Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 5:15 - ພຣະຄຳພີສັກສິ

15 ດັ່ງນັ້ນ ຈົ່ງ​ລະວັງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ດີ ຢ່າ​ໃຫ້​ເປັນ​ດັ່ງ​ຄົນ​ໄຮ້​ປັນຍາ, ແຕ່​ໃຫ້​ເປັນ​ດັ່ງ​ຄົນມີ​ປັນຍາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ດັ່ງນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ລະວັງ​ໃນ​ການດຳເນີນຊີວິດ​ໃຫ້​ດີ ຢ່າ​ດຳເນີນຊີວິດ​ເໝືອນ​ຄົນ​ໄຮ້ປັນຍາ ແຕ່​ຈົ່ງ​ດຳເນີນຊີວິດ​ໃຫ້​ເໝືອນ​ຄົນ​ມີປັນຍາ,

Uka jalj uñjjattʼäta Copia luraña




ເອເຟໂຊ 5:15
26 Jak'a apnaqawi uñst'ayäwi  

ແຕ່​ຫລັງຈາກ​ກະສັດ​ດາວິດ​ໄດ້​ສຳຫລວດ​ເບິ່ງ​ຈຳນວນ​ປະຊາຊົນ​ແລ້ວ ເພິ່ນ​ກໍ​ເປັນທຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ທີ່​ໄດ້​ກະທຳ​ເຊັ່ນນີ້. ແຕ່​ບັດນີ້ ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເທີ້ນ ເພາະ​ຂ້ານ້ອຍ​ໄດ້​ເຮັດ​ໄປ​ຢ່າງ​ໂງ່ຈ້າ​ທີ່ສຸດ.”


ໂຢບ​ຕອບ​ວ່າ, “ເຈົ້າ​ຢ່າ​ເວົ້າ​ແບບ​ບໍ່ມີ​ຄວາມຄິດ​ຢ່າງນີ້​ແມ ເມື່ອ​ພຣະເຈົ້າ​ໃຫ້​ຂອງ​ດີ​ແກ່​ເຮົາ ເຮົາ​ກໍ​ຮັບ​ເອົາ​ໄວ້. ເມື່ອ​ພຣະອົງ​ໃຫ້​ຄວາມ​ລຳບາກ​ແກ່​ເຮົາ ເຮົາ​ຈະ​ຈົ່ມທຸກ​ໄດ້​ຢ່າງໃດ?” ເຖິງ​ແມ່ນ​ໄດ້​ຮັບ​ຄວາມ​ທົນທຸກ​ທັງໝົດ​ນີ້​ກໍຕາມ ແຕ່​ໂຢບ​ກໍ​ບໍ່ໄດ້​ເວົ້າ​ຫຍັງ​ຕໍ່ສູ້​ພຣະເຈົ້າ​ເລີຍ.


ຂ້ານ້ອຍ​ນີ້​ໂງ່ຈ້າ​ດັ່ງ​ສັດ​ເດຍລະສານ ແລະ​ບໍ່​ເຂົ້າໃຈ​ກ່ຽວກັບ​ພຣະອົງ​ແທ້ໆ.


ຈົ່ງ​ເອົາໃຈໃສ່​ເຊື່ອຟັງ​ທຸກສິ່ງ​ທີ່​ເຮົາ​ໄດ້​ບອກ​ພວກເຈົ້າ​ນັ້ນ. ຢ່າ​ພາວັນນາ​ອະທິຖານ​ຫາ​ບັນດາ​ພະອື່ນ ແລະ​ຢ່າ​ເອີ່ຍ​ເຖິງ​ແມ່ນແຕ່​ຊື່​ຂອງ​ພະ​ເຫຼົ່ານັ້ນ.


ປັນຍາ​ຂອງ​ຄົນ​ຮອບຄອບ​ແມ່ນ​ເຂົ້າໃຈ​ທາງເດີນ​ຂອງຕົນ, ແຕ່​ຄວາມ​ໂງ່ຈ້າ​ຂອງ​ຄົນ​ເບົາປັນຍາ ຄິດ​ເອົາເອງ​ວ່າ​ຕົນ​ຮູ້ຈັກ​ທຸກຢ່າງ.


ຄົນ​ໂງ່ຈ້າ​ລ່າເລີງ​ໃນ​ຄວາມ​ໂງ່ງ່າວ​ຂອງຕົນ, ແຕ່​ຄົນມີ​ປັນຍາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ຫ້າ​ຄົນ​ໃນ​ພວກເຂົາ​ເປັນ​ຄົນ​ໂງ່ ແລະ​ອີກ​ຫ້າ​ຄົນ​ເປັນ​ຄົນ​ສະຫລາດ.


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່ມີ​ຜົນ​ຫຍັງ ມີ​ແຕ່​ການ​ວຸ້ນວາຍ​ກຳລັງ​ເກີດຂຶ້ນ. ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ມາ​ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລະ​ເວົ້າ​ວ່າ, “ຂ້າພະເຈົ້າ​ບໍ່​ຂໍ​ຮັບຜິດຊອບ​ໃດໆ ສຳລັບ​ຄວາມ​ຕາຍ​ຂອງ​ຊາຍ​ຄົນ​ນີ້ ແຕ່​ແມ່ນ​ພວກທ່ານ​ເອງ​ທີ່​ຕ້ອງ​ຮັບຜິດຊອບ.”


ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.” ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ຊົງ​ກ່າວ​ແກ່​ລາວ​ວ່າ, “ຈົ່ງ​ຟັງ​ໃຫ້​ດີ ຢ່າ​ເວົ້າ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ ແລ້ວ​ເພື່ອ​ເປັນ​ຫຼັກຖານ​ໃຫ້​ທຸກຄົນ​ເຫັນ​ວ່າ​ເຈົ້າ​ດີ​ສະອາດ ຈົ່ງ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂອ ຄົນ​ໂງ່​ເອີຍ ພວກເຈົ້າ​ຊ່າງ​ມີ​ໃຈ​ເສີຍຊ້າ​ແທ້ ທີ່​ຈະ​ເຊື່ອຟັງ​ທຸກ​ຖ້ອຍຄຳ ຊຶ່ງ​ບັນດາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.


ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ


ເຈົ້າ​ທັງຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ບໍ? ພວກເຈົ້າ​ໄດ້​ຕັ້ງຕົ້ນ​ໂດຍ​ທາງ​ພຣະວິນຍານ​ແລ້ວ ບັດນີ້ ພວກເຈົ້າ​ຈະ​ສຳເລັດ​ລົງ​ໂດຍ​ທາງ​ມະນຸດ​ທຳມະດາ​ບໍ?


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ເຖິງ​ຢ່າງ​ໃດ​ກໍດີ ຜົວ​ທຸກຄົນ​ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຕົນເອງ ແລະ​ເມຍ​ທຸກຄົນ​ຈົ່ງ​ເຄົາຣົບ​ຢຳເກງ​ຜົວ​ຂອງຕົນ.


ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ແຕ່​ໃຫ້​ສະແຫວງ​ຫາ​ທາງ​ເຮັດ​ຄວາມດີ​ຕໍ່​ກັນແລະກັນ​ສະເໝີ ແລະ​ແກ່​ທຸກຄົນ​ດ້ວຍ.


ສ່ວນ​ຄົນ​ທີ່​ຢາກ​ລໍ້າລວຍ​ກໍ​ຕົກ​ຢູ່​ໃນ​ການ​ທົດລອງ ເຂົາ​ຈຶ່ງ​ຖືກ​ບ້ວງແຮ້ວ​ຂອງ​ບັນດາ​ກິເລດ​ຕັນຫາ​ອັນ​ໂງ່ງ່າວ ແລະ​ເຮັດ​ໃຫ້​ເຈັບປວດ ຊຶ່ງ​ຈ່ອງດຶງ​ຄົນ​ເຫຼົ່ານັ້ນ ລົງ​ສູ່​ຄວາມ​ພິນາດ​ຈິບຫາຍ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ປະຕິເສດ​ບໍ່​ຍອມ​ຟັງ​ພຣະອົງ​ຜູ້​ຊົງ​ກ່າວ​ຢູ່​ນັ້ນ ເພາະ​ຖ້າ​ຄົນ​ທັງຫລາຍ​ທີ່​ປະຕິເສດ ບໍ່​ຍອມ​ຟັງ​ຄຳເຕືອນ​ຂອງ​ພຣະອົງ​ໃນ​ໂລກນີ້ ເຂົາ​ກໍ​ບໍ່ມີ​ທາງ​ພົ້ນ​ໂທດ​ທີ່​ເຂົາ​ປະຕິເສດ​ນັ້ນ ພວກເຮົາ​ຜູ້​ອວ່າຍ​ໜ້າ​ຈາກ​ພຣະອົງ ຜູ້​ຊົງ​ເຕືອນ​ຈາກ​ສະຫວັນ ກໍ​ຈະ​ບໍ່​ພົ້ນ​ໂທດ​ຫລາຍກວ່າ​ເຂົາ​ເຫຼົ່ານັ້ນ​ເສຍ​ອີກ.


ໃນ​ທ່າມກາງ​ພວກເຈົ້າ ຜູ້ໃດ​ທີ່​ມີ​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຜູ້ນັ້ນ​ພິສູດ​ໃຫ້​ເຫັນ ໂດຍ​ຊີວິດ​ອັນ​ດີງາມ​ຂອງຕົນ ໂດຍ​ການ​ປະຕິບັດ​ອັນ​ດີ ຊຶ່ງ​ປະກອບ​ດ້ວຍ​ການ​ຖ່ອມຕົວ​ແລະ​ສະຕິປັນຍາ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka