືມ​ໄປ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະລ້າງ ຈາກ​ຜິດບາບ​ອັນ​ເກົ່າ​ກ່ອນ​ຂອງຕົນ​ເສຍ​ແລ້ວ.


ນີ້​ແຫຼະ ຜູ້​ທີ່​ໄດ້​ມາ​ໂດຍ​ນໍ້າ​ແລະ​ພຣະ​ໂລຫິດ ຄື​ພຣະເຢຊູເຈົ້າ ບໍ່ແມ່ນ​ດ້ວຍ​ນໍ້າ​ສິ່ງ​ດຽວ ແຕ່​ດ້ວຍ​ນໍ້າ​ແລະ​ພຣະ​ໂລຫິດ ແລະ​ພຣະວິນຍານ​ຊົງ​ເປັນ​ພະຍານ ເພາະ​ພຣະວິນຍານ​ຊົງ​ເປັນ​ຄວາມຈິງ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka