Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:22 - ພຣະຄຳພີສັກສິ

22 ຝ່າຍ​ເມຍ​ຈົ່ງ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ ເໝືອນ​ດັ່ງ​ທີ່​ຍອມ​ອ່ອນ​ນ້ອມ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

22 ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ​ເໝືອນດັ່ງ​ທີ່​ພວກເຈົ້າ​ຍອມ​ເຊື່ອຟັງ​ອົງພຣະຜູ້ເປັນເຈົ້າ,

Uka jalj uñjjattʼäta Copia luraña




ເອເຟໂຊ 5:22
14 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ເຮົາ​ຈະ​ເພີ່ມ​ຄວາມ​ລຳບາກ​ເມື່ອ​ເຈົ້າ​ຖືພາ, ເຈົ້າ​ຈະ​ຕ້ອງ​ເບັ່ງ​ລູກ​ອອກ​ມາ​ຢ່າງ​ເຈັບປວດ​ເຫລືອລົ້ນ. ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ, ແລ້ວ​ຜົວ​ຂອງ​ເຈົ້າ​ນັ້ນ​ຈະ​ເປັນ​ນາຍ​ເໜືອ​ເຈົ້າ.”


ເມື່ອ​ທົ່ວ​ທັງ​ອານາຈັກ​ອັນ​ກວ້າງໃຫຍ່​ໄພສານ​ນີ້ ໄດ້ຍິນ​ເຖິງ​ຄຳ​ປະກາດ​ຂອງທ່ານ​ແລ້ວ; ຜູ້ຍິງ​ທຸກຄົນ​ກໍ​ຈະ​ປະຕິບັດ​ຕໍ່​ຜົວ​ຂອງຕົນ​ດ້ວຍ​ຄວາມນັບຖື ບໍ່​ວ່າ​ຈະ​ເປັນ​ຄົນ​ຮັ່ງມີ​ຫລື​ຍາກຈົນ​ກໍຕາມ.”


ເພິ່ນ​ໄດ້ສົ່ງ​ຈົດໝາຍ​ອອກ​ໄປ​ຕາມ​ແຕ່ລະ​ແຂວງ​ໃນ​ຣາຊອານາຈັກ ເປັນ​ພາສາ ແລະ​ວິທີ​ຂຽນ​ທີ່​ໃຊ້​ກັນ​ຕາມ​ແຂວງ​ນັ້ນໆ ໂດຍ​ບອກ​ວ່າ, ຜົວ​ທຸກຄົນ​ຈະ​ຕ້ອງ​ເປັນ​ນາຍ​ຢູ່​ໃນ​ເຮືອນ​ຂອງຕົນ ແລະ​ເວົ້າ​ຈາ​ດ້ວຍ​ອຳນາດ​ອັນ​ເດັດຂາດ.


ຕາມ​ລະບຽບ​ທີ່​ໄດ້​ປະຕິບັດ​ກັນ ໃນ​ບັນດາ​ຄຣິສຕະຈັກ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ​ນັ້ນ, ຈົ່ງ​ໃຫ້​ພວກ​ແມ່ຍິງ​ມິດງຽບ​ຢູ່​ໃນ​ທີ່​ປະຊຸມ​ຄຣິສຕະຈັກ ເພາະ​ພວກເຂົາ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ເວົ້າ, ແຕ່​ພວກເຂົາ​ຕ້ອງ​ຍອມ​ຢູ່​ໃຕ້​ບັງຄັບ​ບັນຊາ ດັ່ງ​ກົດບັນຍັດ​ໄດ້​ສັ່ງ​ໄວ້​ນັ້ນ,


ຝ່າຍ​ເມຍ​ຈົ່ງ​ຍອມ​ອ່ອນນ້ອມ​ຕໍ່​ຜົວ​ຂອງຕົນ ເໝືອນ​ດັ່ງ​ທີ່​ຍອມ​ອ່ອນ​ນ້ອມ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.


ຜູ້​ທີ່​ເປັນ​ຄົນ​ຮັບໃຊ້ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກນີ້ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ​ແລະ​ດ້ວຍ​ຄວາມ​ຈິງໃຈ ເໝືອນ​ເຊື່ອຟັງ​ພຣະຄຣິດ.


ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ.


ຝ່າຍ​ເມຍ​ທັງຫລາຍ ຈົ່ງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ຜົວ​ຂອງຕົນ ເພາະ​ເປັນ​ສິ່ງ​ສົມຄວນ​ປະພຶດ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ, ເປັນ​ຄົນ​ບໍຣິສຸດ, ເປັນ​ຄົນ​ເອົາໃຈໃສ່​ໃນ​ວຽກບ້ານ​ການເຮືອນ, ເປັນ​ຄົນ​ມີ​ໃຈ​ເມດຕາ ແລະ ເປັນ​ຄົນ​ນອບນ້ອມ​ເຊື່ອຟັງ​ຜົວ​ຂອງຕົນ ເພື່ອ​ພຣະທຳ​ຂອງ​ພຣະເຈົ້າ​ຈະ​ບໍ່​ຖືກ​ໝິ່ນປະໝາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka