Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:25 - ພຣະຄຳພີສັກສິ

25 ຝ່າຍ​ຜົວ ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດ​ຊົງ​ຮັກ​ຄຣິສຕະຈັກ ແລະ​ຊົງ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ຄຣິສຕະຈັກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງ​ຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດເຈົ້າ​ຮັກ​ຄຣິສຕະຈັກ ແລະ ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ຄຣິສຕະຈັກ

Uka jalj uñjjattʼäta Copia luraña




ເອເຟໂຊ 5:25
21 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ຜູ້ຊາຍ​ຈຶ່ງ​ຈາກ​ພໍ່​ແມ່​ຂອງຕົນ ແລະ​ໄປ​ຕິດພັນ​ຢູ່​ກັບ​ເມຍ​ຂອງຕົນ ແລະ​ເຂົາ​ທັງສອງ​ກໍ​ກາຍເປັນ​ຄົນ​ດຽວກັນ.


ແລ້ວ​ອີຊາກ​ກໍ​ພາ​ນາງ​ເຣເບກາ​ເຂົ້າ​ໄປ​ໃນ​ເຕັນ ບ່ອນ​ທີ່​ຊາຣາ​ແມ່​ຂອງຕົນ​ເຄີຍ​ຢູ່​ແລະ​ເອົາ​ນາງ​ເປັນ​ເມຍ ອີຊາກ​ຮັກ​ນາງ​ເຣເບກາ ດັ່ງນັ້ນ ນາງ​ຈຶ່ງ​ເປັນ​ຜູ້​ເລົ້າໂລມ​ໃຈ​ຂອງ​ອີຊາກ ຫລັງຈາກ​ລາວ​ໄດ້​ສູນເສຍ​ແມ່​ຜູ້​ເປັນ​ທີ່ຮັກ​ຂອງຕົນ.


ຝ່າຍ​ຊາຍ​ຍາກຈົນ​ນັ້ນ​ມີ​ພຽງແຕ່​ແກະ​ນ້ອຍ​ໂຕ​ດຽວ​ຊຶ່ງ​ລາວ​ໄດ້​ຊື້​ມາ. ລາວ​ລ້ຽງ​ຮັກສາ​ແກະ​ນ້ອຍ​ໂຕ​ນັ້ນ ແລະ​ມັນ​ໄດ້​ໃຫຍ່​ຂຶ້ນ​ມາ​ຮ່ວມ​ກັບ​ພວກ​ລູກໆ​ຂອງຕົນ ຢູ່​ໃນ​ເຮືອນ​ຂອງ​ລາວ. ມັນ​ກິນ​ອາຫານ​ທີ່​ລາວ​ກິນ ແລະ​ດື່ມ​ຈາກ​ຈອກ​ທີ່​ລາວ​ດື່ມ ພ້ອມ​ທັງ​ນອນ​ທີ່​ເທິງ​ຕັກ​ຂອງ​ລາວ. ແກະ​ນັ້ນ​ເປັນ​ດັ່ງ​ລູກສາວ​ຄົນ​ໜຶ່ງ​ຂອງ​ລາວ.


ແຕ່​ພວກເຮົາ​ຈະ​ເຮັດ​ສາຍສ້ອຍ​ຄ້ອງ​ຄໍ​ສຳລັບ​ນາງ ກັບ​ເຄື່ອງເອ້​ທີ່​ເຮັດ​ດ້ວຍ​ເງິນ​ມອບ​ໃຫ້​ນາງ​ດ້ວຍ.


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ຖ້າ​ຜູ້ໃດ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ຜູ້ນັ້ນ​ຈະ​ມີ​ຊີວິດ​ນິຣັນດອນ ແຕ່​ເຂົ້າ​ຈີ່​ທີ່​ເຮົາ​ຈະ​ໃຫ້​ນັ້ນ ແມ່ນ​ເນື້ອກາຍ​ຂອງເຮົາ​ເອງ ຊຶ່ງ​ເຮົາ​ໃຫ້​ເພື່ອ​ວ່າ​ໂລກ​ຈະ​ໄດ້​ມີ​ຊີວິດ​ຢູ່.”


ທ່ານ​ທັງຫລາຍ ຈົ່ງ​ລະວັງ​ຕົວເອງ​ໃຫ້​ດີ ແລະ​ເຝົ້າ​ຮັກສາ​ຝູງແກະ ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ໄດ້​ມອບ​ໄວ້​ໃຫ້​ພວກທ່ານ​ເປັນ​ຜູ້​ດູແລ, ຈົ່ງ​ບຳລຸງ​ລ້ຽງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ເປັນ​ເຈົ້າ​ຂອງ ໂດຍ​ພຣະບຸດ​ໄດ້​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ​ເອງ.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ເໝືອນ​ດັ່ງ​ທີ່​ຄຣິສຕະຈັກ​ຍອມ​ອ່ອນນ້ອມ​ຕໍ່​ພຣະຄຣິດ ເມຍ​ຄວນ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ​ໃນ​ທຸກສິ່ງ.


ໃນ​ທຳນອງ​ດຽວກັນ, ຜົວ​ຄວນ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຮ່າງກາຍ​ຂອງ​ຕົນເອງ ຊາຍ​ໃດ​ທີ່​ຮັກ​ເມຍ​ຂອງຕົນ ຊາຍ​ນັ້ນ​ກໍ​ຮັກ​ຕົນເອງ.


ເຖິງ​ຢ່າງ​ໃດ​ກໍດີ ຜົວ​ທຸກຄົນ​ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຕົນເອງ ແລະ​ເມຍ​ທຸກຄົນ​ຈົ່ງ​ເຄົາຣົບ​ຢຳເກງ​ຜົວ​ຂອງຕົນ.


ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງຕົນ ແລະ​ຢ່າ​ເຮັດ​ຮຸນແຮງ​ຕໍ່​ນາງ.


ຜູ້​ທີ່​ໄດ້​ສະຫລະ​ພຣະອົງ​ເອງ ເພື່ອ​ເປັນ​ຄ່າ​ໄຖ່​ມະນຸດ​ສະໂລກ​ທຸກຄົນ ຊຶ່ງ​ການ​ນີ້​ໄດ້​ກ່າວ​ເປັນ​ຄຳ​ພະຍານ​ໃນ​ເວລາ​ອັນ​ເໝາະສົມ.


ເຈົ້າ​ທັງຫລາຍ​ທີ່​ເປັນ​ຜົວ​ກໍ​ເໝືອນກັນ ຈົ່ງ​ຢູ່​ກິນ​ກັບ​ເມຍ​ດ້ວຍ​ເຂົ້າໃຈ​ວ່າ ນາງ​ເປັນ​ເພດ​ທີ່​ອ່ອນແອ​ກວ່າ ຈົ່ງ​ນັບຖື​ເມຍ ເໝືອນ​ເປັນ​ຜູ້​ຮ່ວມ​ກັນ​ຮັບ​ພຣະຄຸນ​ແຫ່ງ​ຊີວິດ ເປັນ​ມໍຣະດົກ ເພື່ອ​ບໍ່​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ຂັດຂວາງ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka