Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:2 - ພຣະຄຳພີສັກສິ

2 ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:2
54 Jak'a apnaqawi uñst'ayäwi  

ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ຈົ່ງ​ເຜົາ​ຕ່ອນ​ແກະ​ທັງໝົດ​ນັ້ນ​ທີ່​ເທິງ​ແທ່ນ​ເປັນ​ການ​ຖວາຍບູຊາ​ອາຫານ​ແກ່​ພຣະເຈົ້າຢາເວ. ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ບູຊາ​ນີ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ພໍໃຈ.


ແລ້ວ​ຈົ່ງ​ຮັບເອົາ​ສິ່ງ​ເຫຼົ່ານີ້​ຈາກ​ມື​ຂອງ​ພວກເຂົາ​ນຳ​ໄປ​ເຜົາ​ເທິງ​ແທ່ນບູຊາ ຄື​ເຜົາ​ເທິງ​ເຄື່ອງ​ຊຶ່ງ​ໄດ້​ເຜົາບູຊາ​ແລ້ວ ທີ່​ມີ​ກິ່ນ​ຫອມຫວນ​ເປັນ​ທີ່​ພໍພຣະໄທ​ຕໍ່ໜ້າ​ພຣະເຈົ້າຢາເວ; ເປັນ​ເຄື່ອງ​ບູຊາ​ດ້ວຍໄຟ​ຖວາຍ​ແກ່​ພຣະເຈົ້າຢາເວ.


ຜູ້​ທີ່​ນຳ​ສັດ​ມາ​ຖວາຍ​ນັ້ນ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ປະໂຣຫິດ​ກໍ​ຈະ​ນຳ​ສ່ວນ​ທັງໝົດ​ມາ​ຖວາຍ​ເຜົາ​ບູຊາ​ທີ່​ເທິງ​ແທ່ນບູຊາ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ລາວ​ຈະ​ຕ້ອງ​ພື​ປີກ​ຈີກ​ທ້ອງ​ນົກ​ອອກ ໂດຍ​ບໍ່​ໃຫ້​ປີກ​ຂາດ​ອອກ​ຈາກ​ໂຕ ແລະ​ໃຫ້​ປະໂຣຫິດ​ເຜົາ​ນົກ​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ຜູ້ນຳ​ສັດ​ມາ​ຖວາຍ​ນັ້ນ​ຈະ​ຕ້ອງ​ລ້າງ​ເຄື່ອງໃນ​ໄສ້​ພຸງ​ແລະ​ຂາ​ຫລັງ ແລະ​ພວກ​ປະໂຣຫິດ​ທີ່​ເຮັດ​ພິທີ​ຈະ​ເຜົາ​ຕ່ອນ​ຊີ້ນ​ງົວ​ທັງໝົດ​ທີ່​ເທິງ​ແທ່ນບູຊາ​ດ້ວຍ​ໄຟ. ກິ່ນ​ຫອມຫວນ​ຂອງ​ອາຫານ​ທີ່​ຖວາຍ​ນີ້​ຈຶ່ງ​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ.


ບັນດາ​ປະໂຣຫິດ​ຈະ​ເຜົາ​ສ່ວນ​ເຫຼົ່ານີ້​ທັງໝົດ​ເທິງ​ແທ່ນບູຊາ ເປັນ​ອາຫານ​ບູຊາ​ເຜົາ​ດ້ວຍ​ໄຟ​ທີ່​ເປັນ​ກິ່ນ​ຫອມຫວນ ໄຂມັນ​ທັງໝົດ​ເປັນ​ຂອງ​ພຣະເຈົ້າຢາເວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຽດຊັງ​ເທດສະການ​ທາງ​ສາສະໜາ​ຂອງ​ພວກເຈົ້າ; ເຮົາ​ບໍ່​ຢາກ​ເຫັນ​ເລີຍ


ເໝືອນ​ຢ່າງ​ບຸດ​ມະນຸດ​ບໍ່ໄດ້​ມາ​ເພື່ອ​ໃຫ້​ຄົນອື່ນ​ຮັບໃຊ້​ຕົນ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ​ຍອມ​ສະຫລະ​ຊີວິດ​ຂອງຕົນ ເປັນ​ຄ່າ​ໄຖ່​ຄົນ​ຈຳນວນ​ຫລວງຫລາຍ.”


ບັດນີ້ ເຮົາ​ມອບ​ກົດບັນຍັດ​ຂໍ້​ໃໝ່​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ຊຶ່ງກັນແລະກັນ ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ຢ່າງ​ນັ້ນ.


ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ຖ້າ​ຜູ້ໃດ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ຜູ້ນັ້ນ​ຈະ​ມີ​ຊີວິດ​ນິຣັນດອນ ແຕ່​ເຂົ້າ​ຈີ່​ທີ່​ເຮົາ​ຈະ​ໃຫ້​ນັ້ນ ແມ່ນ​ເນື້ອກາຍ​ຂອງເຮົາ​ເອງ ຊຶ່ງ​ເຮົາ​ໃຫ້​ເພື່ອ​ວ່າ​ໂລກ​ຈະ​ໄດ້​ມີ​ຊີວິດ​ຢູ່.”


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ແຕ່​ໃນ​ເຫດການ​ທັງປວງ​ເຫຼົ່ານີ້ ພວກເຮົາ​ກໍ​ມີ​ໄຊຊະນະ​ຢ່າງ​ເຫລືອລົ້ນ ໂດຍ​ທາງ​ພຣະອົງ​ຜູ້​ຊົງ​ຮັກ​ພວກເຮົາ​ທັງຫລາຍ​ນັ້ນ.


ຈົ່ງ​ເຮັດ​ທຸກສິ່ງ​ທຸກຢ່າງ​ດ້ວຍ​ຄວາມຮັກ.


ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.


ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຜູ້​ຊົງ​ໂຜດ​ນຳ​ເຮົາ​ທຸກ​ເວລາ​ຕໍ່ໄປ ຕາມ​ຂະບວນ​ຝ່າຍ​ຄວາມ​ໄຊຊະນະ​ໂດຍ​ພຣະຄຣິດ ແລະ​ຊົງ​ໂຜດ​ປະທານ​ກິ່ນ​ຫອມ​ຂອງ​ຄວາມ​ຮູ້ຈັກ​ພຣະອົງ ໃຫ້​ປາກົດ​ດ້ວຍ​ເຮົາ​ໃນ​ທຸກ​ບ່ອນ.


ດ້ວຍວ່າ, ພວກເຮົາ​ເປັນ​ດັ່ງ​ກິ່ນ​ຫອມ​ຫວານ​ທີ່​ພຣະຄຣິດ​ຖວາຍ​ແກ່​ພຣະເຈົ້າ ໃນ​ທ່າມກາງ​ພວກ​ທີ່​ຖືກ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ແລະ​ໃນ​ທ່າມກາງ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ.


ເພາະວ່າ ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະຄຸນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ແລ້ວ​ວ່າ ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຮັ່ງມີ ພຣະອົງ​ກໍ​ຍັງ​ຊົງ​ຍອມ​ກາຍເປັນ​ຄົນ​ຍາກຈົນ ເພາະ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ກາຍເປັນ​ຄົນ​ຮັ່ງມີ ເນື່ອງ​ຈາກ​ຄວາມ​ຍາກຈົນ​ຂອງ​ພຣະອົງ.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ໃນ​ພຣະຄຣິດ​ນັ້ນ ພຣະອົງ​ໄດ້​ຊົງ​ເລືອກ​ພວກເຮົາ​ໄວ້ ຕັ້ງແຕ່​ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ ເພື່ອ​ເຮົາ​ທັງຫລາຍ​ຈະ​ບໍຣິສຸດ​ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້​ຕໍ່​ພຣະພັກ​ພຣະອົງ.


ເພື່ອ​ພຣະຄຣິດ​ຈະ​ຊົງ​ສະຖິດ​ຢູ່​ໃນ​ຈິດໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ໄດ້​ວາງ​ຮາກ​ລົງ​ຢ່າງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ທັງ​ຈະ​ຮູ້ຈັກ​ຄວາມຮັກ​ຂອງ​ພຣະຄຣິດ ຊຶ່ງ​ເກີນ​ຄວາມຮູ້ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ຄວາມ​ເຕັມ​ບໍຣິບູນ ຂອງ​ພຣະເຈົ້າ​ທຸກປະການ.


ແຕ່​ໃຫ້​ພວກເຮົາ​ຢຶດເອົາ​ຄວາມຈິງ​ດ້ວຍ​ໃຈ​ຮັກ ເພື່ອ​ພວກເຮົາ​ຈະ​ໄດ້​ຈະເລີນ​ຂຶ້ນ​ທຸກ​ດ້ານ​ໃນ​ພຣະຄຣິດ ຜູ້​ຊົງ​ເປັນ​ພຣະ​ປະມຸກ.


ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ.


ດັ່ງນັ້ນ ຈົ່ງ​ລະວັງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ດີ ຢ່າ​ໃຫ້​ເປັນ​ດັ່ງ​ຄົນ​ໄຮ້​ປັນຍາ, ແຕ່​ໃຫ້​ເປັນ​ດັ່ງ​ຄົນມີ​ປັນຍາ.


ຝ່າຍ​ຜົວ ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ທີ່​ພຣະຄຣິດ​ຊົງ​ຮັກ​ຄຣິສຕະຈັກ ແລະ​ຊົງ​ສະຫລະ​ຊີວິດ​ຂອງ​ພຣະອົງ​ເພື່ອ​ຄຣິສຕະຈັກ.


ພວກເຈົ້າ​ຕ້ອງ​ສ້າງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ຫີນ​ທີ່​ບໍ່ໄດ້​ສະກັດ ແລະ​ໃຫ້​ພວກເຈົ້າ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ແລ້ວ​ນອກຈາກ​ສິ່ງ​ທັງປວງ​ນີ້ ຈົ່ງ​ເອົາ​ຄວາມຮັກ​ເປັນ​ສາຍ​ຜູກມັດ​ທຸກສິ່ງ​ໄວ້ ໃຫ້​ເຖິງ​ຄວາມ​ຄົບຖ້ວນ.


ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ​ທັງຫລາຍ​ນັ້ນ ເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກເຈົ້າ ເພາະ​ເຈົ້າ​ເອງ​ກໍໄດ້​ຮັບ​ການ​ຊົງ​ສັ່ງສອນ​ຈາກ​ພຣະເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນແລະກັນ.


ຜູ້​ທີ່​ໄດ້​ສະຫລະ​ພຣະອົງ​ເອງ ເພື່ອ​ເປັນ​ຄ່າ​ໄຖ່​ມະນຸດ​ສະໂລກ​ທຸກຄົນ ຊຶ່ງ​ການ​ນີ້​ໄດ້​ກ່າວ​ເປັນ​ຄຳ​ພະຍານ​ໃນ​ເວລາ​ອັນ​ເໝາະສົມ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ເພາະວ່າ​ມະຫາ​ປະໂຣຫິດ​ທຸກຄົນ ໄດ້​ຮັບ​ແຕ່ງຕັ້ງ​ເພື່ອ​ໃຫ້​ຖວາຍ​ຂອງ​ທານ ແລະ​ຂ້າ​ສັດ​ບູຊາ​ແກ່​ພຣະເຈົ້າ. ດັ່ງນັ້ນ ມະຫາ​ປະໂຣຫິດ​ຜູ້​ນີ້ ຈຶ່ງ​ຈຳເປັນ​ຕ້ອງ​ມີ​ສິ່ງຂອງ​ຖວາຍ​ແກ່​ພຣະເຈົ້າ​ເໝືອນກັນ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


ເພາະ​ສະນັ້ນ ສິ່ງຂອງ​ໃນ​ໂລກນີ້​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຢ່າງ​ໃນ​ສະຫວັນ ຈຳເປັນ​ຕ້ອງ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ໂດຍ​ເຄື່ອງ​ບູຊາ​ອັນ​ປະເສີດ​ຫລາຍກວ່າ​ອີກ.


ເພາະ​ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຄົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ວາງ​ຮາກ​ສ້າງ​ໂລກ​ມາ. ແຕ່​ບັດນີ້ ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ເພື່ອ​ໄຖ່​ຄວາມ​ບາບ.


ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.


ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ຮູ້ຈັກ​ຄວາມຮັກ​ໂດຍ​ທີ່​ພຣະຄຣິດ​ໄດ້​ສະຫລະ​ຊີວິດ​ຂອງ​ພຣະອົງ ເພື່ອ​ພວກເຮົາ ແລະ​ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງເຮົາ​ເພື່ອ​ພີ່ນ້ອງ​ເໝືອນກັນ.


ກົດບັນຍັດ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.


ແລະ​ຈາກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ພະຍານ​ທີ່​ສັດຊື່ ແລະ​ຊົງ​ເປັນ​ຜູ້​ທຳອິດ​ທີ່​ໄດ້​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ ກັບ​ທັງ​ຊົງ​ຄອບຄອງ​ກະສັດ​ທັງຫລາຍ​ໃນ​ໂລກ. ພຣະອົງ​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ໄດ້​ຊົງ​ປົດປ່ອຍ​ພວກເຮົາ​ຈາກ​ການ​ຜິດບາບ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka