Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:16 - ພຣະຄຳພີສັກສິ

16 ຈົ່ງ​ສວຍໂອກາດ ເພາະ​ທຸກ​ວັນ​ນີ້​ເປັນ​ຄາວ​ຊົ່ວຮ້າຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຈົ່ງ​ຮູ້ຈັກ​ໃຊ້​ທຸກ​ໂອກາດ ເພາະ​ເວລາ​ນີ້​ເປັນ​ຍຸກ​ຊົ່ວຮ້າຍ.

Uka jalj uñjjattʼäta Copia luraña




ເອເຟໂຊ 5:16
18 Jak'a apnaqawi uñst'ayäwi  

ຢາໂຄບ​ເວົ້າ​ວ່າ, “ເວລາ​ນີ້​ກໍ​ຍັງ​ເວັນ​ຢູ່ ແລະ​ບໍ່​ທັນ​ແມ່ນ​ຍາມ​ນຳ​ຝູງສັດ​ກັບຄືນ​ມາ​ເທື່ອ; ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເອົາ​ຝູງສັດ​ກິນ​ນໍ້າ ແລ້ວ​ນຳ​ເອົາ​ໄປ​ລ້ຽງ​ອີກ?”


ຄາວ​ຊົ່ວຮ້າຍ ພວກເຂົາ​ຈະ​ບໍ່​ທົນທຸກ​ທໍລະມານ ພວກເຂົາ​ຈະ​ມີ​ພຽງພໍ​ໃນ​ຄາວ​ອຶດຢາກ.


ຈົ່ງ​ລົງທຶນ​ຂອງເຈົ້າ​ໄວ້​ໃນ​ຫລາຍບ່ອນ ຫລາຍບ່ອນ​ເທົ່າໃດ​ແຮ່ງດີ ເພາະ​ຢູ່​ໃນ​ໂລກນີ້​ເຈົ້າ​ບໍ່​ຮູ້​ວ່າ ອັນຕະລາຍ​ຊະນິດ​ໃດ​ຈະ​ມາ​ຖືກ​ເຈົ້າ​ໃນ​ຍາມໃດ.


ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ພໍ​ໄດ້ຍິນ​ດັ່ງນັ້ນ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ເຮົາ​ຄິດ​ແລ້ວ​ວ່າ ພວກເຈົ້າ​ກຳລັງ​ຫາ​ທາງ​ຖ່ວງ​ເວລາ​ໄວ້ ຍ້ອນ​ຮູ້​ວ່າ​ເຮົາ​ໄດ້​ຕັດສິນໃຈ


ເພາະສະນັ້ນ ການ​ມິດງຽບ​ຢູ່​ໃນ​ຄາວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ນີ້ ຈຶ່ງ​ເປັນ​ການ​ສະຫລາດ​ທີ່​ຄວນ​ເຮັດ.


ຄົນ​ຮັບໃຊ້​ຜູ້​ທີ່​ໄດ້​ຮັບ​ເງິນ​ສອງ​ຕະລັນຕົນ ກໍໄດ້​ກຳໄລ​ເທົ່າ​ຕົວ​ເໝືອນກັນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ນອກ​ນີ້​ພວກເຈົ້າ​ຮູ້​ວ່າ, ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ພວກເຈົ້າ​ຄວນ​ຈະ​ຕື່ນ​ຈາກ​ຫລັບ. ດ້ວຍວ່າ, ເວລາ​ທີ່​ພວກເຮົາ​ຈະ​ພົ້ນ​ນັ້ນ ກໍ​ໃກ້​ກວ່າ​ເວລາ​ທີ່​ພວກເຮົາ​ໄດ້​ເຊື່ອ​ໃນ​ຕອນ​ທຳອິດ​ນັ້ນ.


ໂດຍ​ພິຈາລະນາ​ເຖິງ​ຄວາມ​ລຳບາກ​ທີ່​ມີ​ຢູ່​ດຽວ​ນີ້ ເຮົາ​ຈຶ່ງ​ເຫັນ​ວ່າ ເປັນ​ການ​ດີກວ່າ​ທີ່​ທຸກຄົນ​ຈະ​ຢູ່​ຕາມ​ຖານະ​ທີ່​ຕົນ​ເປັນ​ຢູ່.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ເຫດສະນັ້ນ ຈົ່ງ​ຮັບ​ເອົາ​ຍຸດທະພັນ​ຄົບຊຸດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ຕໍ່ຕ້ານ​ໃນ​ວັນ​ຊົ່ວຮ້າຍ​ນັ້ນ ແລະ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ​ໝັ້ນຄົງ​ໄດ້.


ແລະ​ເອົາ​ຄວາມ​ຕຽມພ້ອມ​ຝ່າຍ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ມາ​ສຸບ​ໃສ່​ຕີນ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka