ເອເຟໂຊ 5:13 - ພຣະຄຳພີສັກສິ13 ແຕ່ເມື່ອສິ່ງສາລະພັດຖືກເປີດເຜີຍອອກໂດຍຄວາມສະຫວ່າງ ສິ່ງນັ້ນກໍປາກົດແຈ້ງ ເພາະວ່າທຸກສິ່ງທີ່ປາກົດແຈ້ງ ກໍຄືຄວາມສະຫວ່າງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່13 ແຕ່ທຸກສິ່ງທີ່ຖືກເປີດເຜີຍອອກມາໂດຍຄວາມສະຫວ່າງກໍປາກົດແຈ້ງ ແລະ ທຸກສິ່ງທີ່ສ່ອງແສງອອກກໍກາຍເປັນຄວາມສະຫວ່າງ. Uka jalj uñjjattʼäta |
ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາຈຶ່ງຕ້ອງຍອມອົດທົນຕໍ່ຄວາມໂກດຮ້າຍຂອງພຣະອົງ ຊົ່ວໄລຍະໜຶ່ງ, ແຕ່ໃນທີ່ສຸດ ພຣະອົງຈະປ້ອງກັນພວກເຮົາໄວ້ ແລະເຮັດໃຫ້ຜູ້ທີ່ກ່າວຜິດຕໍ່ພວກເຮົານັ້ນພ່າຍແພ້ຄະດີໄປ. ພຣະອົງຈະນຳພວກເຮົາມາສູ່ແສງສະຫວ່າງ ແລະພວກເຮົາກໍຈະມີຊີວິດຢູ່ ຈົນເຫັນພຣະອົງຊ່ວຍຊູພວກເຮົາໃຫ້ພົ້ນ.
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.