21 ເນື່ອງດ້ວຍພວກເຈົ້າມີຄວາມຢຳເກງພຣະຄຣິດ ຈົ່ງຍອມຟັງຊຶ່ງກັນແລະກັນ.
21 ຈົ່ງຍອມເຊື່ອຟັງກັນແລະກັນດ້ວຍຄວາມຢຳເກງພຣະຄຣິດເຈົ້າ.
ເທວະດາຂອງພຣະເຈົ້າຢາເວຈຶ່ງບອກວ່າ, “ຈົ່ງກັບຄືນເມືອຫານາຍຜູ້ຍິງຂອງເຈົ້າ ແລະຖ່ອມຕົວຢູ່ໃຕ້ອຳນາດຂອງນາງສາ.”
ບັນດາເຈົ້າໜ້າທີ່ແລະນາຍພົນທະຫານທັງຫລາຍ ຕະຫລອດທັງລູກຊາຍທັງໝົດຂອງກະສັດດາວິດ ຕ່າງກໍໄດ້ສັນຍາວ່າ ຈະສັດຊື່ຕໍ່ກະສັດໂຊໂລໂມນ.
ຈົ່ງຢຳເກງພຣະເຈົ້າຢາເວ ແລະປະພຶດຢ່າງລະມັດລະວັງ, ຍ້ອນວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາບໍ່ຜ່ອນຜັນຄວາມຜິດໃດໆ ຫລືຕັດສິນເຂົ້າຂ້າງ ຫລືຮັບສິນຈ້າງລາງວັນໃດໆທັງສິ້ນ.”
ຜູ້ປົກຄອງທຸກຄົນ ທີ່ມາຮັບໜ້າທີ່ກ່ອນຂ້າພະເຈົ້ານັ້ນ ລ້ວນແຕ່ວາງພາລະໜັກໃຫ້ແກ່ປະຊາຊົນ ໂດຍຮຽກຮ້ອງເອົາເງິນສີ່ສິບຫລຽນຕໍ່ວັນ ເປັນຄ່າອາຫານແລະຄ່າເຫຼົ້າອະງຸ່ນ. ແມ່ນແຕ່ຄົນຮັບໃຊ້ຂອງພວກເຂົາກໍໄດ້ບີບບີ້ປະຊາຊົນ. ແຕ່ຂ້າພະເຈົ້າປະຕິບັດແຕກຕ່າງນັ້ນ ເພາະຂ້າພະເຈົ້າຢຳເກງຢຳເກງພຣະເຈົ້າ.
ແລ້ວຂ້າພະເຈົ້າກໍເວົ້າວ່າ, “ສິ່ງທີ່ພວກທ່ານເຮັດໄປນັ້ນບໍ່ຖືກຕ້ອງ ພວກທ່ານຕ້ອງຢຳເກງພຣະເຈົ້າຂອງພວກເຮົາ ແລະເຮັດໃນສິ່ງທີ່ຖືກຕ້ອງ. ແລ້ວຄົນຕ່າງຊາດທີ່ເປັນສັດຕູຂອງພວກເຮົາ ກໍຈະບໍ່ໄດ້ຫົວເຍາະເຍີ້ຍພວກເຮົາ.
ລູກເອີຍ ຈົ່ງຢຳເກງພຣະເຈົ້າຢາເວ ແລະໃຫ້ກຽດແກ່ກະສັດ. ຢ່າມີສ່ວນໃນພວກທີ່ກະບົດຕໍ່ພວກເພິ່ນ,
ພີ່ນ້ອງທັງຫລາຍເອີຍ ເຮົາຂໍຕັກເຕືອນພວກເຈົ້າ ໃຫ້ຢູ່ໃຕ້ການນຳພາຂອງຄົນເຫຼົ່ານີ້ ແລະຂອງທຸກຄົນທີ່ຮ່ວມງານ ແລະບົວລະບັດຮັບໃຊ້ດ້ວຍຄວາມລຳບາກຮ່ວມກັບພວກເຂົາ.
ເພາະເຫດທີ່ພວກເຮົາຮູ້ຈັກຢຳເກງອົງພຣະຜູ້ເປັນເຈົ້າ ພວກເຮົາຈຶ່ງຊັກຊວນຄົນທັງຫລາຍໃຫ້ເຮັດຕາມດ້ວຍ ພວກເຮົາເປັນຢ່າງໃດ ພຣະເຈົ້າກໍຊົງຮູ້ດີຢູ່ແລ້ວ ແລະພວກເຮົາກໍຫວັງວ່າ ໃຈສຳນຶກຜິດແລະຊອບຂອງພວກເຈົ້າ ກໍຄົງຮູ້ຈັກພວກເຮົາດີເໝືອນກັນ.
ບັນດາເພື່ອນທີ່ຮັກຂອງເຮົາເອີຍ, ເມື່ອພວກເຮົາມີພຣະສັນຍາໃໝ່ດັ່ງນີ້ແລ້ວ ຈົ່ງໃຫ້ພວກເຮົາຊຳລະຕົວຈາກທຸກສິ່ງ ທີ່ເຮັດໃຫ້ຮ່າງກາຍແລະຈິດວິນຍານເປັນມົນທິນ ແລະຈົ່ງເຮັດໃຫ້ມີຄວາມບໍຣິສຸດຢ່າງຄົບຖ້ວນ ໂດຍຄວາມຢຳເກງພຣະເຈົ້າ.
ພີ່ນ້ອງທັງຫລາຍຂອງເຮົາເອີຍ ພວກເຈົ້າໄດ້ຖືກເອີ້ນໃຫ້ມີເສລີພາບ, ແຕ່ຢ່າໃຊ້ເສລີພາບນັ້ນເປັນຊ່ອງທາງປ່ອຍຕົວໄປຕາມຕັນຫາຂອງຮ່າງກາຍ ແຕ່ຈົ່ງຮັບໃຊ້ຊຶ່ງກັນແລະກັນດ້ວຍຄວາມຮັກເທີ້ນ.
ຝ່າຍເມຍຈົ່ງຍອມອ່ອນນ້ອມຕໍ່ຜົວຂອງຕົນ ເໝືອນດັ່ງທີ່ຍອມອ່ອນນ້ອມຕໍ່ອົງພຣະຜູ້ເປັນເຈົ້າ.
ເໝືອນດັ່ງທີ່ຄຣິສຕະຈັກຍອມອ່ອນນ້ອມຕໍ່ພຣະຄຣິດ ເມຍຄວນຍອມອ່ອນນ້ອມຕໍ່ຜົວຂອງຕົນໃນທຸກສິ່ງ.
ຢ່າເຮັດສິ່ງໃດໃນທາງຊີງດີຫລືຖືດີກັນ ແຕ່ຈົ່ງຖ່ອມໃຈລົງ ຖືວ່າຄົນອື່ນດີກວ່າຕົນ.
ໃຫ້ແມ່ຍິງຮຽນຮູ້ເອົາຢ່າງງຽບໆ ດ້ວຍໃຈອ່ອນນ້ອມຍອມຟັງທຸກປະການ.
ລາວຕ້ອງເປັນຄົນສາມາດນຳພາຄອບຄົວຂອງຕົນໄດ້ດີ ແລະໃຫ້ລູກນ້ອມຟັງດ້ວຍຄວາມນັບຖືທຸກປະການ.
ເຈົ້າທັງຫລາຍຈົ່ງຍອມຟັງແລະຍອມຢູ່ໃນໂອວາດຜູ້ນຳຂອງພວກເຈົ້າ ເພາະພວກເພິ່ນດູແລຮັກສາຈິດວິນຍານຂອງພວກເຈົ້າຢູ່ ເໝືອນຜູ້ໜຶ່ງທີ່ຈະຕ້ອງສະເໜີລາຍງານ ເພື່ອພວກເພິ່ນຈະໄດ້ເຮັດງານນີ້ດ້ວຍຄວາມຊື່ນໃຈ, ບໍ່ແມ່ນດ້ວຍຄວາມເສົ້າໃຈ ຊຶ່ງຈະບໍ່ເປັນປະໂຫຍດແກ່ເຈົ້າທັງຫລາຍ.
ເພາະເຫັນແກ່ອົງພຣະຜູ້ເປັນເຈົ້າ ເຈົ້າທັງຫລາຍຈົ່ງຍອມຢູ່ໃຕ້ຂໍ້ບັງຄັບທຸກຢ່າງ ທີ່ມະນຸດຕັ້ງໄວ້ ບໍ່ວ່າຜູ້ນັ້ນຈະເປັນກະສັດຜູ້ສູງສຸດ
ຈົ່ງໃຫ້ກຽດແກ່ທຸກໆຄົນ ຈົ່ງຮັກບັນດາພີ່ນ້ອງໃນຄວາມເຊື່ອດຽວກັນ ຈົ່ງຢຳເກງພຣະເຈົ້າ ແລະຈົ່ງເຄົາຣົບນັບຖືຜູ້ທີ່ມີອຳນາດສູງສຸດ.
ໃນທຳນອງດຽວກັນ ພວກເຈົ້າຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງຕໍ່ພວກອາວຸໂສ. ພວກເຈົ້າທຸກຄົນ ຈົ່ງສວມຄວາມຖ່ອມໃຈ ເພື່ອຮັບໃຊ້ຊຶ່ງກັນແລະກັນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຜູ້ທີ່ຖ່ອມໃຈລົງ.”